ວຽງຈັນ ເອັຟຊີ ສະໂມສອນໜຶ່ງດຽວຈາກຕ່າງແຂວງ ແລະ ນ້ອງໃໝ່ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ສ້າງປະຫວັດສາດຊະນະໃນລີກສູງສຸດຂອງລາວ ໄດ້ສຳເລັດວັນທີ 30 ມິຖຸນາ 2020 ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ດ້ວຍການເອົາຊະນະສະໂມສອນ ເອສະຣາ ເອັຟຊີ ໄປແບບຫວຸດຫວິດ 1-0.
ສຳລັບເກມນັດດັ່ງກ່າວ ວຽງຈັນເອັຟຊີ ຫຼິ້ນໄດ້ໂດດເດັ່ນສາມາດຈັບທາງຂອງ ເອສະຣາ ເອັຟຊີ ຈົນເຮັດໃຫ້ ເອສະຣາ ເອັຟຊີ ສ້າງເກມບຸກໄດ້ຢ່າງລຳບາກ ກ່ອນທີ່ ສຸກພະຈັນ ນັກເຕະຕົວເກັ່ງຂອງ ວຽງຈັນ ເອັຟຊີ ຈະມາຍິງປະຕູໄຊໃຫ້ກັບທີມໃນນາທີ 65 ເອົາຊະນະ ເອສະຣາ ເອັຟຊີ ໄປຫວຸດຫວິດ 1-0.
ຫຼັງຈົບການແຂ່ງຂັນ ມີການເປີດເຜີຍສະຖິຕິ ປາກົດວ່າ: ທັງສອງທີມມີໂອກາດຍິງ 7 ຄັ້ງເທົ່າກັນ ແຕ່ເປັນ ວຽງຈັນ ເອັຟຊີ ຍິງເຂົ້າເປົ້າ 2 ຄັ້ງ ເປັນປະຕູ 1 ໜ່ວຍ ສ່ວນ ເອສະຣາ ເອັຟຊີ ຍິງເຂົ້າເປົ້າພຽງ 1 ຄັ້ງ ບໍ່ເປັນປະຕູ ຈາກຜົນດັ່ງກ່າວ ເຮັດໃຫ້ວຽງຈັນ ເອັຟຊີ ເກັບເພີ່ມເປັນ 4 ຄະແນນ ຈາກການລົງແຂ່ງຂັນ 3 ນັດ ແຊງຂຶ້ນມາຢູ່ອັນດັບ 4 ຂອງຕາຕະລາງຄະແນນລວມ ຕາມຫຼັງ ລາວໂຕໂຢຕາ ເອັຟຊີ ທີມນຳ 6 ຄະແນນ.