ຄສຄ ມອບເຄື່ອງບັນເທົາທຸກໃຫ້ປະຊາຊົນເມືອງໝື່ນ

ວັນ​ທີ 29 ກໍ­ລະ­ກົດ 2020 ທີ່​ພາກ​ວິ­ຊາ​ສັງ­ຄົມ​ສົງ­ເຄາະ ແລະ ການ​ພັດ­ທະ­ນາ ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ຄສຄ ມຊ) ໄດ້​ມີ​ພິ­ທີ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ບັນ­ເທົາ​ທຸກ​ໃຫ້​ປະ­ຊາ­ຊົນ​ຄອບ­ຄົວ​ທຸກ​ຍາກ​ຂອງ​ເມືອງ​ໝື່ນ ແຂວງ​ວຽງ​ຈັນ ພາຍ​ໃຕ້​ຫົວ­ຂໍ້ ໜຶ່ງ​ນ້ຳ­ໃຈ ຫຼາຍ​ຮ້ອຍ​ຍິ້ມ ໜຶ່ງ​ການ​ໃຫ້ ຫຼາຍ​ກວ່າ​ຄວາມ­ສຸກ ກ່າວ​ມອບ​ໂດຍ​ທ່ານ ສີ​ສະ­ຫວາດ ໂສມ​ມະ​ລັດ ວ່າ­ການ​ຫົວ­ໜ້າ​ພາກ​ວິ­ຊາ​ສັງ­ຄົມ​ສົງ­ເຄາະ ແລະ ການ​ພັດ­ທະ­ນາ ແລະ ກ່າວ​ຮັບ​ໂດຍ​ທ່ານ ພອນ​ເທີດ ສຸ​ວັດ​ດີ ຮອງ​ເລ­ຂາ​ພັກ​ເມືອງ​ໝື່ນ ມີ​ຮອງ​ຫົວ  ໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ ພະ­ນັກ­ງານ ຄູ-ອາ­ຈານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ແມ່ນ​ກິດ­ຈະ­ກຳ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ການ​ເຝິກ​ປະ­ຕິ­ບັດ​ຕົວ​ຈິງ ​ຂອງ​ວິ­ຊາ​ລະ­ດົມ​ທຶນ​ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ​ຂອງ​ນັກ​ສຶກ​ສາ​ປີ 4 ໃນ​ສາ­ຂາ​ສັງ­ຄົມ​ສົງ­ເຄາະ ແລະ ການ​ພັດ­ທະ­ນາ ເຊິ່ງ​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ເຝິກ​ໃຫ້​ນັກ​ສຶກ​ສາ​ທຸກ​ຄົນ​ໃນ​ສາ­ຂາ​ດັ່ງ­ກ່າວ​ໄດ້​ນຳ​ມາ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ​ກັນ ໃນ​ເວ­ລາ​ພົບ​ຄວາມ​ຫຍຸ້ງ­ຍາກ ແລະ ຂັດ​ສົນ ຫຼື ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ຕ່າງໆ ສ້າງ​ໃຫ້​ນັກ​ສຶກ​ສາ​ຮູ້​ຊອກ​ຫາ​ແຫຼ່ງ​ທຶນ ລະ­ດົມ​ທຶນ ເພື່ອ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ທີ່​ມີ​ຄວາມ­ທຸກ​ຍາກ​ຂາດ­ເຂີນ ເຊິ່ງ​ປີ​ນີ້ ນັກ​ສຶກ​ສາ​ພາກ​ວິ­ຊາ​ສັງ­ຄົມ​ສົງ­ເຄາະ ແລະ ການ​ພັດ­ທະ­ນາ​ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍ­ເຫຼືອ ​ທີ່​ໄດ້​ຈາກ​ການ​ລະ­ດົມ​ທຶນ​ຫຼາຍ​ພາກ­ສ່ວນ​ເຊັ່ນ: ການ​ເປີດ​ບູດ​ຮັບ​ບໍ­ລິ­ຈາກ​ຂອງ​ນັກ​ສຶກ​ສາ ຂາຍ­ເຄື່ອງ​ເພື່ອ​ລະ­ດົມ​ທຶນ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ປະ­ຊາ­ຊົນ ແລະ ຄູ-ອາ­ຈານ ຜູ້​ທີ່​ມີ​ຈິດ­ໃຈ​ເອື້ອ­ເຟື້ອ​ເຜື່ອ​ແຜ່​ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ ເຄື່ອງ​ທີ່​ນຳ​ມາ​ມອບ​ໃຫ້​ປະ­ຊາ­ຊົນ​ຄັ້ງ​ນີ້ ມີ​ເຄື່ອງ­ນຸ່ງ​ຫົ່ມ 75 ແກັດ 9 ກະ­ເປົາ ແລະ ເຄື່ອງ​ກີ­ລາ 12 ຊຸດ ລວມ​ມູນ​ຄ່າ​ທັງ​ໝົດ 24.756.000 ກີບ.

ໂອ­ກາດ​ນີ້ ທ່ານ ພອນ​ເທີດ ສຸ​ວັດ​ດີ ໄດ້​ກ່າວ​ສະ­ແດງ​ຂອບ­ໃຈ​ຄະ­ນະ​ນຳ ຄູ-ອາ­ຈານ ແລະ ນັກ​ສຶກ​ສາ​ທີ່​ໄດ້​ຈັດ​ກິດ­ຈະ­ກຳ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ​ໃນ​ການ​ເພີ່ມ​ພູນ​ຄູນ​ສຸກ ແລະ ບັນ­ເທົາ​ທຸກ​ໃຫ້​ປະ­ຊາ­ຊົນ​ເມືອງ​ໝື່ນ ພ້ອມ​ທັງ​ໄດ້​ກ່າວ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ນັກ​ສຶກ​ສາ​ທີ່​ເສຍ­ສະ­ຫຼະ​ທັງ​ສະ­ຕິ​ປັນ­ຍາ ແລະ ເຫື່ອ­ແຮງ​ຂອງ​ຕົນ ໃນ​ການ​ລະ­ດົມ​ທຶນ­ຮອນ​ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ພັດ­ທະ­ນາ ແລະ ບັນ­ເທົາ​ທຸກ​ໃຫ້​ຊິ­ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເມືອງ​ໝື່ນ​ດີ​ຂຶ້ນ ພ້ອມ​ສັນ­ຍາ​ວ່າ​ຈະ​ນຳ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ​ໄປ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ​ຜູ້​ມີ​ຄວາມ​ຈຳ­ເປັນ ແລະ ຂາດ­ເຂີນ​ໃຫ້​ທົ່ວ​ເຖິງ.

error: Content is protected !!