ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 1-31 ສິງຫາ 2020 ໃນວັນທີ 30 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກວ່າ:

ພວກເຮົາຈະບໍ່ໄດ້ເຜີຕົວ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍທີ່ຈະເກີດມີການລະບາດອີກຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດຂອງພະຍາດດັ່ງກ່າວໄດ້ເທື່ອ ພ້ອມກັນນັ້ນ ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງເຂົ້າ-ອອກປະເທດ ຢ່າງຮັດກຸມ ກໍຈະມີຄວາມສ່ຽງໃນການນຳເຂົ້າເຊື້ອ ໂດຍຜູ້ທີ່ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີເຂົ້າມາໃນກາງເດືອນກໍລະກົດ ຕາມທີ່ໄດ້ແຈ້ງໃຫ້ພີ່ນ້ອງຊາວລາວຊາບແລ້ວນັ້ນ ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ລັດຖະບານໄດ້ຕົກລົງ ແລະ ຊີ້ນຳຄື: ໃຫ້ສືບຕໍ່ຂະຫຍາຍການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນທີ່ໄດ້ກຳນົດໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ ລົງວັນທີ 30 ມິຖຸນາ 2020 ແລະ ບາງມາດຕະການເພີ່ມເຕີມ ດັ່ງນີ້:
ໃຫ້ຄະນະສະເພາະກິດ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ທີ່ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ແລະ ສະບັບເລກທີ 697/ສຫນຍ ລົງວັນທີ 30 ມິຖຸນາ 2020 ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້: ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ ຮ້ານຄາຣາໂອເກະ ແລະ ຮ້ານເກມ ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ.
ໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້ ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດ COVID-19 ສຳລັບນັກການທູດ ພະນັກງານອົງການຈັດຕັ້ງສາກົນ ຊ່ຽວຊານ ນັກລົງທຶນ ນັກທຸລະກິດ ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ ສຳລັບຂັ້ນຕອນໃນການປະຕິບັດຕົວຈິງ ຄະນະສະເພາະກິດຈະອອກຄຳແນະນຳສະເພາະຕ່າງຫາກ ແລະ ໃຫ້ຢຸດຊົ່ວຄາວການອະນຸຍາດໃຫ້ຍົນເຊົ່າເໝົາລຳກ່ອນ ແລະ ໃຫ້ຄະນະສະເພາະກິດ ສົມທົບກັບລັດວິສາຫະກິດການບິນລາວ ອອກມາດຕະການໃໝ່ທີ່ຮັດກຸມ ແລະ ສະເໜີມາຍັງລັດຖະບານເພື່ອຂໍອະນຸມັດກ່ອນ ຈຶ່ງດຳເນີນການໄດ້ ໃຫ້ລັດວິສາຫະກິດການບິນລາວ ເຈລະຈາຄືນກັບສາຍການບິນຕ່າງປະເທດທີ່ໄດ້ດຳເນີນການຜ່ານມາຕື່ມອີກ.