ສປປ ລາວ ໄດ້ບຸກທະລຸໃນການຂັບເຄື່ອນວຽກງານສຸຂະອະນາໄມ ເຮັດໃຫ້ແຂວງບໍລິຄຳໄຊກາຍເປັນແຂວງທຳອິດ ທີ່ສາມາດປະກາດຢຸດຕິການຖ່າຍຊະຊາຍ ຫຼັງຈາກມີຄວາມພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຊຸມຊົນ ໃນການຈັດຕັ້ງປະຕິບັດມາຫຼາຍປີ ໂດຍການສະໜັບສະໜູນຂອງພາກລັດ ແລະ ອົງການຢູນີເຊັບ ແຂວງບໍລິຄຳໄຊ ໄດ້ນຳໜ້າແຂວງອື່ນໆ ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍແຫ່ງຊາດ ໃນການຢຸດຕິການຖ່າຍຊະຊາຍໃນປີ 2025.

ພິທີປະກາດຮັບຮອງແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ I ຂອງ ສປປ ລາວ ໄດ້ຈັດຂຶ້ນວັນທີ 31 ກໍລະກົດ 2020 ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ເປັນປະທານຂອງທ່ານ ກ່ອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ບົວຈັນ ສີຫານາກ ຮອງປະທານສູນກາງສະຫະພັນແມ່ຍິງລາວ ເຈົ້າແຂວງ ແລະ ຫົວໜ້າພະແນກສາທາລະນະສຸກຈາກ 5 ແຂວງອ້ອມຂ້າງ ເຈົ້າເມືອງຈາກ 7 ຕົວເມືອງຂອງແຂວງບໍລິຄຳໄຊ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ແຂວງບໍລິຄຳໄຊວ່າ: ທົ່ວແຂວງປະກອບມີ 7 ເມືອງ 32 ກຸ່ມບ້ານ 291 ບ້ານ ໃນນີ້ ເປັນບ້ານໃນຕົວເມືອງມີ 65 ບ້ານ ແລະ ບ້ານຊົນນະບົດມີ 255 ບ້ານ ມີພົນລະເມືອງທັງໝົດ 314.787 ຄົນ ຍິງ 155.421 ຄົນ ມີ 58.082 ຄອບຄົວ ໃນນີ້ ຄອບຄົວທຸກຍາກມີ 938 ຄອບຄົວ ເທົ່າກັບ 1,6% ເພື່ອປະຕິບັດຕາມແນວທາງນະໂຍບາຍດ້ານວຽກງານຢຸດຕິການຖ່າຍຊະຊາຍ ຕິດພັນກັບການສ້າງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງຢູ່ແຂວງບໍລິຄຳໄຊ ໄດ້ເລີ່ມແຕ່ປີ 2014 ເປັນຕົ້ນມາ ຈົນເຖິງປີ 2020 ຈຶ່ງສາມາດປະກາດເປັນບ້ານຢຸດຕິການຖ່າຍຊະຊາຍໄດ້ 291 ບ້ານໃນທົ່ວແຂວງ ແລະ ໄດ້ມີຄອບຄົວມີວິດຖ່າຍທັງໝົດ 57.499 ຄອບຄົວ ເທົ່າກັບ 99% ແລະ ບໍ່ທັນມີວິດຖ່າຍເປັນຂອງຕົນເອງ ຍັງໃຊ້ວິດຖ່າຍຮ່ວມກັບພີ່ນ້ອງມີຈຳນວນ 583 ຄອບຄົວ ເທົ່າກັບ 1% ແລະ ຄະນະກຳມະການຂັ້ນເມືອງ ຂັ້ນບ້ານ ຈະໄດ້ສືບຕໍ່ຕິດຕາມຊຸກຍູ້ການກໍ່ສ້າງວິດຖ່າຍສຳຫຼັບຄອບຄົວ ທີ່ຍັງຖ່າຍຮ່ວມພີ່ນ້ອງ ແລະ ຄອບຄົວ ທີ່ກຳລັງກໍ່ສ້າງວິດຖ່າຍທີ່ຍັງຄ້າງຄາໃຫ້ສຳເລັດ.


