ຕະຫຼາດພືດຜັກປອດສານພິດບ້ານຊ້າງຄູ້ ສ້າງຕັ້ງຂຶ້ນປີ 2018 ເພື່ອຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ ໂດຍສະເພາະຊາວສວນປູກພັກປອດສານພິດ ແລະ ຊາວຄ້າຂາຍທົ່ວໄປໄດ້ນຳເອົາພືດຜັກກະສິກຳສະອາດ ແລະ ພືດຜັກປອດສານພິດເຂົ້າມາຂາຍ ຈາກປັດຈຸບັນຂາຍອາທິດໜຶ່ງ 2 ວັນຄື: ວັນຈັນ ແລະ ວັນເສົາ ເວລາ 14-19:00 ໂມງ ແລະ ເລີ່ມຕົ້ນເດືອນສິງຫາ 2020 ເປັນຕົ້ນໄປ ຈະໄດ້ຍົກລະດັບຂຶ້ນເປີດທຸກວັນແຕ່ວັນຈັນຫາວັນອາທິດ ເລີ່ມເວລາ 10-20:00 ໂມງ.

ທ່ານ ນາງ ທອງສະຫວັນ ບຸນເລີດ ຜູ້ບໍລິຫານຕະຫຼາດພືດຜັກປອດສານພິດບ້ານຊ້າງຄູ້ ໃຫ້ສຳພາດວັນທີ 30 ກໍລະກົດ 2020 ວ່າ: ຕະຫຼາດພືດຜັກປອດສານພິດ ຕັ້ງຢູ່ຮ່ອມ 10 ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ 3 ເຮັກຕາ ແຕ່ປັດຈຸບັນໄດ້ພັດທະນາ 1 ເຮັກຕາ ເປັນຕະຫຼາດທີ່ມີຄວາມເໝາະສົມ ຕັ້ງຢູ່ເຂດຊຸມຊົນ ມີສະຖານທີ່ຈອດລົດກວ້າງຂວາງ ແລະ ສາມາດຈັດງານວາງສະແດງຂາຍສິນຄ້າ ຕະຫຼາດແຫ່ງນີ້ ປັດຈຸບັນມີຊາວສວນປູກພືດຜັກປອດສານພິດກຸ່ມບ້ານທົ່ງມັ່ງ ໂນນແຕ້ ເມືອງໄຊທານີ ແລະ ກຸ່ມບ້ານດອນຊີງຊູ້ ເມືອງສີໂຄດຕະບອງ ທີ່ໄດ້ມາຂາຍເປັນປະຈຳ ແລະ ສິນຄ້າທີ່ມາຂາຍຈະມີພືດຜັກກະສິກຳສະອາດ ປະເພດຊີ້ນໝູລາດ ໄກ່ລາດ ງົວລາດ ໄຂ່ໄກ່ ໄຂ່ເປັດລາດ ພືດຜັກ ໝາກໄມ້ທຳມະຊາດຕາມລະດູການ ອາຫານສຸກ ແລະ ອື່ນໆ ຈຳນວນຫຼາຍລາຍການ ເພື່ອໃຫ້ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນນະຄອນຫຼວງວຽງຈັນໄດ້ເລືອກຊື້ໄປບໍລິໂພກ.

ເພື່ອເປັນການຊຸກຍູ້ສົ່ງເສີມຊາວກະສິກອນ ຜູ້ທີ່ປູກພືດຜັກເອງແລ້ວມາຂາຍຢູ່ຕະຫຼາດແຫ່ງນີ້ ເຈົ້າຂອງຕະຫຼາດມີນະໂຍບາຍບໍ່ເກັບຄ່າໂຕະຂາຍເຄື່ອງ 3 ເດືອນ ນອກນີ້ ຍັງມີນະໂຍບາຍຜູ້ມາຊື້ ມາຂາຍເຄື່ອງ ເປັນຕົ້ນບໍ່ເກັບຄ່າຈອດລົດ ແລະ ບໍ່ເກັບຄ່າບໍລິການຫ້ອງນ້ຳ ນອກນີ້ ຕະຫຼາດຍັງສົ່ງເສີມນັກຮຽນ-ນັກສຶກສາໃຫ້ມາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ຕື່ມອີກ ເພື່ອໃຫ້ເຂົາເຈົ້າໄດ້ມີອາຊີບ ແລະ ລາຍຮັບ ຈະໄດ້ມີທຶນຮອນໃຊ້ຈ່າຍການສຶກສາ ໂດຍລວມແລ້ວ ຕະຫຼາດແຫ່ງນີ້ມີນະໂຍບາຍສົ່ງເສີມ ແລະ ມີສິນຄ້າຫຼາຍຢ່າງ ຈຶ່ງເລີ່ມເປັນທີ່ຮູ້ຈັກຂອງປະຊາຊົນ ໂດຍສະເພາະຜູ້ປົກຄອງນັກຮຽນໂຮງຮຽນສົມປັນຍາ ເນື່ອງຈາກຕະຫຼາດຕັ້ງຢູ່ຮ່ອມດຽວກັບທາງເຂົ້າໂຮງຮຽນແຫ່ງດັ່ງກ່າວ ແລະ ອະນາຄົດ ຕະຫຼາດຍັງມີແຜນຈະຈັດຕະຫຼາດນັດເປັນປະຈຳ ເພື່ອສ້າງບັນຍາກາດເຮັດໃຫ້ຕະຫຼາດມີການຊື້ຂາຍຄຶກຄື້ນ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຂອງຊາວຄ້າຂາຍ ແລະ ປະຊາຊົນຫຼາຍຂຶ້ນເລື້ອຍໆ.

ໂອກາດນີ້ ທ່ານ ນາງ ທອງສະຫວັນ ບຸນເລີດ ຍັງສະເໜີມາຍັງຂະແໜງການກ່ຽວຂ້ອງ ພາກລັດ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຕະຫຼາດ ເປັນຕົ້ນ ຢາກໃຫ້ຍົກເວັ້ນການເກັບຄ່າທຳນຽມຕ່າງໆເພື່ອເປັນການສົ່ງເສີມຊາວຄ້າຂາຍ ແລະ ຜູ້ປະກອບການໄປກ່ອນໃນເບື້ອງຕົ້ນ ພ້ອມນີ້ ກໍຊ່ວຍແກ້ໄຂການຂາຍເຄື່ອງຊະຊາຍຕາມແຄມເສັ້ນທາງຕ່າງໆ ທີ່ມີຄວາມສ່ຽງຕໍ່ການເກີດອຸບັດເຫດ ການສັນຈອນແອອັດ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ລະດົມຊາວຄ້າຂາຍມາຂາຍຢູ່ຕະຫຼາດແຫ່ງນີ້ ທີ່ມີສິ່ງອຳນວຍຄວາມສະດວກຕ່າງໆ.