ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ທ່ານ ຄຳສີ ຈັນທະວີທອງ ຜູ້ອຳນວຍການໂຮງພິມນະຄອນຫຼວງວຽງຈັນ ອະດີດນັກຂ່າວໜັງສືພິມລາວຮັກຊາດ ກໍຄືໜັງສືພິມປະຊາຊົນໃນປັດຈຸບັນ ໄດ້ໃຫ້ທັດສະນະວ່າ: ຂົງເຂດວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍທຸກວັນນີ້ ເຕີບໃຫຍ່ຂະຫຍາຍຕົວກາຍເປັນກຳລັງແຮງປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ເມື່ອຫວນຄືນໃນສະໄໝສົງຄາມ ວຽກງານດັ່ງກ່າວຍັງອ່ອນນ້ອຍ ຂອບເຂດການເຄື່ອນໄຫວຍັງບໍ່ທັນກວ້າງຂວາງ ຂ້າພະເຈົ້າ ພາຍຫຼັງຮຽນຈົບວິຊານັກຂ່າວປີ 1969 ໄດ້ເຂົ້າຮ່ວມວຽກງານສື່ມວນຊົນ ເປັນນັກຂ່າວໜັງສືພິມລາວຮັກຊາດ ມີສຳນັກງານຕັ້ງຢູ່ຖ້ຳແຫ່ງໜຶ່ງທີ່ພູແຄ ເມືອງວຽງໄຊ ແຂວງຫົວພັນ ໃນສະໄໝນັ້ນ ຍ້ອນເສິກສົງຄາມ ນັກຂ່າວຮຸ່ນດຽວກັນກັບຂ້າພະເຈົ້າຕ້ອງໄດ້ເຮັດວຽກ ແລະ ດຳລົງຊີວິດດ້ວນຄວາມທຸກຍາກລຳບາກ ກິນນອນ ຂຽນຂ່າວຢູ່ໃນຖ້ຳທີ່ເປັນພູຜາປ່າດົງອັນຕຶບໜາເພື່ອລົບຫຼີກເຮືອບິນຂອງສັດຕູມາຖິ້ມລະເບີດໃສ່ທັງເວັນ ແລະ ຄືນ ທຸກຄົນຕ້ອງປະຕິບັດລະບຽບທະຫານ ທັງເຮັດວຽກວິຊາສະເພາະ ທັງເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ແຕ່ລະວັນຕ້ອງໄດ້ຕື່ນເດິກລຸກເຊົ້າ ໄປຫາຢູ່ຫາກິນ ກາງຄືນກໍໄດ້ຈັບປືນຍາມສຳນັກງານ ນັກຂ່າວທຸກຄົນຕ້ອງຮຽນການທະຫານ ມີອາວຸດຕິດຕົວ ໂດຍສະເພາະເວລາເຄື່ອນໄຫວຂ່າວຢູ່ສະໜາມຮົບ ແລະ ເຂດຫ່າງໄກສອກຫຼີກ ໃນຍຸກນັ້ນມີຫຼາຍຄົນໄດ້ເສຍຊີວິດເວລາໄປເອົາຂ່າວຢູ່ສະໜາມຮົບ ໄປປະຕິບັດໜ້າທີ່ຢູ່ຕ່າງແຂວງ ແລະ ຖືກລະເບີດຕົກຄ້າງຢູ່ໃນປ່າ ເວລານັ້ນ ທຸກສິ່ງທຸກຢ່າງເພື່ອແນວໜ້າ ເພື່ອເອົາຊະນະຈັກກະພັດຜູ້ຮຸກຮານ ສະນັ້ນ ເນື້ອໃນວຽກງານສື່ມວນຊົນ ແລະ ພິມຈຳໜ່າຍຈຶ່ງສຸມໃສ່ປຸກລະດົມມະຫາຊົນ ເຂົ້າຮ່ວມການປະຕິບັດເປັນຕົ້ນຕໍ.
ໂດຍລວມແລ້ວວຽກງານສື່ ແລະ ການພິມຈຳໜ່າຍມີບົດບາດສຳຄັນຫຼາຍ ໃນການເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ-ລັດຕະຫຼອດມາ.