7 ວິທີໃນການອະນຸຮັກດິນ

ການ​ອະ­ນຸ​ຮັກ​ດິນ ເປັນ​ການ​ໃຊ້​ປະ­ໂຫຍດ​ຈາກ​ດິນ​ທີ່​ສະ­ຫຼາດ ຄຸ້ມ​ຄ່າ ແລະ ຖືກ­ຕ້ອງ​ຕາມ​ຫຼັກ​ວິ­ຊາ​ການ​ຊົນ​ລະ​ກະ­ເສດ​ສະ­ໄໝ​ໃໝ່ ໂດຍ​ເນັ້ນ​ໃສ່​ປ້ອງ​ກັນ​ການ​ທຳ­ລາຍ​ດິນ ການ​ຮັກ­ສາ​ຄຸນ​ນະ​ພາບ​ຂອງ​ດິນ ເພື່ອ​ໃຫ້​ໄດ້­ຜົນ​ຜະ­ລິດ​ສູງ​ສຸດ ການ​ນຳ​ໃຊ້​ເນື້ອ­ທີ່​ທີ່​ຖືກ­ຕ້ອງ​ຕາມ​ຄຸນ​ນະ​ພາບ​ຂອງ​ດິນ ໃນ​ແຕ່​ລະ​ເນື້ອ­ທີ່​ເປັນ​ການ​ອະ­ນຸ​ຮັກ​ດິນ ທີ່​ສາ­ມາດ​ເຮັດ​ໄດ້​ຫຼາຍ​ວິ­ທີ​ຄື:

1. ການ​ປູກ​ພືດ​ປົກ​ຫຸ້ມ​ໜ້າ­ດິນ​ເຊິ່ງ​ຈະ​ເປັນ​ການ​ຊ່ວຍ​ຢືດ​ດິນ ແລະ ຫຼຸດ​ການ​ປະ​ທະ​ຂອງ​ລົມ​ຝົນ ຄວນ​ເລືອກ​ພືດ​ທີ່​ຈະ​ນຳ​ມາ​ປູກ​ປົກ​ຫຸ້ມ​ດິນ​ເປັນ​ໃບ​ໜາ ມີ​ຮາກ​ຫຼາຍ ແລະ ເລິກ ເຊັ່ນ: ພືດ​ຕະ­ກຸນ​ຖົ່ວ ນອກ­ຈາກ​ຈະ​ຊ່ວຍ​ຢືດ​ດິນ​ແລ້ວ​ຍັງ​ຊ່ວຍ​ດຶງ​ໄນ​ໂຕຣ​ເຈນ​ໃນ​ອາ­ກາດ ເຮັດ​ໃຫ້​ດິນ​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ເພີ່ມ​ຂຶ້ນ.

2. ການ​ປູກ​ພືດ​ໝູ­ນວຽນ​ເປັນ​ການ​ປູກ​ພືດ​ຫຼາຍ​ກວ່າ 2 ຊະ­ນິດ​ສັບ​ປ່ຽນ​ກັນ​ລົງ​ດິນ​ໃນ​ເນື້ອ­ທີ່​ຕອນ​ດິນ​ດຽວ​ກັນ ເນື່ອງ​ຈາກ​ການ​ປູກ​ພືດ​ຊະ­ນິດ​ດຽວ​ກັນ​ຊ້ຳໆຫຼາຍ​ຄັ້ງ ຈະ​ເຮັດ​ໃຫ້​ຂາດ​ແຮ່​ທາດ ແລະ ສານ​ອາ­ຫານ​ບາງ​ຊະ­ນິດ ຊ່ວຍ​ຫຼຸດ​ພະ­ຍາດ​ລະ­ບາດ​ຂອງ​ພືດ ຊ່ວຍ​ປ້ອງ​ກັນ​ການ​ຊະ​ລ້າງ ແລະ ພັງ​ທະ​ລາຍ​ຂອງ​ດິນ​ຊ່ວຍ​ເພີ່ມ​ຜົນ​ຜະ­ລິດ.

3. ການ​ປັບ­ປຸງ​ດິນ​ເປັນ​ການ​ໃສ່​ປຸ໋ຍ​ລົງ​ໃນ​ດິນ ລວມ​ທັງ ປຸ໋ຍ​ໝັກ ປຸ໋ຍ​ຄອກ ປຸ໋ຍ​ສົດ ຫຼັງ​ຈາກ​ທີ່​ປູກ​ພືດ​ລົງ​ດິນ​ແລ້ວ​ຫຼາຍໆ​ຄັ້ງ ເພື່ອ​ເພີ່ມ​ແຮ່​ທາດ ສານ​ອາ­ຫານ​ໃນ​ດິນ ເຮັດ​ໃຫ້​ດິນ​ລະ­ບາຍ​ນ້ຳ ແລະ ອາ­ກາດ​ໄດ້​ດີ​ຂຶ້ນ.

4. ການ​ປູກ​ພືດ​ໃນ​ຮູບ​ແບບ​ສວນ​ປະ­ສົມ​ໄຮ່­ນາ ສາ­ມາດ​ເຮັດ​ໄດ້ 3 ແບບ ຄື: ການ​ປູກ​ໄມ້​ໃຫ້​ໝາກ ໄປ​ຄຽງ​ຄູ່​ກັບ​ພືດ​ໝູ­ນວຽນ ແລະ ປູກ​ໄມ້​ໃຫ້​ໝາກ ຄຽງ​ຄູ່​ກັບ​ພືດ​ອາ­ຫານ​ສັດ ແລະ ລ້ຽງ­ສັດ ປູກ​ໄມ້​ໃຫ້​ໝາກ​ຄຽງ​ຄູ່​ກັບ​ພືດ​ໝູ­ນວຽນ ແລະ ລ້ຽງ­ສັດ ເຊິ່ງ​ຈະ​ຊ່ວຍ​ຫຼຸດ​ການ​ເຊື່ອມ​ໂຊມ​ຂອງ​ດິນ ຊ່ວຍ​ຮັກ­ສາ​ສົມ​ດຸນ​ຂອງ​ທາດ​ອາ­ຫານ​ໃນ​ດິນ ແລະ ຊ່ວຍ​ເກັບ​ຄວາມ​ຊຸ່ມ​ຂອງ​ດິນ.

5. ການ​ປູກ​ພືດ​ແບບ​ຂັ້ນ​ຄັນ​ໄດ ເປັນ​ການ​ສ້າງ​ຄັນ​ດິນ​ໃຫ້​ມີ​ລັກ­ສະ­ນະ​ຄ້າຍ­ຄື​ຄັນ​ໄດ​ເພື່ອ​ປູກ​ພືດ ຈະ​ຊ່ວຍ​ຫຼຸດ​ຄວາມ​ລາດ​ເທ​ຂອງ​ເນື້ອ­ທີ່​ຫຼຸດ​ອັດ­ຕາ​ການ​ໄຫຼ​ສຸ​ຂອງ​ນ້ຳ​ເທິງ​ຜິວ​ດິນ ຫຼຸດ​ການ​ເຊື່ອມ​ໂຊມ​ຂອງ​ດິນ ສາ­ມາດ​ເກັບ​ຮັກ­ສາ​ຄວາມ​ຊື່ນ​ໄວ້​ໄດ້ ເຮັດ​ໃຫ້​ດິນ​ມີ​ສະ­ພາບ​ໂຄງ​ສ້າງ​ທີ່​ດີ​ພືດ​ສາ­ມາດ​ນຳ­ໄປ ໃຊ້​ປະ­ໂຫຍດ​ໄດ້​ຢ່າງ​ເຕັມ­ທີ່.

6. ການ​ປ້ອງ​ກັນ​ການ​ເຊາະ​ເຈື່ອນ​ຂອງ​ໜ້າ­ດິນ ເຊິ່ງ​ໜ້າ­ດິນ​ເປັນ​ດິນ​ທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ ເໝາະ​ສົມ​ແກ່​ການ​ປູກ​ພືດ ດິນ​ຈະ​ຊຸດ­ໂຊມ​ຖ້າ​ໜ້າ­ດິນ​ຖືກ​ເຊາະ​ເຈື່ອນ ເພາະ​ຊັ້ນ​ດິນ​ດ້ານ​ລຸ່ມ​ບໍ່​ສົມ­ບູນ.

7. ການ​ເລືອກ​ໃຊ້​ປະ­ໂຫຍດ​ຈາກ​ດິນ​ໃຫ້​ເໝາະ​ສົມ​ກັບ​ລັກ­ສະ­ນະ​ຂອງ​ດິນ​ນັ້ນ ຄວນ​ເລືອກ​ໃຊ້​ປະ­ໂຫຍດ​ຈາກ​ດິນ​ໃຫ້​ເໝາະ​ສົມ​ກັບ​ກິດ­ຈະ­ກຳ​ທີ່​ຈະ​ເຮັດ ເຊັ່ນ: ການ​ປູກ­ຝັງ ລ້ຽງ­ສັດ ການ​ສ້າງ​ທີ່­ຢູ່​ອາ­ໄສ ຕ້ອງ​ມີ​ສັດ­ສ່ວນ​ສົມ​ດຸນ​ເໝາະ​ສົມ​ກັນ ເພື່ອ​ຮັກ­ສາ​ລະ­ບົບ​ນິ­ເວດ​ຕາມ​ທຳ​ມະ​ຊາດ ແລະ ຄຸນ​ນະ​ພາບ​ຂອງ​ສິ່ງ­ແວ­ດລ້ອມ.

error: Content is protected !!