ພຶດຕິກຳສ່ຽງກ້າມຊີ້ນອັກເສບ

ຢາກ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ ຕ້ອງ​ເຄື່ອນ​ໄຫວ​ຮ່າງ­ກາຍ​ເລື້ອຍໆ ພຶດ­ຕິ​ກຳ​ການ​ນັ່ງ​ເປັນ​ເວ­ລາ​ດົນ​ນານ ການ​ເຮັດ​ກິດ­ຈະ­ກຳ​ຊ້ຳໆ ບໍ່​ຄ່ອຍ​ໄດ້​ເຄື່ອນ​ໄຫວ​ຮ່າງ­ກາຍ ສ່ຽງ​ການ​ເປັນ​ກ້າມ­ຊີ້ນ​ອັກ­ເສບ ທັງ​ການ​ນັ່ງ​ເຮັດ​ວຽກ ນັ່ງ​ຢູ່​ໜ້າ​ຄອມ​ພິວ​ເຕີ ນັ່ງ​ຫຼິ້ນ​ສະ­ມາດ​ໂຟນ ຈຶ່ງ​ເຮັດ​ໃຫ້​ຄົນ​ເຮັດ​ວຽກ​ຫ້ອງ­ການ​ສ່ວນ​ໃຫຍ່ ມັກ​ມີ​ອາ­ການ​ປວດ​ເມື່ອຍ​ກ້າມ­ຊີ້ນ​ຄໍ ແລະ ບ່າ​ໄຫຼ່.

ການ​ເປັນ​ກ້າມ­ຊີ້ນ​ອັກ­ເສບ ເກີດ​ຈາກ​ການ​ທີ່​ກ້າມ­ຊີ້ນ​ເຮັດ​ວຽກ​ໜັກ​ເກີນ​ໄປ ເຊັ່ນ ອອກ­ແຮງ​ຫຼາຍ​ກວ່າ​ປົກ­ກະ­ຕິ ຫຼື ຢືດ​ຫຼາຍ​ກວ່າ​ປົກ­ກະ­ຕິ ມີ​ການ​ຕຶງ​ຄ້າງ​ຢູ່​ໃນ​ທ່າ​ໃດ​ທ່າ​ໜຶ່ງ​ດົນໆ ຫຼື ຊ້ຳໆ ຢູ່​ໃນ​ທ່າ​ທາງ​ທີ່​ບໍ່​ຖືກ­ຕ້ອງ​ຕໍ່​ເນື່ອງ ຫຼື ຊ້ຳໆ ກໍ່​ໃຫ້​ກ້າມ­ຊີ້ນ​ຕຶງ ບໍ່​ມີ​ການ​ໄຫຼ​ວຽນ​ຂອງ​ເລືອດ ຈຶ່ງ​ເກີດ​ການ​ອັກ­ເສບ​ຂຶ້ນ​ມາ ຊຶ່ງ​ພຶດ­ຕິ​ກຳ​ທີ່​ສ່ຽງ​ກ້າມ­ຊີ້ນ​ອັກ­ເສບ ຄື ພຶດ­ຕິ​ກຳ​ຕ່າງໆ​ໃນ​ການ​ໃຊ້​ຊີ­ວິດ.

– ທັ້ງ​ການ​ນັ່ງ​ທີ່​ບໍ່​ຖືກ­ຕ້ອງ ແລະ ຕໍ່​ເນື່ອງ​ດົນໆ ເຊັ່ນ ນັ່ງ​ໄຂວ່​ຫ້າງ ຫຼັງ​ຂົດ ກົ້ມ​ຄໍ ເຮັດ​ໃຫ້​ກ້າມ­ຊີ້ນ​ບ່າ ຄໍ ເກີດ​ການ​ອັກ­ເສບ.
– ການ​ນອນ​ທີ່­ຢູ່​ໃນ​ທ່າ​ທີ່​ບໍ່​ຖືກ­ຕ້ອງ ເຊັ່ນ ນອນ​ແຄງ​ທັບ​ຫົວ​ໄຫຼ່​ຂ້າງ​ໃດ​ຂ້າງ​ໜຶ່ງ ຊຶ່ງ​ຈະ​ເຮັດ​ໃຫ້​ຂໍ້​ໄຫຼ່​ຖືກ​ກົດ​ທັບ ອາດ​ເກີດ​ການ​ອັກ­ເສບ​ຂອງ​ເສັ້ນ​ເອັນ​ຮອບໆ​ຫົວ​ບ່າ​ໄຫຼ່​ໄດ້.
– ການ​ຢືນ ຫຼື ຍ່າງ​ຫຼາຍ​ເກີນ​ໄປ ອາດ​ເຮັດ​ໃຫ້​ກ້າມ­ຊີ້ນ​ສົ້ນ​ນ່ອງ ເຂົ່າ ຫຼື ຫຼັງ​ອັກ­ເສບ​ຈາກ​ການ​ທີ່​ໃຊ້​ງານ​ໜັກ​ໝົດ​ມື້​ໄດ້.
– ການ​ຫຼິ້ນ​ກີ­ລາ​ທີ່​ຕ້ອງ​ກະ­ແທກ ຫຼື ຫຼິ້ນ​ໜັກ​ເກີນ ກຳ­ລັງ​ກໍ່­ໃຫ້­ເກີດ​ການ​ອັກ­ເສບ​ໄດ້.

ການ​ປິ່ນ­ປົວ​ເບື້ອງ​ຕົ້ນ

ເມື່ອ​ເລີ່ມ​ມີ​ອາ­ການ​ຄື ເມື່ອ​ເລີ່ມ​ປວດ ມີ​ລັກ­ສະ­ນະ​ບວມໆ ແຂງໆ ຈັບ​ເບິ່ງ​ອາດ​ຈະ​ຮູ້­ສຶກ​ຮ້ອນໆ​ຮຸ່ມໆ ຫຼື ຖ້າ​ສັງ­ເກດ​ບໍ­ລິ­ເວນ​ທີ່​ເປັນ​ອາດ​ເຫັນ​ບວມໆ ແດງ ຫາກ​ເປັນ​ລັກ­ສະ­ນະ​ນີ້ ຄວນ​ໃຊ້​ແຜ່ນ​ເຢັນ​ປະ​ຄົບ​ກ່ອນ ພັກ​ໃຫ້​ຜ່ອນ­ຄາຍ ພັກ​ການ​ໃຊ້​ວຽກ​ໜັກ ປ່ຽນ​ອະ​ຣິ​ຍາ​ບົດ​ເລື້ອຍໆ ຈົນ​ຮູ້­ສຶກ​ວ່າ​ເບົາ​ສະ­ບາຍ​ຂຶ້ນ ແລ້ວ​ຄ່ອຍ​ກັບ​ໄປ​ໃຊ້​ວຽກ​ໄດ້​ເໝືອນ​ເດີມ ຫາກ​ບໍ່​ປິ່ນ­ປົວ ຫຼື ດູ​ແລ​ຢ່າງ​ຖືກ­ຕ້ອງ​ໃນ​ຕອນ​ທຳ​ອິດ​ທີ່​ເປັນ ອາດ​ເຮັດ​ໃຫ້​ອາ­ການ​ອັກ­ເສບ​ນັ້ນ​ເກີດ​ການ​ອັກ­ເສບ​ຊຳ​ເຮື້ອ ແລະ ກາຍ­ເປັນ​ພັງ​ຜືດ ມີ​ຜົນ​ກະ­ທົບ​ຕໍ່​ໂຄງ​ສ້າງ​ອື່ນໆ​ໃນ​ຮ່າງ­ກາຍ ເຊັ່ນ ເມື່ອ​ຕຶງ​ຫຼາຍ ແລະ ບໍ່​ໄດ້​ຜ່ອນ­ຄາຍ​ການ​ຕຶງ​ນັ້ນ​ອາດ​ເຮັດ​ໃຫ້​ໄປ​ດຶງ​ໃຫ້​ໂຄງ​ສ້າງ​ກະ­ດູກ​ຜິດ​ຮູບ ອາດ​ເຮັດ​ໃຫ້​ກະ­ດູກ​ສັນ­ຫຼັງ​ຄົດ ຫຼັງ​ກົ່ງ ຫຼື ໄຫຼ່​ຕິດ​ໄດ້.

ທັ້ງ​ນີ້ ຖ້າ​ຕ້ອງ​ນັ່ງ​ເຮັດ​ວຽກ​ດົນໆ ຄວນ​ມີ​ການ​ຢືດ​ຢຽດ​ກ້າມ­ຊີ້ນ​ດ້ວຍ​ຕົວ​ເອງ​ທຸກໆ 1 ຊົ່ວ­ໂມງ ຄື ໃຊ້​ມື​ປະ­ສານ​ກັນ​ຢຽດ​ໄປ​ທາງ​ດ້ານ​ໜ້າ ຢຽດ​ແຂນ​ໃຫ້​ຕຶງ ແລ້ວ​ຍົກ​ຂຶ້ນ​ເໜືອ​ຫົວ ຈົນ​ແຂນ​ຕຶງ ລຳ​ຕົວ​ຕຶງ ຢືດ​ຕົວ​ເອງ​ໃຫ້​ຢຽດ​ຂຶ້ນ​ດ້ານ​ເທິງ ແລ້ວ​ຄ່ອຍ​ແຍກ​ມື​ອອກ​ຈາກ​ກັນ ປ່ອຍ​ແຂນ​ທັງ​ສອງ​ຂ້າງ​ດັນ​ໄປ​ດ້ານ​ຫຼັງ ແລະ ຄ່ອຍໆ​ເຄື່ອນ​ໄຫວ​ລົງ​ຊ້າໆ​ຈົນ​ສຸດ ເຮັດ​ຈັກ 2-3 ຄັ້ງ​ຕໍ່​ຊົ່ວ­ໂມງ.

ອີກ​ວິ­ທີ ຄື ພະ­ຍາ­ຍາມ​ປ່ຽນ​ອະ​ຣິ​ຍາ​ບົດ​ເລື້ອຍໆ ຕອນ​ລຸກ​ປ່ຽນ​ທ່າ​ທາງ ກໍ​ຄວນ​ມີ​ການ​ບິດ​ລຳ​ຕົວ ອ້ຽວ​ລຳ​ຕົວ​ຊ້າໆ ເພື່ອ​ໃຫ້​ກ້າມ­ຊີ້ນ​ໄດ້​ຜ່ອນ­ຄາຍ​ແດ່​ທີ່​ສຳ­ຄັນ​ທີ່​ສຸດ ຄື​ພະ­ຍາ­ຍາມ​ນັ່ງ​ຫຼັງ​ຊື່ ເພື່ອ​ເອນ​ຫົວ​ບ່າ​ໄຫຼ່​ໄປ​ດ້ານ​ຫຼັງ​ໄວ້​ເລັກ​ໜ້ອຍ​ຕະ­ຫຼອດ​ເວ­ລາ ບໍ່​ນັ່ງ​ກົ້ມ​ຄໍ ຫຼື ໄຫຼ່​ຂົດ​ມາ​ດ້ານ​ໜ້າ​ຫຼາຍ​ເກີນ​ໄປ ເລື່ອນ​ຕົວ​ເຂົ້າ​ໃກ້​ຈໍ​ຄອມ​ພິວ​ເຕີ ຫຼື ຄີ​ບອດ ເພື່ອ​ໃຫ້​ຫຼັງ​ຊື່ ຈັດ​ອຸ­ປະ­ກອນ​ຕ່າງໆ​ໃຫ້​ຢູ່​ໃນ​ລະ­ດັບ​ທີ່​ເໝາະ​ສົມ ບໍ່​ສູງ ຫຼື ຕ່ຳ ຫຼື ຕ້ອງ​ອ້ຽວ​ຕົວ ເພື່ອ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເປັນ​ກ້າມ­ຊີ້ນ​ອັກ­ເສບ​ໄດ້…

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!