ຝົນຕົກນ້ຳອັ່ງ ສັນຈອນໄປມາຕ້ອງລະວັງ

ຖ້າ​ເວົ້າ​ເຖິງ​ນ້ຳ​ອັ່ງ​ໃນ​ເຂດ​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ແລ້ວ ກໍ​ຖື​ໄດ້​ວ່າ​ເປັນ​ບັນ­ຫາ​ໃຫຍ່​ສຳ­ລັບ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພາະ​ມັນ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ສັນ­ຈອນ​ໄປ​ມາ​ຂອງ​ຍວດ​ຍານ­ພາ­ຫະ­ນະ ແລະ ໃນ​ເວ­ລາ​ທີ່​ຮີບ​ດ່ວນ​ຍິ່ງ​ມີ​ຄວາມ​ສຳ­ຄັນ ເພາະ​ເວ­ລາ​ນີ້​ການ​ສັນ­ຈອນ​ກໍ​ແອ​ອັດ​ຢູ່​ແລ້ວ ຍັງ​ບວກ​ກັບ​ນ້ຳ​ອັ່ງ​ເສັ້ນ­ທາງ ຍິ່ງ​ເຮັດ​ໃຫ້­ການ​ສັນ­ຈອນ​ແອ​ອັດ​ຂຶ້ນ​ກວ່າ​ເກົ່າ ຢ່າງ­ໃດ​ກໍ​ຕາມ ເມື່ອ​ສະ­ພາບ​ເກີດ​ຂຶ້ນ​ຄື​ແນວ​ນັ້ນ ເຮົາ​ກໍ​ຕ້ອງ​ໄດ້​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ ກໍ​ຄື ຂັບ​ຂີ່​ຍວດ​ຍານ­ພາ­ຫະ­ນະ​ຢ່າງ​ມີ​ສະ­ຕິ ເພື່ອ​ຫຼີກ​ລ່ຽງ​ຜົນ​ເສຍ​ຫາຍ​ທີ່​ຈະ​ເກິດ​ຂຶ້ນ.

ດັ່ງ­ນັ້ນ ໃນ​ຄໍ​ລຳ​ຈະ­ລາ­ຈອນ​ມື້­ນີ້ ຈຶ່ງ​ມີ​ເຕັກ­ນິກ​ການ​ຂັບ​ຂີ່​ຜ່ານ​ຖະ­ໜົນ​ທີ່​ມີ​ນ້ຳ​ຂັງ​ຈາກ​ປະ­ເທດ​ເພື່ອນ​ບ້ານ​ມາ​ແລກ­ປ່ຽນ ເພື່ອ​ສາ­ມາດ​ນຳ­ໄປ​ໃຊ້​ໃນ​ຊີ­ວິດ​ຕົວ​ຈິງ ເຊິ່ງ​ເຕັກ­ນິກ​ດັ່ງ­ກ່າວ​ນັ້ນ​ປະ­ກອບ​ມີ​ດັ່ງ­ນີ້:

1. ຫຼີກ​ລ່ຽງ​ການ​ຂັບ​ຂີ່​ຜ່ານ​ຖະ­ໜົນ​ທີ່​ມີ​ນ້ຳ​ຖ້ວມ​ຂັງ​ສູງ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ຕີນ­ລົດ ແລະ ຜູ້​ຂັບ​ຂີ່​ຕ້ອງ​ໄດ້​ກວດ​ສອບ​ໃຫ້​ຮູ້​ຢ່າງ​ຄັກ­ແນ່​ວ່າ ລົດ​ຂອງ​ຕົນ​ສາ­ມາດ​ຂັບ​ຜ່ານ​ນ້ຳ​ໃນ​ລະ­ດັບ​ສູງ​ເທົ່າ­ໃດ.

2. ຄວນ​ລະ­ມັດ­ລະ­ວັງ​ເປັນ​ພິ­ເສດ​ກັບ​ກະ­ແສ­ນ້ຳ​ທີ່​ໄຫຼ​ແຮງ ເຊັ່ນ: ນ້ຳ​ຖ້ວມ​ກະ­ທັນ­ຫັນ ຫຼື ກະ­ແສ­ນ້ຳ​ທີ່​ໄຫຼ​ຢ່າງ​ຕໍ່​ເນື່ອງ ທີ່​ອາດ​ຈະ​ເຮັດ​ໃຫ້​ລົດ​ເກີດ​ຄວາມ​ເສຍ​ຫາຍ.

3. ຄວນ​ຢຸດ ແລະ ສັງ­ເກດ​ລົດ​ຄັນ​ອື່ນ​ສາ­ມາດ​ຂັບ​ຜ່ານ​ໄປ​ໄດ້​ຢ່າງ​ປອດ​ໄພ ຫຼື ບໍ່ ກ່ອນ​ທີ່​ຈະ​ຂັບ​ລົດ​ເຂົ້າ​ໄປ​ໃນ​ພື້ນ​ທີ່​ດັ່ງ­ກ່າວ.

4. ເມື່ອ​ຈຳ­ເປັນ​ຕ້ອງ​ຂັບ​ລົດ​ບົນ​ຖະ­ໜົນ​ທີ່​ມີ​ນ້ຳ​ຖ້ວມ​ຂັງ​ຕ້ອງ​ປິດ​ແອ ແລະ ເປີດ​ແວ່ນ​ທຸກ​ຄັ້ງ ເພາະ​ການ​ຂັບ​ຂີ່​ຜ່ານ​ຖະ­ໜົນ​ທີ່​ມີ​ນ້ຳ​ຖ້ວມ ແລ້ວ​ເປີດ​ແອ​ໄປ​ພ້ອມ ອາດ​ຈະ​ເຮັດ​ໃຫ້​ລົດ​ມອດ ເນື່ອງ​ຈາດ​ພັດ​ລົມ​ຈະ​ເຮັດ​ວຽກ​ຕະ­ຫຼອດ ແລະ ຈະ​ເຮັດ​ໃຫ້​ນ້ຳ​ເຂົ້າ​ເຄື່ອງ​ຈັກ ຖ້າ​ຈັກ​ບໍ່​ມອດ ພັດ​ລົມ​ກໍ​ຈະ​ພັດ​ເອົາ​ສິ່ງ​ເສດ​ເຫຼືອ​ຕ່າງໆ​ທີ່​ລອຍ​ມາ​ຕາມ​ໜ້າ­ນ້ຳ ເຊິ່ງ​ຈະ​ເຮັດ​ໃຫ້​ພັດ​ລົມ​ເສຍ​ຫາຍ ກ້າວ​ໄປ​ສູ່​ການ​ເຮັດ​ໃຫ້​ຈັກ​ລົດ​ຮ້ອນ.

5. ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ຖະ­ໜົນ​ທີ່​ນ້ຳ​ຖ້ວມ​ຂັງ​ນັ້ນ​ຍັງ​ມີ​ສະ­ພາບ​ດີ ພ້ອມ​ນັ້ນ ກໍ​ຕ້ອງ​ລະ­ມັດ­ລະ­ວັງ​ເມື່ອ​ຂັບ​ຂີ່​ໃນ​ຖະ­ໜົນ​ທີ່​ທ່ານ​ບໍ່​ຄຸ້ນ​ເຄີຍ ເນື່ອງ​ຈາກ​ອາດ​ຈະ​ມີ​ຂຸມ​ເລິກ​ທີ່​ລົດ​ບໍ່​ສາ­ມາດ​ຜ່ານ​ໄປ​ໄດ້ ແລະ ຄວນ​ຂັບ​ລົດ​ຢູ່​ກາງ​ຖະ­ໜົນ ເຊິ່ງ​ເປັນ​ບໍ­ລິ­ເວນ​ທີ່​ມີ​ລະ­ດັບ​ນ້ຳ​ຕ່ຳ​ທີ່​ສຸດ.

6. ການ​ຂັບ​ຂີ່​ໃນ​ຖະ­ໜົນ​ທີ່​ມີ​ນ້ຳ​ຖ້ວມ​ຂັງ ຄວາມ​ໄວ​ຕ້ອງ​ບໍ່​ເກີນ 3 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ແລະ ເພີ່ມ​ຄວາມ​ໄວ​ເປັນ 6 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ເຊິ່ງ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ທີ່​ນ້ຳ​ຈະ​ໄຫຼ​ເຂົ້າ​ສູ່​ໝໍ້​ກອງ​ອາ­ກາດ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລະ­ບົບ​ໄຟ­ຟ້າ-ຊິ້ນ​ສ່ວນ​ຕ່າງໆ ຖ້າ​ຂັບ​ໄວ​ກວ່າ​ນີ້ ຈະ​ເຮັດ​ໃຫ້​ນ້ຳ​ໄຫຼ​ເຂົ້າ​ເຖິງ​ຈັກ​ລົດ​ໄດ້.

7. ຄວນ​ຂັບ​ເກຍ​ຕ່ຳ ແລະ ຮອບ​ຈັກ​ສູງ ໃຫ້​ໃຊ້​ເກຍ 1 ຂຶ້ນ​ຢູ່​ກັບ​ປະ­ເພດ​ຂອງ​ເກຍ ຮັກ­ສາ​ຄວາມ​ໄວ​ໃຫ້​ຄົງ​ທີ່ ແລະ ບໍ່​ຄວນ​ຜ່ອນ​ຄວາມ​ໄວ ເພາະ​ອາດ​ຈະ​ເຮັດ​ນ້ຳ​ໄຫຼ​ເຂົ້າ​ທໍ່​ຄວັນ ເຊິ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ເຄື່ອງ​ກອງ​ອາຍ​ເສຍ ນອກ​ນີ້ ທ່ານ​ຄວນ​ຄັບ​ລົດ​ດ້ວຍ​ຄວາມ​ໄວ​ຕ່ຳໆ ເພື່ອ​ບໍ່​ໃຫ້​ກອງ​ອາ­ກາດ​ທີ່­ຢູ່​ດ້ານ​ໜ້າ​ດູດ​ນ້ຳ​ເຂົ້າ​ໄປ​ໃນ​ເຄື່ອງ​ຈັກ ຖ້າ​ນ້ຳ​ໄຫຼ​ເຂົ້າ​ທໍ່​ຄວັນ ຫຼື ເຄື່ອງ​ຈັກ ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ກັບ​ຈັກ​ລົດ​ໄດ້.

8. ການ​ຂັບ​ຂີ່​ຜ່ານ​ບໍ­ລິ­ເວນ​ທີ່​ມີ​ນ້ຳ​ຖ້ວມ ຄວນ​ຮັກ­ສາ​ໄລ­ຍະ​ຫ່າງ​ລົດ​ຄັນ​ໜ້າ ເພື່ອ​ຫຼີກ​ລ່ຽງ​ການ​ຢຸດ​ລົດ​ກະ­ທັນ­ຫັນ ແລະ ຄວນ​ລະ­ມັດ­ລະ­ວັງ​ວ່າ​ມີ​ລົດ​ຂັບ​ຂີ່​ມາ​ແຕ່​ເສັ້ນ­ທາງ​ອື່ນ ເນື່ອງ​ຈາກ​ຄື້ນ​ນ້ຳ​ອາດ​ຈະ​ຖ້ວມ​ລົດ​ຂອງ​ທ່ານ ໂດຍ​ສະ­ເພາະ ລົດ​ທີ່​ມາ​ນັ້ນ​ໃຊ້​ຄວາມ​ໄວ​ສູງ​ເກີນ​ໄປ.

9. ເມື່ອ​ຂັບ​ລົດ​ອອກ​ຈາກ​ບໍ­ລິ­ເວນ​ທີ່​ບໍ່​ມີ​ນ້ຳ​ແລ້ວ ກໍ​ຄ່ອຍໆ​ຢຽບ​ເບກ ເພື່ອ​ໃຫ້​ນ້ຳ​ອອກ​ຈາກ​ເບກ ຫາກ​ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ເຕັກ­ນິກ​ນີ້ ຜູ້​ຂັບ​ຂີ່​ສາ­ມາດ​ໃຊ້​ຕີນ​ຊ້າຍ​ຂອງ​ຕົນ​ເອງ​ຢຽບ​ເບກ​ໄດ້ ແລະ ປ່ອຍ​ເມື່ອ​ຮູ້­ສຶກ​ວ່າ​ເບຣກ​ຈັບ​ຕົວ​ແລ້ວ ນອກ​ນີ້ ຜູ້​ຂັບ​ຂີ່​ຄວນ​ຈອດ​ລົດ ແລະ ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ບໍ​ມີ​ສິ່ງ​ເສດ​ເຫຼືອ ເຊັ່ນ: ຖົງ​ປລັສ​ຕິກ ຫຼື ສິ່ງ​ສົກ­ກະ­ປົກ​ອຶ່ນໆຕິດ​ຢູ່​ໜ້າ​ລົດ ຫຼື ໝ້ຳ​ນ້ຳ​ລົດ.

10. ຫຼັງ​ຈາກ​ຂັບ​ຂີ່​ລົດ​ຜ່າ​ນ້ຳ​ຖ້ວມ​ແລ້ວ ຄວນ​ທຳ​ຄວາມ​ສະ­ອາດ​ລົດ​ເສຍ​ກ່ອນ ໂດຍ​ສະ­ເພາະ​ຊ່ວງ​ລ່າງ ແລະ ຕີນ­ລົດ ກຳ­ຈັດ​ເສດ​ຫຍ້າ​ໃບ​ໄມ້ ແລະ ສິ່ງ​ສົກ­ກະ­ປົກ​ອອກ​ໃຫ້​ໝົດ ເພາະ​ອາດ​ຈະ​ເຮັດ​ໃຫ້​ເປັນ​ເຊື້ອ​ໄຟ​ໄດ້ ລວມ​ເຖິງ​ຄວນ​ມີ​ນ້ຳ­ມັນ​ເຄື່ອງ ເນື່ອງ​ຈາກ​ນ້ຳ­ມັນ​ອາດ​ຈະ​ຫົ່ວ​ຊຶມ​ເຂົ້າ​ສູ່​ລະ­ບົບ​ເຄື່ອງ​ຈັກ ຄວນ​ທຳ​ຄວາມ​ສະ­ອາດ​ພົມ​ປູ​ພື້ນ ເພື່ອ​ບໍ່​ໃຫ້​ເກີດ​ເຊື້ອ​ລາ ແລະ ຄວນ​ກວດ​ສອບ​ລູກ­ປືນ​ຕີນ­ລົດ.

ນຳ​ສະ­ເໜີ​ໂດຍ: ເມັດ​ຝົນ

error: Content is protected !!