ນໍາສະເໜີລົດກະບະ Hilux Revo ຮຸ່ນໃໝ່

    ບໍລິສັດ ໂຕໂຢຕາ ລາວ ຈຳກັດ ນໍາສະເໜີລົດກະບະອະເນກປະສົງ Hilux REVO ຮຸ່ນໃໝ່ ພ້ອມຄຳນິຍາມ “ປຸກພະລັງໃນຕົວທ່ານ ສູ່ເປົ້າໝາຍທີ່ເໜືອກວ່າ” ເຊິ່ງເປັນການນໍາສະເໜີລົດຮູບແບບໃໝ່ຜ່ານສື່ອອນລາຍ ຂຶ້ນວັນທີ 31 ກໍລະກົດຜ່ານມາ ຢູ່ຫ້ອງຂາຍ ໂຕໂຢຕາ ສາຂາທົ່ງຂັນຄຳ ນະຄອນຫຼວງວຽງຈັນ.

    ທ່ານ ມາຊາອາກິ ຄາວາບາຕະ ຜູ້ອຳນວຍການບໍລິສັດ ໂຕໂຢຕາ ລາວ ຈຳກັດ ກ່າວວ່າ: ຂໍສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະລັດຖະບານລາວ ທີ່ມີການນຳພາຢ່າງເດັດດ່ຽວ ພະນັກງານແພດທີ່ເຮັດວຽກປິ່ນປົວ ບັນດາສື່ມວນຊົນສຳລັບການເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດ-ຖືກຕ້ອງ ແລະ ຄົນລາວທຸກຄົນທີ່ຮ່ວມກັນປະກອບສ່ວນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນ ປັດຈຸບັນພວກເຮົາຈຳເປັນຕ້ອງໄດ້ລະມັດລະວັງ ເພື່ອຫຼີກລ່ຽງບໍ່ໃຫ້ມີການແຜ່ລະບາດເກີດຂຶ້ນໃໝ່  ບໍລິສັດໂຕໂຢຕາລາວ ຈຶ່ງຕັດສິນໃຈຈັດງານນໍາສະເໜີລົດໂຕໂຢຕ້າ  Hilux REVO ຮຸ່ນໃໝ່ຜ່ານສື່ອອນລາຍ ເພື່ອປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຫຼີກລ່ຽງການຊຸມນຸມ ແລະ ຫຼຸດຜ່ອນຄວາມສ່ຽງລົງໃຫ້ຫຼາຍທີ່ສຸດ.

    Hilux REVO ແມ່ນລົດກະບະອະເນກປະສົງ ທີ່ຄອງອັນດັບ 1 ຂອງຕະຫຼາດໃນ ສປປ ລາວ ເປັນເວລາຫຼາຍປີ ແລະ Hilux REVO ຮຸ່ນໃໝ່ນີ້ ແມ່ນມາພ້ອມກັບເຕັກໂນໂລຊີຂອງໂຕໂຢຕາທີ່ເປັນນະວັດຕະກຳໃໝ່ ຮູບຊົງພາຍນອກສະດຸດຕາ ແລະ ການອອກແບບພາຍໃນທີ່ທັນສະໄໝ ແລະ ໂອ່ໂຖງ ທີ່ພ້ອມຈະຕອບສະໜອງຄວາມຕ້ອງການ ແລະ ອຳນວຍຄວາມສະດວກໃຫ້ຊີວິດຂອງຜູ້ຂັບຂີ່ ເຊິ່ງໄດ້ພັດທະນາ 4 ຫົວຂໍ້ສຳຄັນ ໂດຍສະເພາະດ້ານການອອກແບບໃໝ່ໃຫ້ທັນສະໄໝຫຼາຍຂຶ້ນ ດ້ານສະມັດຖະນະການຂັບຂີ່ ດ້ານຄວາມສະດວກສະບາຍ ແລະ ດ້ານຄວາມປອດໄພ ເຊິ່ງຜູ້ທີ່ສົນໃຈສາມາດເຂົ້າເບິ່ງລົດຕົວຈິງ ແລະ ສອບຖາມລາຍລະອຽດຕ່າງໆໄດ້ທີ່ຫ້ອງຂາຍໂຕໂຢຕາທຸກສາຂາທົ່ວປະເທດ.

# ຂ່າວ & ພາບ: ສະບາໄພ

error: Content is protected !!