ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນ ປະກອບສ່ວນໂຄງການສ້າງເຂື່ອນໄຟຟ້ານ້ຳງື່ມ 5 ຈັດຂຶ້ນວັນທີ 31 ກໍລະກົດ 2020 ທີ່ລັດວິສາຫະກິດໄຟຟ້າລາວ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກຳມະການຊີ້ນຳຮ່ວມໂຄງການໄຟຟ້ານ້ຳງື່ມ 5 ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ພອນສະຫວັນ ແກ້ວຫາວົງ ຮອງຜູ້ອຳນວຍການບໍລິສັດ ໄຟຟ້ານ້ຳງື່ມ 5 ຈຳກັດ ໄດ້ລາຍງານຜົນສຳເລັດໂດຍຫຍໍ້ຂອງໂຄງການວ່າ: ເຂື່ອນໄຟຟ້ານ້ຳງື່ມ 5 ຕັ້ງຢູ່ໃນເຂດເມືອງພູຄູນ ແຂວງຫຼວງພະບາງ ຫ່າງຈາກນະຄອນຫຼວງວຽງຈັນປະມານ 300 ກິໂລແມັດ ຕັ້ງຢູ່ເທິງນ້ຳຕິງ ທີ່ເປັນສາຂາຂອງນ້ຳງື່ມ ເຮືອນຈັກຕັ້ງຢູ່ເຂດເມືອງພູກູດ ແຂວງຊຽງຂວາງ ໄລຍະພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 5 ໄດ້ເລີ່ມລົງມືປະຕິບັດໂຄງການວັນທີ 1 ຕຸລາ 2008 ແລະ ໄດ້ເປີດດຳເນີນການຜະລິດໄຟຟ້າຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ວັນທີ 2 ທັນວາ 2012 ລວມມູນຄ່າໂຄງການທັງໝົດ 199 ລ້ານໂດລາສະຫະລັດ ຫຼື ປະມານ 1.802 ຕື້ກີບ ໃນນັ້ນມີບໍລິສັດ sinohydro Corporation Ltd ຖືກຮຸ້ນ 85% ແລະ Electicite Du laos ຖືກຮຸ້ນ 15% ມີໄລຍະສຳປະທານ 25 ປີ ປັດຈຸບັນເຂື່ອນດັ່ງກ່າວ ໄດ້ຜະລິດກະແສໄຟຟ້າຂາຍສົ່ງໄປຕ່າງປະເທດມາໄດ້ 8 ປີ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະເສດຖະກິດ-ສັງຄົມລາວນັບມື້ດີຂຶ້ນເທື່ອລະກ້າວ.

ຈາກນັ້ນໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນ ທີ່ມີຜົນງານໃນການປະກອບສ່ວນໂຄງການດັ່ງກ່າວ ໃນນີ້ໄດ້ຮັບຫຼຽນໄຊແຮງງານຊັ້ນ III ມີ 12 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ 16 ທ່ານ ແລະ ໃບຍ້ອງຍໍຂັ້ນກະຊວງຈຳນວນໜຶ່ງ.