ພິທີຮັບຮອງເອົາບ້ານວັດຈັນ ເປັນບ້ານສາມັກຄີປອງດອງແຫ່ງທີ 30 ຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 30 ກໍລະກົດ 2020 ຢູ່ວັດອົງຕື້ມະຫາວິຫານ ນວ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງຈັນທະບູລີ ທ່ານ ບຸນຄົງ ສະນຸກຜົນ ນາຍບ້ານວັດຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານນາງ ພູນິນ ລາດສະກຸນ ປະທານແນວລາວສ້າງຊາດບ້ານວັດຈັນ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການສ້າງບ້ານສາມັກຄີປອງດອງ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ມີຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຄະນະໜ່ວຍພັກອົງການປົກຄອງບ້ານ ໄດ້ສົມທົບກັບອົງການຈັດຕັ້ງທຸກຂັ້ນຂອງບ້ານ ພ້ອມກັນນຳເອົາມາດຖານເງື່ອນໄຂລົງສຶກສາອົບຮົມ ເຜີຍແຜ່ໃຫ້ປະຊາຊົນແຕ່ລະຄອບຄົວໄດ້ຮັບຮູ້ ເພື່ອພ້ອມກັນປະຕິບັດ ຈາກນັ້ນ ກໍໄດ້ລົງໄປຫາແຕ່ລະຫົວໜ່ວຍຄອບຄົວ ເພື່ອຮ່ວມກັນວາງແຜນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.

ຜ່ານການລົງປະຕິບັດຕົວຈິງແຕ່ລະໄລຍະ ກໍໄດ້ມີການປະເມີນຜົນໄດ້ຮັບຈາກຄະນະຮັບຜິດຊອບ ເຊິ່ງຮອບທີ 1 ໄດ້ລົງປະເມີນຜົນຈາກ 113 ຄອບຄົວທັງໝົດຂອງບ້ານ ສາມາດປະຕິບັດໄດ້ 90 ຄອບຄົວ ເທົ່າກັບ 79% ຕໍ່ມາໄດ້ລົງປະເມີນຮອບ 2 ປະຕິບັດໄດ້ເພີ່ມອີກ 4 ຄອບຄົວ ເປັນ 94 ຄອບຄົວ ຈາກນັ້ນ ໃນຕົນປີ 2018 ຈຶ່ງໄດ້ປະເມີນຄືນອີກຮອບທີ 3 ສາມາດປະຕິບັດຄອບຄົວສາມັກຄີປອງດອງໄດ້ເພີ່ມເປັນ 111 ຄອບຄົວ ເທົ່າ 98% ເຫຼືອພຽງ 2 ຄອບຄົວ ເນື່ອງຈາກບໍ່ມີໜ້າຕົວຈິງ ມີແຕ່ສຳມະໂນຄົວຢູ່ໃນບ້ານ ເວົ້າລວມແລ້ວ ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນໄດ້ຮັບຜົນເປັນຢ່າງດີ ປະຊາຊົນພາຍໃນບ້ານມີຄວາມສາມັກຄີປອງດອງ ເຄົາລົບນັບຖືສິດ ມີຄວາມສະເໝີພາບຍິງ-ຊາຍ ມີນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງເປັນບ້ານທີ່ມີຄວາມສາມັກຄີ ແລະ ຖືກຕ້ອງປອງດອງກັບບ້ານໃກ້ຄຽງ ໂດຍບໍ່ຈຳແນກຊົນຊັ້ນ ຊົນເຜົ່າ ແລະ ສາດສະໝາ ໃນຕໍ່ໜ້າຈະສຶບຕໍ່ເອົາໃຈໃສ່ຮັກສາມູນເຊື້ອບ້ານສາມັກຄີປອງດອງນີ້ໄປຕະຫຼອດ ທັງເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ພັດທະນາໃຫ້ບ້ານມີຄວາມເຂັ້ມແຂງ ພັດທະນາເຕີບໃຫຍ່ ມີຄວາມເປັນລະບຽບຮຽບຮ້ອຍ ມີຄາມສະຫງົບສຸກໜ້າຢູ່.

ໃນຕອນທ້າຍພິທີ ກໍໄດ້ມີການມອບໃບຢັ້ງຢືນ ເພື່ອເປັນການຮັບຮອງວ່າບ້ານວັດຈັນ ເປັນບ້ານສາມັກຄີປອງດອງ ຕາມມາດຖານທີ່ໄດ້ວາງໄວ້ຢ່າງຄົບຖ້ວນ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການນຳພາປະຕິບັດສ້າງໃຫ້ບ້ານເປັນບ້ານສາມັກຄີປອງດອງຄັ້ງນີ້ ອີກດ້ວຍ.