ມອບ-ຮັບໜ້າທີ່ ຫົວໜ້າສູນສະຖິຕິແຫ່ງຊາດ

ວັນ​ທີ 31 ກໍ­ລະ­ກົດ 2020 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໄດ້​ມີ​ພິ­ທີ​ມອບ-ຮັບ​ໜ້າ­ທີ່​ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ ສະ­ໄໝ​ຈັນ ບຸບ­ຜາ ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ (ຜູ້​ເກົ່າ) ໄປ​ຮັບ​ໜ້າ­ທີ່​ໃໝ່​ຢູ່​ສະ­ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ແລະ ທ່ານ​ນາງ ພອນ​ສະ​ຫຼີ ສຸກ​ສະ​ຫວັດ ຮອງ​ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ມາ​ຮັບ​ໜ້າ­ທີ່​ເປັນ​ຫົວ­ໜ້າ​ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ (ຜູ້​ໃໝ່) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ຫ້ອງ­ການ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ກະ­ຊວງ​ເຂົ້າ​ຮ່ວມ.

ການ​ມອບ-ຮັບ​ໜ້າ­ທີ່​ໃໝ່​ຄັ້ງ​ນີ້ ໂດຍ​ອີງ­ໃສ່​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ໜ້າ­ທີ່​ວຽກ​ງານ​ຂອງ​ພັກ-ລັດ ໃນ​ແຕ່​ລະ​ໄລ­ຍະ ດ້ວຍ​ຄວາມ​ຕ້ອງ­ການ​ຂອງ​ພະ­ນັກ­ງານ​ນຳ­ພາ​ຄຸ້ມ​ຄອງ ຢູ່​ໃນ​ບາງ​ຂົງ­ເຂດ ແລະ ທັງ​ເປັນ​ການ​ປັບ­ປຸງ​ລະ­ບົບ​ການ­ຈັດ­ຕັ້ງ ເພື່ອ​ສຶບ​ຕໍ່​ຊີ້​ນຳ-ນຳ­ພາ​ວຽກ​ງານ​ຂອງ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ສາ­ມາດ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ຍຸດ​ທະ​ສາດ​ໄລ­ຍະ​ກາງ ແລະ ໄລ­ຍະ​ຍາວ ໃຫ້​ໄດ້​ຮັບ​ຜົນ­ສຳ­ເລັດ​ຕາມ​ຄາດ­ໝາຍ​ສູ້​ຊົນ​ທີ່​ກຳ­ນົດ​ໄວ້.

error: Content is protected !!