ຫຼວງນ້ຳທາ ສຳເລັດແຂ່ງຂັນບານເຕະຊີງຂັນເຈົ້າແຂວງ

ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ຊີງ​ຂັນ​ທ່ານ​ເຈົ້າ­ແຂວງ​ຫຼວງ​ນ້ຳ​ທາ ປະ­ຈຳ​ປີ 2020 ນັດ​ຊີງ​ຊະ­ນະ​ເລີດ ຈັດ​ຂຶ້ນ​ວັນ​ທີ 28 ກໍ­ລະ­ກົດ 2020 ຢູ່​ສະ­ໜາມ​ກີ­ລາ​ບານ­ເຕະ​ແຂວງ​ຫຼວງ​ນ້ຳ​ທາ ມີ​ທ່ານ ອ່ອນ​ຈັນ ຄຳ​ພາ​ວົງ ຫົວ­ໜ້າ​ພະ­ແນກ­ການ​ເງິນ​ແຂວງ​ຫຼວງ​ນ້ຳ​ທາ ທ່ານ ທອງ­ແດງ ສິດ­ທິ​ຊົນ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ບັນ­ດາ​ຫົວ­ໜ້າ  ຮອງ​ຫົວ­ໜ້າ​ພະ​ແນກ ຫ້ອງ­ການ ຂະ­ແໜງ­ການ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ພະ­ນັກ­ງານ ທະ­ຫານ-ຕຳ­ຫຼວດ ຄູ-ອາ­ຈານ ແລະ ນັກ­ຮຽນ ອ້ອມ​ຂ້າງ​ແຂວງ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ແຂວງ​ຫຼວງ​ນ້ຳ​ທາ​ເຂົ້າ​ຮ່ວມ​ຊົມ.

ທ່ານ ທອງ­ແດງ ສິດ­ທິ​ຊົນ ໃຫ້​ຮູ້​ວ່າ: ການ​ແຂ່ງ­ຂັນ​ຈັດ​ຂຶ້ນ​ວັນ​ທີ 22 ມິ­ຖຸ­ນາ ຫາ​ວັນ​ທີ 28 ກໍ­ລະ­ກົດ 2020 ເພື່ອ​ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ Vlll ອົງ­ຄະ​ນະ​ພັກ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ທັງ​ເປັນ​ການ​ສົ່ງ­ເສີມ​ນັກ­ກີ­ລາ​ຂອງ​ແຂວງ​ໄດ້​ມີ​ການ­ເຄື່ອນ­ໄຫວ​ສາ­ມາດ​ພັດ­ທະ­ນາ​ຕົນ​ເອງ​ກ້າວ​ສູ່​ລະ­ດັບ​ແຂວງ ແລະ ລະ­ດັບ​ຊາດ​ໃນ​ອະ­ນາ­ຄົດ ໃນ​ການ​ຈັດ­ການ​ແຂ່ງ­ຂັນ​ສາ­ມາດ​ຕີ​ລາ­ຄາ​ໄດ້​ສູງ​ມີ​ຜົນ­ສຳ­ເລັດ​ຢ່າງ­ຮອບ­ດ້ານ ໂດຍ​ສະ­ເພາະ ມີ​ການ​ແຂ່ງ­ຂັນ​ທຸກ​ຄັ້ງ ບັນ­ດາ​ພະ­ນັກ­ງານ ທະ­ຫານ-ຕຳ­ຫຼວດ ຄູ​ອາ­ຈານ ແລະ ນັກ­ຮຽນ​ອ້ອມ​ຂ້າງ​ແຂວງ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ຊາວ​ແຂວງ​ລັ່ງ​ໄຫຼ​ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ຢ່າງ​ຫຼວງ­ຫຼາຍ ແລະ ເປັນ​ຂະ​ບວນ​ການ​ຢ່າງ​ຟົດ­ຟື້ນ.

ລາຍ­ການ​ແຂ່ງ­ຂັນ​ມີ 2 ປະ­ເພດ ຄື: ທີມ​ຍິງ ມີ 8 ພາກ­ສ່ວນ ແບ່ງ​ອອກ​ເປັນ 2 ກຸ່ມ ແລະ ທີມ​ຊາຍ​ມີ 22 ພາກ­ສ່ວນ ແບ່ງ​ອອກ​ເປັນ 8 ກຸ່ມ ທັງ 2 ຮຸ່ນ​ນີ້ ແຕ່​ລະ​ກຸ່ມ​ແຂ່ງ­ຂັນ​ພົບ​ກັນ​ໝົດ​ຄັດ​ເອົາ​ທີມ​ທີ່​ມີ​ຄະ­ແນນ​ດີ ອັນ​ດັບ​ທີ 1 ແລະ ທີ 2 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ​ຄູ່​ຊີງ​ຊະ­ນະ​ເລີດ​ທີມ​ຊາຍ​ປາ­ກົດ​ວ່າ: ສະ­ໂມ­ສອນ​ວິ​ສີ​ສົມ­ບັດ ຍັງ​ເປັນ​ທີມ​ເດັ່ນ​ຂອງ​ແຂວງ ຫຼັງ​ຈາກ​ເອົາ​ຊະ­ນະ​ສະ­ໂມ­ສອນ​ບານ​ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ແຂວງ ໄປ​ໄດ້ 2-0 ປະ­ຕູ ຄວ້າ​ແຊັມ​ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ທົ່ວ​ແຂວງ ຊີງ​ຂັນ​ທ່ານ​ເຈົ້າ­ແຂວງ​ຫຼວງ​ນ້ຳ​ທາ ປະ­ຈຳ​ປີ 2020 ໄປ​ຄອງ​ສະ­ໄໝ​ທີ 2 ຕິດ­ຕໍ່​ກັນ ສ່ວນ ປກສ ແຂວງ​ໄດ້​ພຽງ​ອັນ​ດັບ​ທີ 2 ທີ 3 ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ແຂວງ ແລະ ທີ 4 ບ້ານ​ຫຼວງ​ຢູ​ໄນ​ເຕັດ ສ່ວນ​ປະ­ເພດ​ທີມ​ຍິງ ທີ 1 ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ​ແຂວງ ທີ 2 ໂຮງ­ຮຽນ ມສ ເທດ­ສະ­ບານ ທີ 3 ນັກ­ທຸ­ລະ­ກິດ​ຍິງ ແລະ ທີ 4 ໂຮງ­ຮຽນ​ວິ­ຊາ​ຊີບ​ແບບ​ປະ­ສົມ.

error: Content is protected !!