ເລື່ອນການແຂ່ງຂັນບານເຕະຊີງແຊັມອາຊຽນ 2020

ສະ­ຫະ­ພັນ​ບານ­ເຕະ​ອາ​ຊຽນ ຫຼື AFF ຈັດ​ປະ­ຊຸມ​ຄະ­ນະ​ຈັດ­ການ​ແຂ່ງ­ຂັນ​ເຕະ­ບານ​ຊາຍ ຊີງ​ແຊັມ​ອາ​ຊຽນ ຫຼື AFF Suzuki Cup ຄັ້ງ​ທີ 13 ປີ 2020 ທາງ​ວິ​ດີ​ໂອ​ຄອນ​ເຟີ​ເຣນ ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ​ຜ່ານ​ມາ ໂດຍ​ໄດ້​ປຶກ­ສາ​ຫາ­ລື​ເຖິງ​ການ​ຈັດ​ງານ​ດັ່ງ­ກ່າວ ແລະ ມີ​ມະ­ຕິ​ເຫັນ​ດີ​ໃຫ້​ເລື່ອນ​ການ​ແຂ່ງ­ຂັນ​ອອກ​ໄປ​ຈັດ​ໃນ​ປີ 2021 ຍ້ອນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເພື່ອ​ຄວາມ​ປອດ​ໄພ​ຂອງ​ທຸກ​ພາກ­ສ່ວນ.

ກ່ອນ​ໜ້າ​ນີ້​ມີ​ພຽງ​ປະ­ເທດ​ຫວຽດ­ນາມ ໃນ​ສະ­ມາ­ຊິກ​ອາ​ຊຽນ ບໍ່​ເຫັນ​ດີ​ໃຫ້​ເລື່ອນ​ການ​ແຂ່ງ­ຂັນ ໂດຍ​ໃຫ້​ເຫດ­ຜົນ​ວ່າ​ຕາ­ຕະ­ລາງ​ການ​ແຂ່ງ​ລະ­ດັບ​ທີມ​ຊາດ ປີ 2021 ແມ່ນ​ມີ​ຫຼາຍ ທັງ​ບານ​ໂລກ 2022 ຮອບ​ຄັດ​ເລືອກ​ບານ​ໂລກ ຮຸ່ນ​ອາ­ຍຸ​ບໍ່​ເກີນ 17 ປີ ແລະ 20 ປີ ຈະ​ເຮັດ​ໃຫ້​ປະ­ຕິ­ທິນ​ການ​ແຂ່ງ­ຂັນ​ຫຼາຍ​ເກີນ​ໄປ.

ສຳ­ລັບ​ການ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ແຊັມ​ອາ​ຊຽນ ເລີ່ມ​ມາ​ໃນ​ປີ1996 ທີມ​ຊາດ​ໄທ ເປັນ​ທີມ​ທີ່​ໄດ້​ແຊັມ​ລາຍ­ການ​ນີ້​ສູງ​ສຸດ 5 ສະ­ໄໝ ຮອງ​ລົງ​ມາ​ສິງ­ກະ­ໂປ 4 ສະ­ໄໝ ຫວຽດ­ນາມ 2 ສະ­ໄໝ ມາ​ເລ​ເຊຍ 1 ສະ­ໄໝ ຄັ້ງ​ລ້າ​ສຸດ​ປີ 2018 ຫວຽດ­ນາມ​ເປັນ​ແຊັມ ຮອບ​ຊີງ​ສາ­ມາດ​ເອົາ​ຊະ­ນະ ມາ​ເລ​ເຊຍ ລວມ​ຜົນ​ສອງ​ນັດ 3-2 ສ່ວນ​ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ຮອບ​ສຸດ​ທ້າຍ 11 ຈາກ 12 ຄັ້ງ​ຫຼັງ​ສຸດ ບໍ່​ເຄີຍ​ຜ່ານ​ຮອບ​ແບ່ງ​ກຸ່ມ.

error: Content is protected !!