ສາທາ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມອັດຕາປົກຄຸມການໃຫ້ວັກຊີນກັນພະຍາດຢູ່ ສປປ ລາວ

    ໃນວັນທີ 4 ເດືອນສິງຫາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂົນຂວາຍຂໍການສະໜັບສະໜູນກ່ຽວກັບວຽກງານການບໍລິການໃຫ້ວັກຊິນກັນພະຍາດ ເປັນປະທານຮ່ວມຂອງທ່ານ ປານອມ ພອງມະນີ ຮອງຫົວໜ້າກົມອະນາໄມ-ສົ່ງເສີມສຸຂະພາບ  ແລະ  ທ່ານ ນາງ ບີອາເຕ ດັສເຕລ ຮັກສາການແທນຫົວໜ້າອົງການອຸຍນິເຊບ ມີຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ສູນກາງແນວລາວສ້າງຊາດ ສະຫະພັນແມ່ຍິງລາວ ສູນກາງຊາວໜຸ່ມປະຕິວັດລາວ ແລະ ຄູ່ຮ່ວມພັດທະນາທີ່ເຮັດວຽກໃນຂົງເຂດແມ່ ແລະ ເດັກ ເພື່ອເສີມສ້າງການຮ່ວມມືກັນໃນການແກ້ໄຂອັດຕາປົກຄຸມຂອງການໃຫ້ວັກຊີນກັນພະຍາດຍັງຕໍ່າ ເຊິ່ງໄດ້ຖືກຜົນກະທົບໂດຍການລະບາດຂອງເຊື້ອພະຍາດ COVID-19 ກະຊວງສາທາລະນະສຸກຈຶ່ງໄດ້ຮຽກຮ້ອງການສະໜັບສະໜູນຈາກຂະແໜງການທີ່ສຳຄັນ ໃນວຽກງານການບໍລິການໃຫ້ວັກຊີນກັນພະຍາດ.

    ທ່ານ ປານອມ ພອງມະນີ ໄດ້ກ່າວວ່າ: ວັກຊີນຊ່ວຍຊີວິດໄດ້ ແຕ່ຍັງມີເດັກນ້ອຍຫຼາຍຄົນທີ່ບໍ່ໄດ້ຮັບວັກຊີນ ເຊິ່ງເພີ່ມຄວາມສ່ຽງຕໍ່ການເຈັບເປັນ ການລະບາດຂອງເຊື້ອພະຍາດ COVID-19 ຍັງສ້າງຜົນກະທົບຕໍ່ອັດຕາປົກຄຸມຂອງການໃຫ້ວັກຊີນໃນທົ່ວໂລກ ການລະບາດນີ້ ຍັງໄດ້ກະທົບຕໍ່ການບໍລິການໃຫ້ວັກຊີນປະຈຳ ແລະ ການບໍລິການດ້ານສຸຂະພາບທີ່ຈຳເປັນອື່ນໆ ເຖິງວ່າຈະມີຄວາມທ້າທາຍເຫຼົ່ານີ້ກໍຕາມ ວຽກງານໃຫ້ວັກຊີນກັນພະຍາດຕ້ອງໄດ້ສືບຕໍ່ ແລະ ເພີ່ມຂຶ້ນ.

    ” ລັດຖະບານ ສປປ ລາວ ໄດ້ຕັ້ງເປົ້າໝາຍສຳລັບເດັກນ້ອຍລຸ່ມ 1 ປີ ໄດ້ຮັບວັກຊີນຄົບ ໃຫ້ໄດ້ 95% ເພື່ອບັນລຸເປົ້າໝາຍນີ້ ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນກັບຂະແໜງການອື່ນໆ ນອກເໜືອຈາກຂະແໜງການສາທາລະນະສຸກ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເສີມສ້າງການຮ່ວມມືກັບທຸກພາກສ່ວນ ເພື່ອຮັບປະກັນການບໍລິການໃຫ້ວັກຊີນໄປຮອດໄປເຖິງເດັກນ້ອຍທຸກຄົນຢູ່ ສປປ ລາວ.

    ທ່ານ ນາງ ບີອາເຕ ດັສເຕລ ໄດ້ກ່າວວ່າ: ອັດຕາການປົກຄຸມການໃຫ້ວັກຊີນກັນພະຍາດຕໍ່າ ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານແມ່ ແລະ ເດັກ ລວມທັງການພັດທະນາປະເທດຊາດໂດຍລວມ ເມື່ອເດັກນ້ອຍບໍ່ໄດ້ຮັບວັກຊີນກັນພະຍາດ ກໍຈະເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະ ຊຸມຊົນຂອງເຂົາເຈົ້າມີຄວາມສ່ຽງ ວັກຊີນມີບົດບາດທີ່ສຳຄັນໃນການຢຸດຕິການເສຍຊີວິດໃນເດັກທີ່ສາມາດຫຼີກລ່ຽງໄດ້ “ອົງການ UNICEF ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເພື່ອໃຫ້ວັກຊີນກັນພະຍາດແກ່ເດັກນ້ອຍທຸກຄົນຢູ່ໃນທຸກຊຸມຊົນ ບໍ່ວ່າຈະຢູ່ເຂດຫ່າງໄກສອກຫຼີກ ຫຼື ມີຄວາມທ້າທາຍກໍຕາມ ພວກເຮົາຢຶດໝັ້ນທີ່ຈະເຮັດວຽກຮ່ວມກັບຄູ່ຮ່ວມງານເພື່ອເສີມສ້າງວຽກງານການບໍລິການໃຫ້ວັກຊີນກັນພະຍາດ ໃນການຊອກຫາ ແລະ ໃຫ້ບູລິມະສິດແກ່ເດັກນ້ອຍ ເພື່ອຮັບປະກັນວ່າບໍ່ມີເດັກນ້ອຍຜູ້ໃດຖືກປະລະ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!