ເສກສັນ ຜະລິດຖົງມືນັກຮັບບານ ສົ່ງເສີມວົງການບານເຕະລາວ

ທ່ານ ເສນ​ສັນ ໄຊ​ສະ​ນັ່ນ ອະ­ດີດ​ຜູ້​ຮັກ­ສາ​ປະ­ຕູ​ຟຸດ​ຊໍ​ທີມ​ຊາດ​ລາວ ປັດ­ຈຸ­ບັນ ເປັນ​ເລ­ຂາ­ທິ­ການ​ສະ­ຫະ­ພັນ​ບານ­ເຕະ​ຟຸດ​ຊໍ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວ່າ: ສຳ­ລັບ​ແຮງ​ບັນ­ດານ​ໃຈ​ໃນ​ການ​ຜັນ​ຕົນ​ເອງ ມາ​ເຮັດ​ທຸ­ລະ​ກິດ​ກ່ຽວ​ກັບ​ອຸ­ປະ­ກອນ​ກີ­ລາ ກໍ​ເກີດ​ມາ​ຈາກ​ຄວາມ​ມັກ​ຮັກ ແລະ ຫຼົງ­ໄຫຼ​ໃນ​ຫຼິ້ນ​ກີ­ລາ​ເຕະ­ບານ​ມາ​ຕັ້ງ­ແຕ່​ນ້ອຍ​ຈົນ​ໃຫຍ່ ເພື່ອ​ຈະ​ຢາກ​ຖ່າຍ​ທອດ​ໃຫ້​ນັກ­ກີ­ລາ​ຮຸ່ນ​ນ້ອງ ໄດ້​ໃຊ້​ຖົງ­ມື​ຄຸນ​ນະ​ພາບ​ທີ່​ເປັນ​ຜະ­ລິດ​ຕະ​ພັນ​ຂອງ​ຄົນ​ລາວ​ຢ່າງ​ແທ້​ຈິງ ຄຸນ​ນະ​ພາບ​ສູງ ໂດຍ​ສະ­ເພາະ ຖົງ­ມື X Brand sports ຮຸ່ນ ALPHA ເປັນ​ຮຸ່ນ​ທຳ​ອິດ​ຕັ້ງ​ຊື່​ມາ​ຈາກ​ພາ­ສາ​ຂອງ​ການ­ບິນ​ທີ່​ຕົນ​ເອງ​ມັກ​ເຊັ່ນ​ດຽວ​ກັນ ເພາະ​ເປັນ​ຖົງ­ມື​ຮຸ່ນ​ທຳ​ອິດ ເຊິ່ງ​ໝາຍ​ເຖິງ​ຄັ້ງ​ທີ 1 ແລະ 1 ໝາຍ​ເຖິງ A ສ່ວນ A ຫຍໍ້​ມາ​ຈາກ ALPHA ກ່ຽວ​ກັບ​ການ​ອອກ​ແບບ​ລວ­ດລາຍ​ຂອງ​ຖົງ­ມື​ນັ້ນ ຕົນ​ຕັ້ງ­ໃຈ​ເນັ້ນ​ໄປ​ທາງ​ກີ­ລາ​ທີ່​ທັນ​ສະ­ໄໝ ແລະ ມີ​ຄຸນ​ນະ​ພາບ​ຢ່າງ​ຊັດ​ເຈນ

ປັດ­ຈຸ­ບັນ ອຸ­ປະ­ກອນ​ຖົງ­ມື​ມີ​ສີ­ດຳ​ເຫຼືອງ ສື່​ເຖິງ​ຕອນ​ຕາ­ເວັນ​ຂຶ້ນ ແລະ ສີ­ດຳ​ແດງ​ຄົມ​ເຂັ້ມ ສື່​ເຖິງ​ຕອນ​ຕາ­ເວັນ­ຕົກ​ດິນ ເຊິ່ງ​ເປັນ​ຖົງ­ມື​ນ້ອງ​ໃໝ່​ສຳ­ລັບ​ວົງ​ການ​ບານ­ເຕະ​ລາວ ແລະ ພວກ​ເຮົາ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ 3 ທີມ​ມາ​ແລ້ວ ປະ­ກອບ​ມີ: ວຽງ​ຈັນ​ເອັຟ​ທີ ແລະ ວຽງ​ຈັນ​ເອັຟ​ຊີ 2 ທີມ ໃນ​ລາວ​ລີກ 1 ສ່ວນ​ອີກ 1 ສະ­ໂມ­ສອນ​ແມ່ນ​ເມືອງ​ຫາດ ຢູ​ໄນ​ເຕັດ ທີມ​ໃນ​ລາວ​ລີກ 2 ແນວ­ໃດ​ກໍ​ດີ ພວກ​ເຮົາ​ຍັງ​ວາງ​ແຜນ​ຈະ​ສະ­ໜັບ­ສະ­ໜູນ​ອີກ​ຫຼາຍ​ທີມ​ຕໍ່​ໄປ ແລະ ແຜນ​ໃນ​ອະ­ນາ­ຄົດ​ຈະ​ພະ­ຍາ­ຍາມ​ອອກ​ແບບ​ເສື້ອ​ຜ້າ ຖົງ­ຕີນ ເກີບ ແລະ ອື່ນໆ ເພື່ອ​ປະ­ກອບ­ສ່ວນ​ສົ່ງ­ເສີມ​ວົງ​ການ​ບານ­ເຕະ​ລາວ ໃຫ້​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ ແລະ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂຶ້ນ​ເລື້ອຍໆ.

ສຳ­ລັບ ເສກ​ສັນ ໄຊ​ສະ​ນັ່ນ ປັດ­ຈຸ­ບັນ​ອາ­ຍຸ 25 ປີ ເກີດ​ທີ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ເລີ່ມ​ມີ​ຊື່​ສຽງ​ຈາກ​ການ​ເປັນ​ຜູ້​ຮັກ­ສາ​ປະ­ຕູ​ຟຸດ​ຊໍ​ທີມ​ຊາດ​ລາວ ແລະ ເຄີຍ​ເຝົ້າ​ເສົາ​ພາ​ທີມ​ແຂວງ​ວຽງ​ຈັນ ຄວ້າ​ຫຼຽນ​ຄຳ​ກີ­ລາ​ຟຸດ​ຊໍ ໃນ​ອຸ­ດົມ​ໄຊ​ເກມ​ປີ 2014 ປັດ­ຈຸ­ບັນ ຍັງ​ຖືກ​ແຕ່ງ­ຕັ້ງ​ເປັນ​ເລ­ຂາ­ທິ­ການ​ສະ­ຫະ­ພັນ​ຟຸດ​ຊໍ​ນະ­ຄອນ­ຫຼວງ​ວຽງ​ຈັນ ນອກ​ນັ້ນ​ຍັງ​ມີ​ຜົນ­ງານ​ໃນ​ວົງ​ການ​ບັນ­ເທີງ​ເປັນ­ຕົ້ນ ການ​ຖ່າຍ​ແບບ ເດີນ​ແບບ ແລະ ສະ­ແດງ​ຮູບ­ເງົາ ໄດ້​ຮັບ​ລາ­ງວັນ​ຂວັນ​ໃຈ​ຊ່າງ​ພາບ Lao Supermodel 2015 ແລະ ຕິດ Top 5 Wow 30 ໜຸ່ມ​ຮ້ອນ​ແຮງ​ຂອງ​ລາວ ອີກ​ດ້ວຍ.

error: Content is protected !!