ຈະລາຈອນ ນວ ສຸມໃສ່ແກ້ໄຂການສັນຈອນແອອັດ ແລະ ອຸບັດເຫດ

ເພື່ອ​ສືບ­ຕໍ່​ແກ້​ໄຂ​ສະ­ພາບ​ການ​ສັນ­ຈອນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ວາງ​ແຜນ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ໃນ 6 ເດືອນ​ທ້າຍ​ປີ 2020 ສຸມ​ໃສ່​ແກ້​ໄຂ​ການ​ສັນ­ຈອນ​ແອ​ອັດ ໄປ​ຄຽງ​ຄູ່​ກັບ­ແກ້​ໄຂ​ບັນ­ຫາ​ອຸ­ບັດ­ເຫດ.

ພັທ ເພັງ​ສະ­ຫວັນ ທຳ​ມາ​ບູນ ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ນວ ກ່າວ​ວ່າ: ເພື່ອ​ຮັບ​ມື​ກັບ​ສະ­ພາບ​ດັ່ງ­ກ່າວ​ນີ້ ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈະ​ຍົກ​ສູງ​ລະ­ດັບ​ໃຫ້​ມີ​ປະ­ສິດ­ທິ­ພາບ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ແກ້​ໄຂ​ສະ­ພາບ​ຈະ­ລາ­ຈອນ​ແອ​ອັດ ແລະ ອຸ­ບັດ­ເຫດ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ໃນ​ຊົ່ວ­ໂມງ​ເຂົ້າ​ການ​ເລີກ​ການ​ມີ​ຄວາມ​ຄ່ອງ​ຕົວ​ດີ ແລະ ອຸ­ບັດ­ເຫດ​ຫຼຸດ​ລົງ ຄຽງ​ຄູ່​ກັບ​ການ​ຈັດ​ລະ­ບຽບ​ຕາມ​ສາຍ​ທາງ 21 ເສັ້ນ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ສຳ­ລັບ​ການ​ແກ້​ໄຂ​ຈະ­ລາ­ຈອນ​ແອ​ອັດ ແມ່ນ​ສືບ­ຕໍ່​ໂຄ­ສະ­ນາ​ປູກ​ຈິດ​ສຳ­ນຶກ​ໃຫ້​ແກ່​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ຮັບ​ຮູ້​ເຂົ້າ­ໃຈ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ກົດ­ໝາຍ​ຂົນ­ສົ່ງ​ທາງ­ບົກ ຜ່ານ​ໂທລະ­ພາບ ໜັງ­ສື­ພິມ ວິ­ທະ­ຍຸ ແລະ ຜົນ​ເສຍ​ຫາຍ​ຈາກ​ການ​ເກີດ​ອຸ­ບັດ­ເຫດ ປະ­ສານ​ສົມ­ທົບ​ແຕ່​ລະ​ພາກ­ສ່ວນ​ໃນ​ການ​ຂັບ​ຂີ່​ປອດ​ໄພ ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ສາຍ​ທາງ​ຫຼັກ​ເຂດ​ຊຸມ​ຊົນ ແກ້​ໄຂ​ລົດ​ຈອດ​ຊະ­ຊາຍ​ແຄມ​ທາງ ຂາຍ­ເຄື່ອງ​ໃສ່​ທາງ​ຍ່າງ ແລະ ຄວບ​ຄຸມ​ຄວາມ​ໄວ ຮັບ­ປະ­ກັນ​ໃຫ້­ການ​ເປີດ​ທາງ ປ້ອງ​ກັນ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃຫ້​ມີ​ຄວາມ​ສະ­ຫງົບ​ປອດ​ໄພ ພ້ອມ​ທັງ​ຕິດ­ຕາມ​ການ​ຈະ­ລາ­ຈອນ​ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ຈັດ​ລະ­ບຽບ​ຖະ­ໜົນ​ລ້ານ​ຊ້າງ ປ້ອມ​ຊົ່ວ­ຄາວ​ໃຫ້​ໄດ້ 16 ຊົ່ວ­ໂມງ ປ້ອມ​ຖາ­ວອນ​ໃຫ້​ໄດ້ 24 ຊົ່ວ­ໂມງ ເພື່ອ​ແກ້​ໄຂ​ຈະ­ລາ­ຈອນ​ແອ​ອັດ​ໃນ​ໂມງ​ໄປ​ການ-ເລີກ​ການ ບໍ່​ໃຫ້​ມີ​ລົດ​ຕິດ​ອັງ​ອໍ​ຕາມ​ສາຍ​ທາງ​ຕ່າງໆ ຄຽງ​ຄູ່​ກັບ​ການ​ເຮັດ​ໜ້າ­ທີ່​ຕິດ­ຕາມ​ສະ­ພາບ​ການ​ຕ່າງໆ ຮັບ​ແຈ້ງ​ສະ­ພາບ​ແກ້​ໄຂ​ການ​ເກີດ​ອຸ­ບັດ­ເຫດ​ເພື່ອ​ບໍ່​ໃຫ້​ລົດ​ຕິດ.

ຕໍ່​ກັບ​ວຽກ​ງານ​ແກ້​ໄຂ​ບັນ­ຫາ​ອຸ­ບັດ­ເຫດ ແມ່ນ​ເຮັດ​ໜ້າ­ທີ່​ປະ­ຈຳ­ການ​ຄອຍ​ເຫດ ກວດ­ກາ​ທາດ​ເຫຼົ້າ ບັນ­ທຸກ​ເກີນ ລົງ​ສະ­ຖານ­ທີ່​ເກີດ​ເຫດ​ໃຫ້​ທັນ​ສະ­ພາບ​ການ​ທີ່​ເກີດ​ຂຶ້ນ ຊີ້​ນຳ​ພະ­ນັກ­ງານ​ນັກ­ຮົບ​ມີ​ຄວາມ​ບໍ­ລິ­ສຸດ​ຊື່­ສັດ ໃນ​ການ​ດຳ­ເນີນ​ຄະ­ດີ​ອຸ­ບັດ­ເຫດ​ໃຫ້​ຮັບ­ປະ­ກັນ​ໄດ້​ດ້ານ​ການ­ເມືອງ ດ້ານ​ກົດ­ໝາຍ ແລະ ດ້ານ​ວິ­ຊາ​ສະ­ເພາະ ພ້ອມ​ທັງ​ສືບ­ຕໍ່​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເປັນ­ຕົ້ນ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ໄອ​ຍະ​ການ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ ແລະ ບັນ­ດາ​ຈະ­ລາ­ຈອນ​ເມືອງ​ເພື່ອ​ຄວາມ​ເອ­ກະ​ພາບ​ໃນ​ການ​ດຳ​ເນີດ​ຄະ­ດີ ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ພົວ­ພັນ​ກັບ​ກອງ​ຄຸ້ມ​ຄອງ​ພາ­ຫະ­ນະ ໃນ​ການ​ຄຸ້ມ​ຄອງ​ພາ­ຫະ­ນະ​ເພີ່ມ ຫຼື ຫຼຸດ ນອກ­ຈາກ​ນີ້ ທັງ​ຈະ​ໄດ້​ສຸມ​ໃສ່​ໃນ​ການ​ຄຸ້ມ​ຄອງ​ສູນ​ເຕັກ­ນິກ​ໃຫ້​ຮັບ­ປະ­ກັນ ໃນ​ການ​ກວດ­ກາ​ເຕັກ­ນິກ​ຂອງ​ພາ­ຫະ­ນະ ວາງ​ລາ­ຄາ ຮັບ​ແຈ້ງ​ເສຍ​ຫາຍ ແລະ ດຳ­ເນີນ​ຄະ­ດີ ສືບ­ຕໍ່​ສ້າງ​ຖານ​ຂໍ້​ມູນ​ພາ­ຫະ­ນະ ຖານ​ຂໍ້​ມູນ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ ແລະ ຖານ​ຂໍ້​ມູນ​ອຸ­ບັດ­ເຫດ ເພື່ອ​ໃຊ້​ວິ­ຊາ​ສະ­ເພາະ ແລະ ສຶກ​ສາ​ອົບ­ຮົມ​ນັກ​ຂັບ​ຂີ່.

error: Content is protected !!