ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 30 ກໍລະກົດ 2020 ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ພັນເອກ ສຸກພະຈັນ ບຸດດາຄຳ ຮັກສາການເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ມີສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ສະຫາຍ ພົນຕີ ວັນທອງ ກອງມະນີ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ພ້ອມສະຫາຍຜູ້ແທນກອງປະຊຸມໃຫຍ່ຈຳນວນ 173 ສະຫາຍ ຍິງ 26 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ສະຫາຍ ພັນເອກ ສຸກພະຈັນ ບຸດດາຄຳ ໄດ້ກ່າວທີ່ກອງປະຊຸມບາງຕອນວ່າ: ໃນ 5 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນມີລາຍຄະດີອາຍາເກີດຂຶ້ນທັງໝົດ 14.614 ເລື່ອງ ແກ້ໄຂໄດ້ 10.964 ເລື່ອງ ກັກຕົວຜູ່ກະທຳຜິດມາດຳເນີນຄະດີ 12.906 ຄົນ ຍິງ 1.689 ຄົນ ເກັບກູ້ຊັບສິນ ແລະ ຂອງກາງຄະດີສົ່ງຄືນໃຫ້ລັດລວມໝູ່ ແລະ ພົນລະເມືອງເປັນເງິນ 3 ຕື້ກວ່າກີບ ຄຳຮູບປະພັນ 13 ກິໂລ ແລະ 26 ບາດ ລົດໃຫຍ່ຈຳນວນ 25 ຄັນ ລົດຈັກ 1.874 ຄັນ ມີອັກຄີໄພເກີດຂຶ້ນທັງໝົດ 165 ຄັ້ງ ສ້າງຜົນເສຍຫາຍປະມານ 56 ຕື້ກວ່າກີບ ເສຍຊີວິດ 1 ຄົນ ໄດ້ສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງກວນເມືອງຕາມຖະໜົນ ສາມາດກັກລົດຈັກບໍ່ມີປ້າຍ ບໍ່ມີເອກະສານ ແລະ ລົດດັດແປງສະພາບໄດ້ 554 ຄັນ ລົດໃຫຍ່ 6 ຄັນ ແກ້ໄຂລົດທີ່ກັກມາໄດ້ 457 ຄັນ ພ້ອມທັງສຶກສາອົບຮົມປັບໃໝເຈົ້າຂອງລົດ ເອົາໃຈໃສ່ຕິດຕາມກວດກາ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ໂຄສະນາກົດລະບຽບຈະລາຈອນ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຫຼຸດຜ່ອນອຸບັດເຫດ ແລະ ຂັບຂີ່ປອດໄພ ເພື່ອຫຼຸດຜ່ອນອຸບັດເຫດ ຜ່ານມາໄດ້ກວດກາພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ 55.477 ຄົນ ຍິງ 5.119 ຄົນ ສຶກສາອົບຮົມ ກ່າວເຕືອນ 22.753 ຄົນ ຍິງ 7.976 ຄົນ ກັກເອກະສານ 31.161 ໃບ ຕະຫຼອດໄລຍະ 5 ປີຜ່ານມາ ມີອຸບັດເຫດເກີດຂຶ້ນທັງໝົດ 6.975 ລາຍ ມີພາຫະນະເປ່ເພເສຍຫາຍ 6.259 ຄັນ ຄົນບາດເຈັບ 4.559 ຄົນ ແລະ ເສຍຊີວິດ 742 ຄົນ ໄດ້ເປັນເຈົ້າການສະກັດກັ້ນ ຕ້ານກຸ່ມແກ້ງຜະລິດ ຄ້າຂາຍ ມົ້ວສຸມ ແລະ ເສບຢາເສບຕິດ ຕິດຕາມ ກວດກາຂຶ້ນບັນຊີກຳນົດເປົ້າໝາຍ ແລະ ໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ສາມາດແກ້ໄຂເປົ້າໝາຍຊື້ຂາຍ ຂົນສົ່ງ ແລະ ມົ້ວສຸມຢາເສບຕິດໄດ້ທັງໝົດ 4.158 ເລື່ອງ ໃນນັ້ນ ຊື້-ຂາຍ 2.907 ເລື່ອງ ມົ້ວສຸມເສບຢາເສບຕິດ 1.251 ເລື່ອງ ກັກຕົວມາດຳເນີນຄະດີ 7.042 ຄົນ ຍິງ 760 ຄົນ ຄົນຕ່າງປະເທດ 19 ຄົນ ຍິງ 2 ຄົນ ໄດ້ບຳບັດປີ່ນປົວຜູ້ຕິດຢາເສບຕິດຢູ່ສູນສົມສະຫງ່າຈຳນວນ 6.100 ຄົນ.
ຂໍ້ມູນເພີ່ມເຕີມ ໃຫ້ຕິດຕາມອ່ານຂ່າວຈາກ ໜັງສືພິມວຽງຈັນໃໝ່.