ເພີ່ມທະວີກຽມພ້ອມ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ

    ເພື່ອເປັນການໂຄສະນາໃຫ້ແຮງງານໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານ ແລະ ລະບຽບການໃນການເຄື່ອນຍ້າຍແຮງງານແບບຖືກກົດໝາຍ ການຕ້ານການຄ້າມະນຸດ ການປ້ອງກັນຈາກພະຍາດໂຄວິດ-19 ແລະ ການຊ່ວຍເຫຼືອໃຫ້ແຮງງານເຫຼົ່ານັ້ນ ໃຫ້ມີໂອກາດເຂົ້າສູ່ຕໍາແໜ່ງງານຕ່າງໆພາຍໃນປະເທດ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນນາມຕາງໜ້າໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການ ການເພີ່ມທະວີກະກຽມພ້ອມເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ແຮງງານເຄື່ອນຍ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການເຄື່ອນຍ້າຍໃນ ສປປ ລາວ ໂດຍການສະໜັບສະໜູນງົບປະມານຈາກລັດຖະບານຍີ່ປຸ່ນ.

     ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 27 ກໍລະກົດ  ແລະ ຈະສືບຕໍ່ຈັດຕັ້ງປະຕິບັດເຖິງຕົ້ນເດືອນກັນຍາ ປີ 2020 ໃນແຂວງເປົ້າໝາຍປະກອບມີ:  ແຂວງຫຼວງພະບາງ ໄຊຍະບູລີ ຈໍາປາສັກ ສາລະວັນ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ຕາງໜ້າຈາກກະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ຕາງໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້ານຖິ່ນຖານ ໂດຍທ່ານ ອຸດອນ ສຸພາວັນ ຜູ້ປະສານງານໂຄງການ ພ້ອມດ້ວຍວິຊາການ ລົງເຄື່ອນໄຫວໂຄງການດັ່ງກ່າວ ໄດ້ຈັດເຝິກອົບຮົມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃຫ້ແກ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ປກສ ແຂວງ 36 ເມືອງ  ແລະ 72 ບ້ານເປົ້າໝາຍ.

     ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ ຜູ້ອອກແຮງງານລາວທີ່ອອກແຮງງານຢູ່ຕ່າງປະເທດໂດຍສະເພາະແມ່ນປະເທດໄທ ທີ່ໄປແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໄດ້ຫຼັ່ງໄຫຼກັບຄືນປະເທດໂດຍຜ່ານດ່ານ ແລະ ລັກລອບເຂົ້າມາຕາມຊາຍແດນຕ່າງໆເປັນຈຳນວນຫຼາຍກວ່າ 120.000 ຄົນ ສາເຫດແມ່ນຍ້ອນບັນດາຫົວໜ່ວຍທຸລະກິດການຜະລິດ ແລະ ບໍລິການ ໄດ້ໂຈະ ແລະ ປິດກິດຈະການ  ພ້ອມທັງຫຼຸດຜ່ອນແຮງງານລົງ ແລະ ແຮງງານເອງກໍມີຄວາມຢ້ານກົວຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ ແຕ່ສິ່ງທີ່ໜ້າເປັນຫ່ວງກໍຄື ແຮງງານຈໍານວນດັ່ງກ່າວແມ່ນເປັນແຮງງານເຄື່ອນຍ້າຍແບບຜິດກົດໝາຍເປັນຈໍານວນຫຼາຍ ເຊິ່ງເຂົາເຈົ້າເຫຼົ່ານັ້ນອາດບໍ່ໄດ້ຮັບສິດທິຕາມລະບຽບກົດໝາຍ ແລະ ມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດ.

    ໂອກາດດຽວກັນນັ້ນ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ພ້ອມຄະນະ ຍັງໄດ້ມອບເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອາຫານແຫ້ງຈໍານວນ 1.300 ຊຸດໃຫ້ແກ່ແຮງງານທີ່ສູນກັກກັນຂອງແຂວງເປົ້າໝາຍ ມອບລໍາໂພງຈໍານວນ 72 ຊຸດ ພ້ອມທັງໄດ້ລົງໂຄສະນາຢູ່ 72 ບ້ານເປົ້າໝາຍ ນຳອີກ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!