ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ຈັດຂຶ້ນວັນທີ 31 ກໍລະກົດ 2020 ທີ່ສູນການຄ້າລາວ-ໄອເຕັກ ເປັນປະທານຂອງສະຫາຍ ສຸລິວັນ ພົມມະຫາໄຊ ເລຂາຄະນະພັກຮາກຖານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະພັກ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກເຂົ້າຮ່ວມ.

ສະຫາຍ ສຸລິວັນ ພົມມະຫາໄຊ ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກວ່າ: ຄະນະພັກຮາກຖານພະແນກ ຍທຂ ນວ ມີໜ່ວຍພັກຂຶ້ນກັບ 8 ໜ່ວຍ ມີສະມາຊິກພັກທັງໝົດ 229 ສະຫາຍ ຍິງ 52 ສະຫາຍ ຕະຫຼອດໄລຍະ 5 ປີຜ່ານມາ ໜ່ວຍພັກໄດ້ຮັບນາມມະຍົດໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານ 3 ປີຕິດຕໍ່ກັນ ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງເປັນປົກກະຕິ ໂດຍໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຄື ໂຄງການກໍ່ສ້າງທາງເບຕົງແຕ່ 3 ແຍກຈີນາຍໂມ້-ບໍ່ໂອ-ບ້ານຫ້ອມ-ຊາຍຟອງ ສຳເລັດ 100% ໂຄງການກໍ່ສ້າງເສັ້ນທາງແຕ່ 4 ແຍກຕານມີໄຊ ຫາ 3 ແຍກສີເກີດ ປະຕິບັດໄດ້ 86,42% ຊ້າກວ່າແຜນການ 13,58% ກວດກາ 20 ເປົ້າໝາຍ ກວດກາສະເພາະກິດ 65 ໂຄງການ ສະເໜີດັດແກ້ມູນຄ່າ 14 ໂຄງການ ອະນຸຍາດສິ່ງປຸກສ້າງໄດ້ 7.122 ຫຼັງ ເນື້ອທີ່ 5 ລ້ານກວ່າຕາແມັດ ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍເຊັ່ນ ການມ້າງເທີບ-ເງີບ ການຂາຍເຄື່ອງຕາມແຄມທາງ ຂາຍເຄື່ອງຊະຊາຍ ຮື້ຖອນ ແລະ ຕັດປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 4.500 ຈຸດ ແກ້ໄຂການຮ້ອງຟ້ອງປຸກສ້າງທີ່ໄດ້ສ້າງຜົນກະທົບຕໍ່ຜູ້ຢູ່ໃກ້ຄຽງ ແລະ ເສັ້ນທາງທີ່ເປິເປື້ອຍ 150 ກໍລະນີ ກວດກາບໍລິມາດ ແລະ ລາຄາໂຄງການລົງທຶນຂອງລັດໄດ້ 69 ໂຄງການ ເຮັດໃຫ້ລາຄາຜິດດ່ຽງຫຼຸດລົງ 109 ຕື້ກີບ ຕິດຕາມ ຊຸກຍູ້ບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນ 45 ໂຄງການປັບປຸງ ກໍ່ສ້າງເສັ້ນທາງເກົ່າສາຍຫຼັກ ປຸກລະດົມປະຊາຊົນໃນການປະກອບສ່ວນວຽກງານໄກ່ເກ່ຍ ຍົກຍ້າຍສິ່ງກີດຂວາງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຮັດໃຫ້ການກໍ່ສ້າງມີຄວາມຄືບໜ້າ 89,8% ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃນຕົວເມືອງ 11.410 ຕາແມັດ ປັດຈຸບັນ ພື້ນຖານໂຄງລ່າງເສັ້ນທາງໂທລະຄົມມະນາຄົມທົ່ວ ນວ ມີ 270,18 ກິໂລແມັດ ໃນນີ້ ທາງເບຕົງກວມ 61,6% ທາງປູອັດສະຟານແໜ້ນກວມ 49,1% ທາງປູຢາງ 2 ຊັ້ນ ກວມ 12,1% ທາງປູແຮ່ກວມເອົາ 1,6% ທາງທຳມະຊາດ 7,3% ໃນ 5 ປີຜ່ານມາ ສາມາດຂົນສົ່ງສິນຄ້າໄດ 2 ລ້ານໂຕນ ຂົນສົ່ງໂດຍສານໄດ້ 50 ລ້ານກວ່າເທື່ອຄົນ ການຂົນສົ່ງທາງນ້ຳ ແລະ ຂຸດຄົ້ນຫີນ ແຮ່ ຊາຍໄດ້ຮັບການຄຸ້ມຄອງໃຫ້ເຂົ້າສູ່ລະບຽບ ການຂຶ້ນທະບຽນເຮືອ 109 ລຳ ອື່ນໆ.

ສຳລັບແຜນການໃນຕໍ່ໜ້າ ເພື່ອໃຫ້ບັນລຸວິໄສທັດ ຍຸດທະສາດ ແລະ ຄາດໝາຍທີ່ກຳນົດໄວ້ ຕ້ອງໄດ້ເອົາໃຈໃສ່ພັດທະນາວຽກງານ ຍຂທ ໃຫ້ເປັນປາຍແຫຼມ ມີຈຸດສຸມ ມີປະສິດທິພາບ ເປັນໃຈກາງເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນ ພັດທະນາຕົວເມືອງວຽງຈັນ ໃຫ້ຫຼຸດພົ້ນຈາກຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຄຫາສະຖານ ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກ ແໜ້ນໃຫ້ໄດ້ປີລະ 85% ກໍ່ສ້າງປັບປຸງຕາໜ່າງເສັ້ນທາງທົ່ວ ນວ ໃຫ້ໄດ້ 40 ເສັ້ນ ຍາວ 291 ກິໂລແມັດ ຂົວ 1 ແຫ່ງ ຮ່ອງລະບາຍນ້ຳ 6 ຮ່ອງ ສະໜັບສະໜູນ ແລະ ສົ່ງເສີມວິທີທາງອອກ ການແກ້ໄຂໜີ້ສິນໂຄງການກໍ່ສ້າງໂຄງລ່າງພື້ນຖານໃຫ້ຫຼຸດລົງ ຂະຫຍາຍນ້ຳປະປາໃຫ້ໄດ້ 4 ແສນແມັດກ້ອນຕໍ່ມື້ ຕອບສະໜອງຄວາມຕ້ອງການ 7 ຕົວເມືອງໃຫ້ໄດ້ 100% ແລະ 2 ເມືອງນອກໃຫ້ໄດ້ 95% ພັດທະນາຂົນສົ່ງລະບົບມວນຊົນໃຫ້ທີຄວາມທັນສະໄໝ ແກ້ໄຂການເກີດອຸບັດເຫດຕາມທ້ອງຖະໜົນຍ້ອນຄວາມບົກພ່ອງຂອງວຽກງານ ຍທຂ ໃຫ້ຫຼຸດລົງ 50% ຂະຫຍາຍຈຸດບໍລິການຂຶ້ນທະບຽນ ກວດກາເຕັກນິກ ສອບເສັງການຂັບຂີ່ໃຫ້ໄດ້ 3 ຈຸດໃນ 3 ເມືອງ ສູ້ຊົນສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 30 ຕື້ກວ່າກີບຕໍ່ປີ

ໃນກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ມີຜູ້ສະໝັກທັງໝົດ 12 ສະຫາຍ ເລືອກເອົາ 9 ສະຫາຍ ຜ່ານການປ່ອນບັດເລືອກຕັ້ງສະຫາຍ ສຸລິວັນ ພົມມະໄຊ ເປັນເລຂາໜ່ວຍພັກຊຸດໃໝ່ ສະຫາຍ ສີວອນ ຊັບທະວີ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ ແລະ ສະຫາຍ ໄຊຍາ ໄຊມຸງຄຸນ ເປັນຮອງປະທານກວດກາ ພ້ອມທັງປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກ ນວ ນອກຈາກນີ້ ກໍໄດ້ຮັບຟັງການໂອ້ລົມຈາກສະຫາຍ ສິນລະວົງ ຄຸດໄພທູນ ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ສະນັ້ນ ເພື່ອສືບຕໍ່ໃນການຊີ້ນຳ-ນຳພາວຽກງານໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ ຄະນະພັກຊຸດໃໝ່ຕ້ອງໄດ້ເອົາໃຈໃສ່ຄື ຄະນະພັກຮາກຖານຕ້ອງເຮັດວຽກງານການເມືອງ-ແນວຄິດ ການເຝີກອົບຮົມພະນັກງານໃນຂະແໜງຕົນເອງ ແລະ ການປະຊາສຳພັນໃຫ້ປະຊາຊົນ ເປັນຕົ້ນຕໍ່ເປົ້າໝາຍທີ່ຖືກຜົນກະທົບໃນການພັດທະນາໂຄງການຕ່າງໆຍັງໄດ້ໜ້ອຍ ເຮັດໃຫ້ຄວາມຮັບຮູ້ ແລະ ການຫັນປ່ຽນຊັກຊ້າ ຂາດຄວາມເຊື່ອໝັ້ນ ແລະ ມີຫາງສຽງສັງຄົມສະທ້ອນ ຄວາມເປັນເຈົ້າການແກ້ໄຂບັນຫາທີ່ເກີດຂື້ນຂອງພະນັກງານຈຳນວນໜຶ່ງບໍ່ທັນສູງ ການກໍ່ສ້າງທາງແພງ ແຕ່ມາດຕະຖານພັດບໍ່ສູງ ການຈັດຕັ້ງນຳພາວຽກງານໃນການກໍ່ສ້າງຂົວທາງຢູ່ເຂດຕົວເມືອງ ເຂດທາງຫຼວງແຫ່ງຊາດຊັກຊ້າ ໃຊ້ເວລາດົນ ແລະ ບໍ່ທັນຂັນແຂງ ການບັງຄັບໃຊ້ກົດໝາຍທາງຫຼວງ ກົດໝາຍຜັງເມືອງ ແຜນກຳນົດໃຊ້ທີ່ດິນບໍ່ທັນເຂັ້ມງວດ ພາໃຫ້ເກີດມີການປຸກສ້າງເຄຫາສະຖານ ການຖົມດິນຕາມໃຈມັກ ເກີດມີການບຸກລຸກຖົມດິນເຂດສະຫງວນ ໜອງນ້ຳ ປ່າໄມ້ທຳມະຊາດ ເຮັດໃຫ້ເກີດມີບັນຫາການປ່ຽນແປງສິ່ງແວດລ້ອມຫຼາຍສົມຄວນ ໃນນັ້ນເກີດມີນ້ຳອັ່ງຂັງໃນຕົວເມືອງ ໄຟໄໝ້ປ່າ ຄວາມຮ້ອນຈັດ ການຄຸ້ມຄອງການຂຸດຄົ້ນແຮ່ຊາຍ ເຊິ່ງເປັນແຫຼ່ງວັດສະດຸຈາກທຳມະຊາດ ສົ່ງຜົນກະທົບຕໍ່ຕະຝັ່ງເຈື່ອນ ການດຳເນີນບາງໂຄງການລົງທຶນກ່ອນ ແລະ ນອກແຜນງົບປະມານ ແລະ ຜ່ານການກວດກາຂອງອົງການກວດກາ ເຫັນວ່າມີຫຼາຍໂຄງການ (19 ໂຄງການ) ລາຄາແພງ ມູນຄ່າບໍ່ທັນສົມເຫດສົມຜົນ ມາດຖານເຕັກນິກບໍ່ສູງ ການຊອກວາງມາດຕະການ ແລະ ແຫຼ່ງທຶນເພື່ອແກ້ໄຂໜີ້ສິນໂຄງການລົງທຶນກ່ອນຂັ້ນເທິງ (19 ໂຄງການ) ບໍ່ທັນໄດ້ພໍເທົ່າໃດ ແລະ ບັນຫາອື່ນໆ.