ສ້າງເມືອງໄຊທານີ ເປັນເມືອງທ່ອງທ່ຽວກະສິກຳສະອາດ ອຸດສາຫະກຳທັນສະໄໝ ເປັນມິດກັບສິ່ງແວດລ້ອມ ໃນປີ 2025

ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ເມືອງ​ໜຶ່ງ​ທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ນາໆ​ຊະ­ນິດ ມີ​ສາຍ​ນ້ຳ​ງື່ມ​ໄຫຼ​ຜ່ານ ຍາວ 52,6 ກິ­ໂລ­ແມັດ ເຊິ່ງ​ເປັນ​ແມ່­ນ້ຳ​ສາຍ​ຫຼັກ​ທີ່​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ດຳ­ລົງ​ຊີ­ວິດ ເປັນ​ແຫຼ່ງ​ທຳ​ມາ​ຫາ​ກິນ ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ​ໂດຍ­ສານ ການ­ທ່ອງ­ທ່ຽວ ເປັນ​ແຫຼ່ງ​ສະ­ໜອງ​ນ້ຳ​ຕົ້ນ­ຕໍ​ໃຫ້​ແກ່​ການ​ຜະ­ລິດ​ກະ­ສິ­ກຳ ດັ່ງ­ນັ້ນ ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ຈຶ່ງ​ໄດ້​ຖື​ເອົາ​ການ​ພັດ­ທະ­ນາ​ບ້ານ ວັດ­ທະ­ນະ­ທຳ​ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ ແລະ ມີ​ແຜນ​ສ້າງ​ເມືອງ​ທ່ອງ​ທ່ຽວ​ກະ­ສິ­ກຳ​ສະ­ອາດ ອຸດ­ສາ­ຫະ­ກຳ​ທັນ​ສະ­ໄໝ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ແນ­ໃສ່​ສ້າງ​ທ່າ­ແຮງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ເມືອງ​ໄຊ​ທາ­ນີ ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ເຈົ້າ­ເມືອງ​ໄຊ​ທາ­ນີ ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ 5 ປີ­ຜ່ານ­ມາ ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ກໍ​ຄື ຫ້ອງ­ການ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ເມືອງ​ໄຊ​ທາ­ນີ ໄດ້​ຊຸກ­ຍູ້​ສ້າງ​ຄອບ­ຄົວ​ວັດ­ທະ­ນະ­ທຳ​ໄດ້ 104 ບ້ານ ທຽບ­ໃສ່​ແຜນ­ການ 5 ປີ ປະ­ຕິ­ບັດ​ໄດ້ 100% ມອບ​ໃບ­ຢັ້ງ­ຢືນ​ຄອບ­ຄົວ​ວັດ­ທະ­ນະ­ທຳ 32.540 ຄອບ­ຄົວ ທຽບ­ໃສ່​ປີ 2014 ເພີ່ມ​ຂຶ້ນ 78% ປະ­ກາດ​ເປັນ​ບ້ານ​ວັດ­ທະ­ນະ­ທຳ​ໄດ້ 92 ບ້ານ ທຽບ­ໃສ່​ປີ 2014 ເພີ່ມ​ຂຶ້ນ 88% ທຽບ­ໃສ່​ແຜນ 5 ປີ ປະ­ຕິ­ບັດ​ໄດ້ 115% ພ້ອມ​ນັ້ນ ໄດ້​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ຕາມ​ສາຍ​ນ້ຳ​ງື່ມ ໂດຍ​ມີ​ການ​ສຳ​ຫຼວດ​ນັບ​ແຕ່​ບ້ານ​ນາ​ກຸງ​ລົງ​ຮອດ​ປ່າ​ສະ­ຫງວນ​ເວີນ​ແທ່ນ 17 ຄັ້ງ ໄດ້​ຈັດ​ຂະ​ບວນ​ຄາ​ລະ​ວານ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ພູ­ເຂົາ​ຄວາຍ ຕາດ​ຊອຍ​ວອຍ 3 ຄັ້ງ ມີ​ຄົນ​ເຂົ້າ​ຮ່ວມ 600 ກວ່າ​ຄົນ ໄດ້​ຄຸ້ມ​ຄອງ​ໂຮງ­ແຮມ ເຮືອນ​ພັກ ຣີ​ສອດ ຮ້ານ​ອາ­ຫານ ຮ້ານ​ບັນ​ເທິງ ໃຫ້​ເຄື່ອນ​ໄຫວ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ແນະ­ນຳ​ໃຫ້​ມີ​ການ​ປັບ­ປຸງ​ໃຫ້​ເຂົ້າ​ສູ່​ມາດ­ຕະ­ຖານ ເນັ້ນ​ຄວາມ​ສະ­ອາດ ປອດ​ໄພ​ຂອງ​ຜູ້​ມາ​ໃຊ້​ບໍ­ລິ­ການ ສະ­ແດງ​ອອກ 5 ປີ­ຜ່ານ­ມາ ມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ​ເມືອງ​ໄຊ​ທາ­ນີ 507.500 ຄົນ ພ້ອມ​ນັ້ນ ໄດ້​ເຮັດ​ບົດ​ບັນ­ທຶກ ສຶກ​ສາ​ອົບ­ຮົມ​ຫົວ­ໜ່ວຍ​ທຸ­ລະ​ກິດ 295 ສະ­ບັບ ອອກ​ແຈ້ງ​ການ​ປິດ​ຮ້ານ​ກິນ​ດື່ມ​ທີ່​ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ 55 ຫົວ­ໜ່ວຍ ຮ້ານ​ບໍ​ລິ​ການ­ບັນ­ເທິງ​ກາງ­ແຈ້ງ​ໃກ້​ເຂດ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ 16 ຮ້ານ ສັ່ງ​ປິດ​ການ​ບໍ​ລິ​ການ­ບັນ­ເທິງ ພາຍ​ໃນ​ຮ້ານ 11 ຮ້ານ ສັ່ງ​ປິດ​ການ​ດຳ­ເນີນ​ທຸ­ລະ​ກິດ​ຮ້ານ​ອາ­ຫານ ແລະ ຮ້ານ​ກິນ​ດື່ມ 21 ຮ້ານ.

ສຳ­ລັບ​ທິດ​ທາງ​ໃນ­ຕໍ່­ໜ້າ ຊຸກ­ຍູ້ ການ​ສ້າງ​ຄອບ­ຄົວ ແລະ ບ້ານ​ວັດ­ທະ­ນະ­ທຳ​ຕິດ​ພັນ​ກັບ​ຂະ​ບວນ​ການ­ທ່ອງ­ທ່ຽວ ຕາມ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ບັນ­ດາ­ເຜົ່າ ທ່ຽວ​ຊົມ​ທຳ​ມະ​ຊາດ ໄປ​ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ທາງ​ສັງ­ຄົມ ໂດຍ​ຕັ້ງ­ໜ້າ ແກ້​ໄຂ​ໃຫ້​ຂາດ​ຕົວ​ຮ້ານ​ບໍ­ລິ­ການ ຮ້ານ​ກິນ​ດື່ມ​ທີ່­ຢູ່​ໃກ້​ໂຮງ­ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ ພັດ­ທະ­ນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຕາມ​ສາຍ​ນ້ຳ​ງື່ມ ທຳ​ມະ​ຊາດ​ພູ­ເຂົາ​ຄວາຍ ແລະ ດອນ​ກຳ ບ້ານ​ເວີນ​ແທ່ນ ຕິດ​ພັນ​ກັບ​ກະ­ສິ­ກຳ​ສະ­ອາດ ສ້າງ​ລະ­ບົບ​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ການ­ທ່ອງ­ທ່ຽວ ໃຫ້​ສາ­ມາດ​ເຊື່ອມ​ໂຍງ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ຄາດ­ໝາຍ​ຮອດ​ປີ 2025 ສ້າງ​ເມືອງ​ໄຊ​ທາ­ນີ​ໃຫ້​ເປັນ​ເມືອງ​ທ່ອງ​ທ່ຽວ​ກະ­ສິ­ກຳ​ສະ­ອາດ ອຸດ­ສາ­ຫະ­ກຳ​ທັນ​ສະ­ໄໝ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ເປັນ­ໃຈ​ກາງ​ດ້ານ​ການ​ແລກ­ປ່ຽນ​ສິນ­ຄ້າ ຄົມ­ມະ­ນາ­ຄົມ ເພື່ອ​ນຳ­ພາ​ເມືອງ​ໃຫ້​ກາຍ­ເປັນ​ເມືອງ​ສະ­ຫງົບ ສະ­ອາດ ສີ­ຂຽວ ສັງ­ຄົມ​ມີ​ຄວາມ​ຍຸ­ຕິ​ທຳ ແລະ ພັດ­ທະ­ນາ​ເມືອງ​ຕາມ​ເຂດ ດັ່ງ­ນີ້: ພັດ­ທະ­ນາ​ເຂດ​ບ້ານ​ສີ­ວິ­ໄລ ດົງ​ໂດກ ບ້ານ​ໄຊ ແລະ ທ່າ​ງ່ອນ​ໃຫ້​ເປັນ​ເຂດ​ການ​ສຶກ​ສາ-ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ການ​ຄ້າ ການ​ບໍ­ລິ­ການ ຕິດ​ພັນ​ກັບ​ກະ­ສິ­ກຳ​ສະ­ອາດ ພັດ­ທະ­ນາ​ເຂດ​ໂຄກ​ສີ­ວິ­ໄລ ແລະ ເຂດ​ຫົວ​ຊຽງ ໃຫ້​ເປັນ​ເຂດ​ອຸດ­ສາ­ຫະ­ກຳ ພັດ­ທະ­ນາ​ເຂດ​ເວີນ​ຄຳ ຫາດ​ກ້ຽງ ດົງ​ບັງ ບ້ານ​ຊ້າງ ແລະ ຫ້ວຍ​ຈຽມ ເປັນ​ເຂດ​ກະ­ສິ­ກຳ​ຕິດ​ພັນ​ກັບ​ການ​ບໍ​ລິ​ການ­ທ່ອງ­ທ່ຽວ​ຕາມ​ສາຍ​ນ້ຳ​ງື່ມ ແລະ ທຳ​ມະ​ຊາດ​ພູ­ເຂົາ​ຄວາຍ ພັດ­ທະ­ນາ​ເຂດ​ດົງ​ໝາກ­ຄາຍ​ໃຫ້​ເປັນ​ເທ­ສະ​ບານ​ເມືອງ ແລະ ພັດ­ທະ­ນາ​ກຸ່ມ​ບ້ານ​ຊ້າງ​ໃຫ້​ກາຍ­ເປັນ​ຕົວ​ເມືອງ​ໃໝ່.

error: Content is protected !!