ຫ້ອງຮຽນໃນອາຄານ PUV ຫ້ອງ 101 ແລະ ຫ້ອງ 201 ໄດ້ຮັບການປັບປຸງ

ພິ­ທີ​ມອບ-ຮັບ​ຫ້ອງ​ຮຽນ​ໃນ​ອາ­ຄານ PUV ຫ້ອງ 101 ແລະ ຫ້ອງ 201 ພາກ​ວິ­ຊາ​ພາ­ສາ​ຈີນ ຄະ­ນະ​ອັນ​ສອນ​ສາດ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ຈັດ​ຂຶ້ນ​ວັນ​ທີ 29 ກໍ­ລະ­ກົດ 2020 ທີ່​ອາ­ຄານ​ດັ່ງ­ກ່າວ ມີ​ທ່ານ ຮຸ່ງ​ເພັດ ຈັນ­ທະ​ວົງ ຮອງ​ອະ­ທິ­ການ​ບໍ­ດີ ມຊ ທ່ານ ບຸນ​ເລີດ ແສງ​ສຸ­ລິນ ຄະ­ນະ­ບໍ­ດີ​ຄະ​ອັກ­ສອນ­ສາດ ທ່ານ ພູ​ຢາງ ຮອງ​ອຳ­ນວຍ​ການ​ບໍ­ລິ­ສັດ​ກໍ່­ສ້າງ​ລົງ­ທຶນ ແລະ ຖື​ຮຸ້ນ​ແຂວງ​ຢູນ​ນານ ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ພາກ​ວິ­ຊາ ຄູ​ອາ­ຈານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ໂຄງ­ການ​ຮ່ວມ​ມື​ປັບ­ປຸງ ສ້ອມ­ແປງ​ຫ້ອງ​ຮຽນ​ໃນ​ອາ­ຄານ PUV ຫ້ອງ 101 ແລະ ຫ້ອງ 201 ໄດ້​ເລີ່ມ​ລົງ­ມື​ມາ​ແຕ່​ຕົ້ນ​ປີ 2019 ໂດຍ​ມີ​ການ​ປະ­ສານ​ງານ ພົວ­ພັນ ແລະ ດຳ­ເນີນ​ໂຄງ­ການ​ຕາມ​ລະ­ບຽບ​ຂອງ ມຊ ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ສະ­ແດງ​ເຈດ​ຈຳ­ນົງ​ທີ່​ຖືກ­ຕ້ອງ ແລະ ໄດ້​ຮັບ​ອະ­ນຸ­ມັດ​ຢ່າງ​ເປັນ​ທາງ​ການ ພາຍ­ຫຼັງ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ແລ້ວ ໃນ​ຕົ້ນ​ປີ 2020 ບໍ­ລິ­ສັດ​ກໍ່­ສ້າງ​ລົງ­ທຶນ ແລະ ຖື​ຮຸ້ນ​ແຂວງ​ຢູນ​ນານ ຈຳ­ກັດ​ຜູ້​ດຽວ ໄດ້​ເຂົ້າ​ມາ​ປັບ­ປຸງ ສ້ອມ­ແປງ ແລະ ສຳ­ເລັດ​ໃນ​ເດືອນ​ມິ­ຖຸ­ນາ ມູນ​ຄ່າ 390 ລ້ານ​ກວ່າ​ກີບ ເຊິ່ງ​ເປັນ​ທຶນ​ສະ­ໜັບ​ໜູນ​ຂອງ​ບໍ­ລິ­ສັດ​ກໍ່­ສ້າງ​ລົງ­ທຶນ ແລະ ຖື​ຮຸ້ນ​ແຂວງ​ຢູນ​ນານ ຈຳ­ກັດ​ຜູ້​ດຽວ.

ໂຄງ­ການ​ປັບ­ປຸງ​ສ້ອມ­ແປງ​ຄັ້ງ​ນີ້ ໄດ້​ປັບ­ປຸງ​ຫ້ອງ​ຮຽນ​ໃນ​ອາ­ຄານ PUV ຫ້ອງ 101 ມາ​ເປັນ​ຫ້ອງ​ອ່ານ ແລະ ຫ້ອງ 201 ມາ​ເປັນ​ຫ້ອງ​ຟັງ­ສຽງ ປ່ຽນ​ຖ່າຍ​ປະ­ຕູ ປ່ອງ­ຢ້ຽມ ໃສ່​ຕາ​ໜ່າງ​ກັນ​ຂະ­ໂມຍ ປູ​ກາ​ໂລ​ພື້ນ ຕິດ​ຕັ້ງ​ລະ­ບົບ​ໄຟ­ຟ້າ​ໃໝ່ ລະ­ບົບ​ຄວາມ​ເຢັນ ທາ­ສີ ປະ­ກອບ​ອຸ­ປະ­ກອນ​ເຄື່ອງ­ໃຊ້​ເຊັ່ນ ໂຕະ ຕັ່ງ ລະ­ບົບ​ເຄື່ອງ​ສຽງ ກະ­ດານ ຕູ້​ໃສ່​ປື້ມ-ເອ­ກະ­ສານ​ຕ່າງໆ​ໃສ່​ຫ້ອງ​ຟັງ­ສຽງ ແລະ ຫ້ອງ​ອ່ານ ນອກ­ຈາກ​ນີ້ ບໍ­ລິ­ສັດ​ດັ່ງ­ກ່າວ​ຍັງ​ໄດ້​ຕິດ​ຕັ້ງ​ຜ້າ­ກັ້ງ​ໃສ່​ຫ້ອງ​ປະ­ຊຸມ​ຂອງ​ຄະ­ນະ​ອັກ­ສອນ­ສາດ 1 ຊຸດ ອີກ​ດ້ວຍ.

error: Content is protected !!