ຫຼາຍບັນຫາທີ່ປະຊາຊົນເມືອງສີສັດຕະນາກ ສະເໜີຕໍ່ ສສຊ-ສສ ນວ

    ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ I ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ນຳ​ໂດຍ​ທ່ານ​ນາງ ພອນ​ເພັດ ບຸບ­ຜາ ຮອງ​ປະ­ທານ​ກຳ­ມາ​ທິ​ການ​ວັດ­ທະ­ນະ­ທຳ-ສັງ­ຄົມ​ສະ­ພາ​ແຫ່ງ​ຊາດ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ I ນວ ທ່ານ ບົວ​ເກດ ພົມ­ມະ­ຈັນ ຮອງ​ຫົວ­ໜ້າ​ພະ​ແນກ​ຍຸ­ຕິ​ທຳ ນວ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ I ນວ ທັງ​ເປັນ​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ (ສສ ນວ) ທ່ານ ອຸ­ດອນ ໄຊ​ມົນ­ຕີ ຮອງ​ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ I ປະ­ຈຳ­ເມືອງ​ສີ​ສັດ­ຕະ​ນາກ ແລະ ທ່ານ​ນາງ ຄຳ​ແຫວນ ສິງ​ບັນ­ດິດ ຮອງ​ຄະ­ນະ​ກຳ­ມາ​ທິ​ການ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ບັນ­ດາ­ເຜົ່າ ສສ ນວ​ປະ­ຈຳ​ເຂດ​ເລືອກ​ຕັ້ງ​ສີ​ສັດ­ຕະ​ນາກ ລົງ​ພົບ​ປະ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ເມືອງ​ສີ​ສັດ­ຕະ​ນາກ ຢູ່​ຫ້ອງ­ການ​ປົກ­ຄອງ​ເມືອງ​ວັນ​ທີ 24 ກຸມ­ພາ 2020 ມີ​ທ່ານ ບຸນ​ເມກ ວິ­ໄລ​ແສງ ຮອງ​ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ ພ້ອມ​ດ້ວຍ​ຄະ­ນະ​ໃຫ້­ການ​ຕ້ອນ­ຮັບ.

    ເພື່ອ​ເຜີຍ­ແຜ່​ຜົນ­ສຳ­ເລັດ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ I ພ້ອມ​ທັງ​ຮັບ​ຟັງ​ຄຳ​ຄິດ​ເຫັນ ຄຳ​ສະ­ເໜີ​ຂອງ​ພະ­ນັກ­ງານ​ກ່ຽວ​ກັບ​ບັນ­ຫາ​ຂັດ­ຂ້ອງ​ໝອງ​ໃຈ​ຕ່າງໆ ເພື່ອ​ສະ­ເໜີ​ຕໍ່​ອຳ­ນາດ​ການ​ປົກ­ຄອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຊິ່ງ​ພາຍ­ຫຼັງ​ໄດ້​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ໂດຍ​ລວມ​ຈາກ​ທ່ານ​ຮອງ​ເຈົ້າ­ເມືອງ ສສຊ ແລະ ສສ ນວ ໄດ້​ຜັດ­ປ່ຽນ​ກັນ​ນຳ​ສະ­ເໜີ​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ພ້ອມ​ເປີດ​ໂອ­ກາດ​ໃຫ້​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຍົກ​ບັນ­ຫາ​ຄາ​ໃຈ​ຂໍ້​ສະ­ເໜີ​ຕ່າງໆ​ຂຶ້ນ​ມາ ເຊິ່ງ​ຜ່ານ​ການ​ລົງ​ພົບ​ປະ­ຊາ­ຊົນ​ພາຍ​ໃນ​ເມືອງ​ຂອງ ສສຊ ແລະ ສສ ນວ ແຕ່​ວັນ​ທີ 18-24 ກຸມ­ພາ 2020 ຈຳ­ນວນ 6 ຈຸດ ຄື: ກຸ່ມ​ເພຍ​ວັດ ທາດ​ຂາວ ສວນ​ມອນ ວັດ​ນາກ ທ່າ​ພະ​ລານ​ໄຊ ແລະ ກຸ່ມ​ພັນ​ໝັ້ນ ລວມ​ມີ 28 ບັນ­ຫາ​ທີ່​ປະ­ຊາ­ຊົນ ອຳ­ນາດ​ການ​ປົກ­ຄອງ​ໄດ້​ນຳ​ສະ­ເໜີ ເຊິ່ງ​ແຕ່​ລະ​ບັນ­ຫາ​ກໍ​ນອນ​ໃນ​ບັນ­ຫາ​ທີ່​ຕິດ​ພັນ​ກັບ​ເສດ­ຖະ­ກິດ-ສັງ­ຄົມ ເປັນ­ຕົ້ນ ການ​ພັດ​ທະ ນາ​ຊີ­ວິດ​ການ​ເປັນ​ຢູ່ ບັນ­ຫາ​ພື້ນ­ຖານ​ໂຄງ​ລ່າງ ແລະ ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຈຳ­ນວນ​ໜຶ່ງ.

    ການ​ລົງ​ພົບ​ປະ​ຄັ້ງ​ນີ້ ສສຊ ແລະ ສສ ນວ ໄດ້​ນຳ​ເອົາ​ຂໍ້​ຂ້ອງ​ໃຈ ແລະ ບັນ­ຫາ​ທີ່​ສັງ​ລວມ​ໄດ້​ໃນ​ການ​ລົງ​ພົບ​ປະ​ທີ່​ອຳ­ນາດ​ການ​ປົກ­ຄອງ ແລະ ປະ­ຊາ­ຊົນ​ໄດ້​ນຳ​ສະ­ເໜີ ເພື່ອ​ນຳ​ມາ​ປຶກ­ສາ​ຫາ­ລື​ກັບ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ຫ້ອງ­ການ​ທີ່​ກ່ຽວ­ຂ້ອງ ເພື່ອ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ເພື່ອ​ນຳ​ສູ່​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ໃຫ້​ເຫັນ​ໄດ້​ບັນ­ຫາ​ທາງ​ອອກ​ທີ່​ເໝາະ​ສົມ ເພື່ອ​ພ້ອມ​ກັນ​ຊອກ​ຫາ​ວິ­ທີ​ທາງ​ໃນ​ການ​ແກ້​ໄຂ​ໃຫ້​ຖືກ­ຕ້ອງ​ສອດ­ຄ່ອງ ວ່ອງ­ໄວ ຮັກ­ສາ​ໄດ້​ສິດ​ຜົນ​ປະ­ໂຫຍກ​ອັນ​ຊອບ​ທຳ​ຂອງ​ປະ­ຊາ­ຊົນ.

Leave a Reply

error: Content is protected !!