
ປັດຈຸບັນ ສປປ ລາວພວກເຮົາ ກໍຄືບັນດາປະເທດຕ່າງໆ ໃນໂລກລ້ວນແຕ່ນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ ແລະ ໄດ້ດຳເນີນງານວຽກງານພາຍໃນຂອງຕົນ ແນ່ນອນທຸກສິ່ງທີ່ສ້າງຂຶ້ນມາກໍມີອັນນຳຜົນປະໂຫຍດມາໃຫ້ພວກເຮົາຢ່າງຫຼວງຫຼາຍ ແລະ ຫຼີກລ້ຽງບໍ່ດ້ານລົບທີ່ມັນຈະເກີດຂຶ້ນ ຊຶ່ງບາງກໍລະນີກໍເກີດຂຶ້ນຈາກໃນຕົວຂອງມັນເອງ ແລະ ບາງຄັ້ງກໍເກີດຈາກສີມືຂອງມະນຸດ ສະນັ້ນ ແຕ່ລະປະເທດກໍມີມາດຕະການໃນການຕ້ານ ແລະ ສະກັດກັ້ນບັນຫາຕ່າງໆທີ່ທັງເກີດຈາກຕົວຂອງມັນເອງ ຫຼື ເກີດຈາກນ້ຳມືຂອງມະນຸດເປັນຜູ້ສ້າງຂຶ້ນ ນັ້ນຄືບັນຫາອາຊະຍາກຳທາງລະບົບຄອມພິວເຕີ.

ສຳລັບປະເທດຂອງພວກເຮົາ ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ ກໍໄດ້ຖືກສ້າງຂຶ້ນ ໄດ້ຮັບການຮັບຮອງ ແລະ ຖືກປະກາດໃຊ້ໃນປີ 2015 ກົດໝາຍສະບັບນີ້ສ້າງຂຶ້ນ ເພື່ອແນ່ໃສ່ຕ້ານ ແລະ ສະກັດກັ້ນ ຈຳກັດ ແລະ ກຳຈັດ ອາຊະຍາກຳ ປົກປ້ອງລະບົບ ຖານຂໍ້ມູນ ລະບັບເຊີເວີ ຂໍ້ມູນທາງດ້ານລະບົບຄອມພິວເຕີ ຮັບປະກັນຄວາມໝັ້ນຄົງຂອງຊາດ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນກ້າວໜ້າ ແລະ ຍືນຍົງ ດ້ວຍເຫດນີ້ໃນປະມວນກົດໝາຍອາຍາກໍໄດ້ກຳນົດມີຫຼາຍການກະທຳຜິດ ທີ່ເປັນອາຊະຍາກຳທາງຄອມພິວເຕີເປັນຕົ້ນ ມາດຕາ 170 ແລະ ມາດຕາ 171 ການປອມແປງຂໍ້ມູນທາງລະບົບຄອມພິວເຕີ ເນື້ອໃນ ຂອງມາດຕາ 170 ໄດ້ກຳນົດວ່າ: ບຸກຄົນຜູ້ໃດ ຫາກໄດ້ນຳໃຊ້ໂປຣແກຣມຄອມພິວເຕີ ໄວຣັດ ຫຼື ເຄື່ອງມືອື່ນ ເພື່ອຂັດຂວາງ ຫຼື ທຳລາຍການປະຕິບັດງານຂອງລະບົບຄອມພິວເຕີ ໄດ້ສົ່ງຂໍ້ມູນລະບົບຄອມພິວເຕີ ຫຼື ຈົດໝາຍທາງເອເລັກໂຕຣນິກ ໂດຍມີການປົກປິດທີ່ຢູ່ ຫຼື ແຫຼ່ງທີ່ມາຂອງຜູ້ສົ່ງ ເພື່ອລົບກວນ ແລະ / ຫຼື ທຳລາຍການປະຕິບັດງານຂອງລະບົບຄອມພິວເຕີ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 30.000.000 ກີບ ນອກນີ້ມາດຕາ 171 ໄດ້ກຳນົດວ່າ: ບຸກຄົນໃດ ຫາກໄດ້ນຳໃຊ້ລະບົບຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກ ເພື່ອປ່ຽນແປງຂໍ້ມູນຄອມພິວເຕີ ດ້ວຍ ການປ້ອນຂໍ້ມູນ ປ່ຽນແປງຂໍ້ມູນ ການປອມທີ່ຢູ່ທາງເອເລັກໂຕຣນິກ ຫຼື ລຶບຂໍ້ມູນໃນລະບົບຄອມພິວເຕີ ທີ່ສົ່ງຜົນໃຫ້ຂໍ້ມູນທຸລະກຳທາງການເງິນ ທາງການຄ້າ ຄວາມລັບ ແລະ ຂໍ້ມູນອື່ນ ຂອງບຸກຄົນ ນິຕິບຸກຄົນ ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ ຫຼື ດ້ວຍການສ້າງເວັບໄຊປອມ ເພື່ອຫຼອກລວງ ການຫຼອກລວງໃຫ້ຜູ້ນຳໃຊ້ລະບົບຄອມພິວເຕີ ຫຼື ອິນເຕີເນັດປ້ອນຂໍ້ມູນບັນຊີເງິນຝາກ ລະຫັດບັດເຄຣດິດ ລະຫັດນຳໃຊ້ອິນເຕີເນັດ ແລະ ຂໍ້ມູນອື່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 30.000.0000 ກີບ.

ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງພົນລະເມືອງທຸກຄົນ ຫາກເຫັນພຶດຕິກຳເຫຼົ່ານີ້ ຫຼື ຫາກພົບພໍ້ກັບຕົວເອງຕ້ອງນຳເອົາຂໍ້ມູນດັ່ງກ່າວ ໄປແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງ ຫຼື ໜ່ວຍງານທີ່ກ່ຽວຂ້ອງໂດຍສະເພາະແມ່ນອົງການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການໄອຍະການປະຊາຊົນເພື່ອດຳເນີນຄະດີຕາມຂະບວນການຂອງກົດໝາຍ.