ລາວໂຕໂຢຕ້າ ຮັກສາຕຳແໜ່ງທີມນຳບານເຕະລາວລີກ 1

ການ​ແຂ່ງ­ຂັນ​ບານ­ເຕະ ເປບ​ຊີ​ລາວ​ລີກ 1 ລະ­ດູ​ການ 2020 ລະ­ຫວ່າງ​ລາວ​ໂຕ​ໂຢ​ຕ້າ​ເອັຟ​ຊີ ພົບ​ກັບ​ທີມ​ນ້ອງ​ໃໝ່​ວຽງ​ຈັນ​ເອັຟ​ທີ ຈັດ​ຂຶ້ນ​ວັນ​ທີ 28 ກໍ­ລະ­ກົດ 2020 ຢູ່​ສະ­ໜາມ​ກີ­ລາ​ບານ­ເຕະ​ແຫ່ງ​ຊາດ (ຫຼັກ 16) ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ກອງ​ເຊຍ​ຊາວ​ລາວ ກໍ​ຄື ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ທັງ​ສອງ​ສະ­ໂມ­ສອນ​ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ.

ເກມ​ນີ້​ເປັນ​ນັດ​ສຳ­ຄັນ​ຂອງ​ທັງ​ສອງ​ທີມ ໂດຍ​ສະ­ເພາະ ລາວ​ໂຕ​ໂຢ​ຕ້າ​ໃນ​ນາມ​ເຈົ້າ​ບ້ານ ກໍ​ຍັງ​ຂາດ​ກອງ​ໜ້າ ກາ​ຊູ​ໂອະ ໂຮມ​ມະ ນັກ​ເຕະ​ຕົວ​ເກັ່ງ​ຊາວ​ຍີ່­ປຸ່ນ​ທີ່​ກຳ­ລັງ​ກັກ​ຕົວ 14 ວັນ ຄາດ​ວ່າ​ອີກ​ບໍ່​ດົນ ກໍ​ຈະ​ສາ­ມາດ​ກັບ​ຄືນ​ມາ​ຊ່ວຍ​ທີມ​ໄລ່​ລ່າ​ຕາ​ໜ່າງ ແນວ­ໃດ​ກໍ​ດີ ພາຍ​ໃຕ້​ການ​ຄຸມ​ທີມ​ຂອງ​ທ່ານ ເກດ​ສະ​ດາ ທອງ​ເຄນ ຜູ້​ຊ່ວຍ​ຄູ​ເຝິກ​ທີ່​ລົງ​ຄຸມ​ທີມ​ຂ້າງ​ສະ­ໜາມ​ແທນ​ທ່ານ ຈຸນ ຟູ​ກູ​ດະ ຫົວ­ໜ້າ​ຄູ​ເຝິກ ຫຼັງ​ຖືກ​ຫ້າມ​ລົງ​ຄຸມ​ທີມ​ຂ້າງ​ສະ­ໜາມ ຈາກ​ກໍ­ລະ­ນີ​ປ່ຽນ​ຕົວ​ນັກ­ກີ­ລາ​ເກີນ​ໂຄ​ຕ້າ ນັດ​ທີ່​ເອົາ​ຊະ­ນະ​ຊ້າງ​ນ້ອຍ ເອັຟ​ຊີ ຫວຸດ​ຫວິດ 2-1 ປະ­ຕູ ໂດຍ​ທ່ານ ເກດ​ສະ​ດາ ທອງ​ເຄນ ໄດ້​ສົ່ງ​ນັກ​ເຕະ​ກຳ­ລັງ​ສຳ­ຄັນ​ລົງ​ສະ­ໜາມ​ຊ່ວຍ​ທີມ ນຳ​ທີມ​ໂດຍ ພິ​ທັກ ກອງ​ມາ​ທິ​ລາດ ສ່ວນ​ວຽງ​ຈັນ​ເອັຟ​ທີ ນຳ​ໂດຍ​ທ່ານ ສັນ­ຕິ­ພາບ ໂພ­ຄະ​ສົມ­ບູນ ຫົວ­ໜ້າ​ຄູ​ເຝິກ ນັດ​ນີ້​ວາງ​ແຜນ­ການ​ຫຼິ້ນ​ຢ່າງ​ຮັດ­ກຸມ ເນັ້ນ​ເກມ​ຮັບ​ອາ­ໄສ​ໂຕ້​ກັບ​ເປັນ­ຕົ້ນ​ຕໍ ວາງ​ຫົວ­ໜ້າ​ທີມ ໄວ​ທະ​ຍາ ສີ​ສົງ­ຄາມ ຢືນ​ໜ້າ​ເປົ້າ​ຄົນ​ດຽວ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ ແຊັມ​ເກົ່າ​ລາວ​ໂຕ​ໂຢ​ຕ້າ ສາ­ມາດ​ເອົາ​ຊະ­ນະ ວຽງ​ຈັນ​ເອັຟ​ທີ​ໄປ​ໄດ້ 3-0 ຈາກ ເລ​ຊີ​ໂອ ໃນ​ນາ­ທີ 36 ບຳ​ບ້າ ນາ­ທີ 58 ແລະ ພິ​ທັກ ກອງ​ມາ​ທິ​ລາດ​ນາ­ທີ 85 ສົ່ງ​ຜົນ​ໃຫ້​ລາວ​ໂຕ​ໂຢ​ຕ້າ​ເກັບ​ເພີ່ມ​ເປັນ 10 ຄະ­ແນນ ຈາກ 4 ນັດ ຊະ­ນະ 3 ນັດ ແລະ ສະ­ເໝີ 1 ນັດ ຮັກ­ສາ​ຕຳ­ແໜ່ງ​ທີມ​ນຳ​ຂອງ​ຕາ­ຕະ­ລາງ​ໄວ້​ໄດ້​ຢ່າງ​ໜຽວ​ແໜ້ນ​ຕໍ່​ໄປ ສ່ວນ​ວຽງ​ຈັນ​ເອັຟ​ທີ​ລົງ​ສະ­ໜາມ​ນັດ​ນີ້ ເປັນ​ນັດ​ທີ 3 ຈາກ​ຜົນ 3 ນັດ ສະ­ເໝີ 1 ນັດ ແລະ ເສຍ 2 ນັດ ມີ 1 ຄະ­ແນນ ຫຼົ່ນ​ລົງ​ໄປ​ຢູ່​ທ້າຍ​ຕາ­ຕະ­ລາງ.

error: Content is protected !!