ລົດຖີບ ຊີງຂັນປະທານ ສນຊ ສະຫຼອງ 70 ປີ ຄາດມີນັກກີລາເຂົ້າຮ່ວມເຖິງ 500 ຄົນ

ທ່ານ ກາບ​ຊ້ອນ ສຸ­ວັນ­ນະ​ຣາຊ໌ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ລົດ­ຖີບ​ແຫ່ງ​ຊາດ​ລາວ ແຈ້ງ​ໃຫ້​ຊາບ​ວ່າ: ສະ­ຫະ­ພັນ​ລົດ­ຖີບ​ແຫ່ງ​ຊາດ​ລາວ ໄດ້​ສົມ­ທົບ​ກັບ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ຈະ​ໄດ້​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ລົດ­ຖີບ​ປະ­ເພດ​ເສືອ​ໝອບ 3 ຮຸ່ນ ກໍ​ຄື ຮຸ່ນ​ໂອ​ເພັນ ຮຸ່ນ​ອາ­ຍຸ 39 ປີ​ລົງ​ມາ ແລະ ຮຸ່ນ​ອາ­ຍຸ 40 ປີ​ຂຶ້ນ​ໄປ ຊີງ​ຂັນ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຂະ​ບວນ​ຂີ່​ລົດ­ຖີບ​ສາ­ມັກ­ຄີ​ເພື່ອ​ສຸ­ຂະ­ພາບ​ຂຶ້ນ ໃນ​ວັນ​ທີ 8 ສິງ­ຫາ 2020 ແນ­ໃສ່​ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 70 ປີ ສຳ­ລັບ​ລາຍ­ການ​ແຂ່ງ­ຂັນ​ລົດ­ຖີບ 3 ຮຸ່ນ ໄດ້​ກຳ­ນົດ​ເສັ້ນ­ທາງ​ຈຸດ​ປ່ອຍ​ທີ່​ເດີ່ນ​ພະ​ທາດ­ຫຼວງ ໄປ​ໂຄ້ງ​ທີ່​ປະ­ຕູ​ໄຊ ເມືອງ​ຈັນ­ທະ​ບູ​ລີ ເພື່ອ​ມຸ່ງ​ໜ້າ​ໄປ​ຕາມ​ເສັ້ນ­ທາງ 13 ໃຕ້ ເມືອງ​ໄຊ​ເສດ​ຖາ ແລະ ເມືອງ​ໄຊ​ທາ­ນີ ກ່ອນ​ຈະ​ໂຄ້ງ​ເຂົ້າ​ເສັ້ນ­ທາງ 450 ປີ ໄປ​ຕາມ​ເສັ້ນ­ທາງ​ເມືອງ​ໄຊ​ເສດ​ຖາ ຫາ​ເມືອງ​ຫາດ​ຊາຍ​ຟອງ ໄປ​ໂຄ້ງ​ສາມ​ແຍກ​ບ້ານ​ທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍ​ຟອງ ກັບ​ຄືນ​ເສັ້ນ­ທາງ​ເດີມ ດ້ວຍ​ໄລ­ຍະ​ທາງ 70 ກິ­ໂລ­ແມັດ ທັງ 3 ຮຸ່ນ​ດັ່ງ­ກ່າວ ຄາດ​ວ່າ​ຈະ​ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ຊີງ​ໄຊ​ເຖິງ 100 ກວ່າ​ຄົນ ແລະ ຜູ້​ໜຶ່ງ​ຕ້ອງ​ລົງ​ສະ­ໝັກ​ເພື່ອ​ເສຍ​ຄ່າ​ທຳ­ນຽມ​ຜູ້​ລະ 1 ແສນ​ກີບ ພ້ອມ​ທັງ​ໄດ້​ຮັບ​ເສື້ອ​ຜູ້​ລະ 1 ຜືນ ພ້ອມ​ອາ­ຫານ​ເຊົ້າ ແລະ ສວຍ ກຳ­ນົດ​ລົງ­ທະ­ບຽນ​ລະ­ຫວ່າງ​ວັນ​ທີ 31 ກໍ­ລະ­ກົດ ຫາ 5 ສິງ­ຫາ 2020.

ສຳ­ລັບ​ກົດ​ກະ­ຕິ​ກາ​ການ​ແຂ່ງ­ຂັນ​ໃນ 3 ຮຸ່ນ​ດັ່ງ­ກ່າວ ຜູ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຕ້ອງ​ໃຊ້​ລົດ 2 ລໍ້ ປະ­ເພດ​ລົດ​ກວັກ ຫຼື ເສືອ​ໝອບ​ເທົ່າ​ນັ້ນ ຫ້າມ​ຕິດ​ຕັ້ງ​ແອ​ໂຣ​ບາ​ທຸກ​ຊະ­ນິດ ທຸກ​ຄົນ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ຕະ­ຫຼອດ​ການ​ແຂ່ງ­ຂັນ ລົດ​ເຊີ​ວິດ​ຂອງ​ແຕ່​ລະ​ທີມ (ຖ້າ​ມີ) ໃຫ້​ຂັບ​ຢູ່​ຫຼັງ​ນັກ​ແຂ່ງ ແລະ ກຳ­ມະ­ການ​ເທົ່າ​ນັ້ນ ຫ້າມ​ໃຫ້​ນ້ຳ​ແກ່​ນັກ­ກີ­ລາ​ໃນ​ເວ­ລາ​ແຂ່ງ­ຂັນ​ເດັດ­ຂາດ ຜູ້​ເຂົ້າ​ຮ່ວມ​ຕ້ອງ​ຕິດ​ປ້າຍ ແລະ ເບີ​ຢູ່​ເສື້ອ ແລະ ລົດ​ທຸກ​ຄັນ​ຕ້ອງ​ມີ​ເງື່ອນ­ໄຂ​ອາ­ຍຸ​ຕາມ​ການ​ກຳ­ນົດ ແລະ ນັກ­ກີ­ລາ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ຕ້ອງ​ໄດ້​ຮັບ​ຄວາມ​ຍິນ​ຍອມ​ຈາກ​ຜູ້​ປົກ­ຄອງ ເນື່ອງ​ຈາກ​ການ​ແຂ່ງ­ຂັນ​ໄດ້​ທາງ​ສາ­ທາ­ລະ­ນະ​ທາງ​ຫຼວງ ດັ່ງ­ນັ້ນ ຜູ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຕ້ອງ​ປະ­ຕິ­ບັດ​ກົດ​ຈາ­ລະ​ຈອນ ແລະ ລະ­ບຽບ​ການ​ແຂ່ງ­ຂັນ​ໃຫ້​ເຂັ້ມ​ງວດ ແລະ ຫ້າມ​ດູດ​ຮຸ່ນ​ແຂ່ງ­ຂັນ​ອື່ນ ແລະ ລົດ​ທຸກ​ຊະ­ນິດ.

ສ່ວນ​ຂະ​ບວນ​ຖີບ​ລົດ​ສາ­ມັກ­ຄີ ລົງ­ທະ­ບຽນ​ຕອນ​ເຊົ້າ​ວັນ​ທີ 8 ສິງ­ຫາ 2020 ຈະ​ໄດ້​ຮັບ​ເສື້ອ 1 ຜືນ ພ້ອມ​ກັບ​ອາ­ຫານ​ເຊົ້າ ແລະ ສວຍ​ເຊັ່ນ​ກັນ ຄາດ​ວ່າ​ຈະ​ມີ​ນັກ​ກິ­ລາ​ຖີບ​ລົດ​ສະ­ໝັກ​ຫຼິ້ນ​ເຂົ້າ​ຮ່ວມ 400 ຄົນ ກຳ­ນົດ​ເສັ້ນ­ທາງ​ຈາກ​ຈຸດ​ເລີ່ມ​ຕົ້ນ​ເດີ່ນ​ພະ​ທາດ­ຫຼວງ ຖີບ​ລົດ​ໄປ​ຕາມ​ເສັ້ນ­ທາງ​ບ້ານ​ໂພນ​ສະ­ອາດ ບ້ານ​ສາຍ​ລົມ ແລະ ອອກ​ເລາະ​ເສັ້ນ­ທາງ​ແຄມ​ຂອງ​ໄປ​ອາ​ນຸ​ສາ​ວະ­ລີ ເຈົ້າ­ຟ້າ​ງຸ່ມ ແລ້ວ­ໄປ​ໂຄ້ງ​ທີ່ 4 ແຍກ​ວິ­ທະ­ຍາ­ໄລ​ເຕັກ­ນິກ ລາວ-ເຢຍ​ລະ​ມັນ ມຸ່ງ​ໜ້າ​ໄປ​ທາງ​ທາດ​ຂາວ ສີ​ເມືອງ ແລະ ເລາະ​ອອກ​ຕາມ​ເສັ້ນ­ທາງ 3 ແສນ​ໄທ ລ້ຽວ​ຂວາ​ຂຶ້ນ​ທາງ​ປະ­ຕູ​ໄຊ ແລະ ໄປ​ທີ່​ຈຸດ​ເດີມ ເດີ່ນ​ພະ​ທາດ­ຫຼວງ​ດ້ວຍ​ໄລ­ຍະ​ທາງ 12 ກິ­ໂລ­ແມັດ.

error: Content is protected !!