ວັນທີ 31 ກໍລະກົດ 2020 ຫຼາຍພາກສ່ວນ ອົງການຈັດຕັ້ງພັກ-ລັດ ພາກເອກະຊົນ ອົງການຈັດຕັ້ງສາກົນ ສະຖານທູດຕ່າງປະເທດປະຈຳລາວ ຄອບຄົວ ແລະ ເພື່ອນມິດສະຫາຍ ໄດ້ເຂົ້າວາງພວງມາລາເຖິງດວງວິນຍານຂອງທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ອະດີດຮອງປະທານສູນກາງແນວລາວສ້າງຊາດ ອະດີດຮອງຫົວໜ້າຫ້ອງວ່າການສູນກາງພັກ ທີ່ໄດ້ເສຍຊີວິດເມື່ອວັນທີ 29 ກໍລະກົດ 2020 ລວມອາຍຸໄດ້ 75 ປີ ປັດຈຸບັນ ສົບໄດ້ບຳເພັນກຸສົນໄວ້ທີ່ສະໂມສອນສຳນັກງານສູນກາງແນວລາວສ້າງຊາດ ຊັ້ນ 2 ໃກ້ກັບຕະຫຼາດເຊົ້າຊອບປິງມໍ ນະຄອນຫຼວງວຽງຈັນ ວັນຊາປະນາກິດສົບຈະໄດ້ຈັດຂຶ້ນວັນອາທິດທີ 2 ສິງຫາ 2020 ເວລາ 13:00 ໂມງ ທີ່ວັດເທບນິມິດທາດຝຸ່ນ ວັນທີ 4 ສິງຫາ 2020 ຫ້າງຫາກະກຽມ ແລະ ວັນທີ 5 ສິງຫາ 2020 ເວລາ 7:00 ໂມງ ໃສ່ບາດຢູ່ທີ່ເຮືອນຂອງເພີ່ນເອງ ບ້ານສີວິໄລ ເມືອງໄຊທານີ ຕິດກັບສຳນັກງານຫ້ອງວ່າການສູນກາງພັກຫຼັກ 6.



