ຫຼາຍພາກສ່ວນ ຮ່ວມບໍລິຈາກທຶນຊ່ວຍເຫຼືອເດັກນ້ອຍເຂດຫ່າງໄກ ໄດ້ມີສະຖານທີ່ຮຽນ

ສະ­ມາ­ຄົມ​ກູ້​ໄພ​ນະ­ຄອນ­ຫຼວງ​ວຽງ​ຈັນ (1624) ຮ່ວມ​ກັບໂຮງ­ແຮມ ລາວ​ເທວ ວຽງ​ຈັນ ບໍ­ລິ­ສັດ ​ກ້າວ­ໜ້າ ອິນ​ເຕີ​ເທນ​ເມັນ ຈຳ­ກັດ ແລະ ຮ້ານ​ເສື້ອ​ຄຳ​ເພົ້າ​ສັ່ງ​ໄດ້ ໄດ້​ເປີດ​ຕົວ​ໂຄງ­ການ ຮ່ວມ​ປັນ​ຮັກ Better together ຂຶ້ນ ເພື່ອ​ສົມ­ທົບ​ທຶນ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ທີ່­ຢູ່​ເຂດ​ຫ່າງ​ໄກ ທີ່​ບ້ານ​ຫ້ວຍ​ຕັ້ງ​ນາຍ ເມືອງ​ກາ­ສີ ແຂວງ​ວຽງ​ຈັນ ໃຫ້​ໄດ້​ມີ​ສະ­ຖານ­ທີ່​ໃນ​ການ​ສຶກ​ສາ​ຮ່ຳ­ຮຽນ ເພື່ອ​ໃຫ້​ເດັກ­ນ້ອຍ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ດີ​ໃນ​ອະ­ນາ­ຄົດ.

ພິ­ທີ​ຖະ­ແຫຼງ​ຂ່າວ​ດັ່ງ­ກ່າວ ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກໍ­ລະ­ກົດ 2020 ທີ່​ໂຮງ­ແຮມ ລາວ​ເທວ ວຽງ​ຈັນ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ວົງ​ຈັນ ບົວ​ແພງ ປະ­ທານ​ໂຄງ­ການ​ຮ່ວມ​ປັນ​ຮັກ Better together ແລະ ທ່ານ ນາງ ພອນ​ວິ­ໄລ ແສນ​ປະ­ເສີດ ທີ່​ປຶກ­ສາ​ກິດ​ຕິ​ມະ​ສັກ ບໍ­ລິ­ສັດ​ກ້າວ­ໜ້າ​ອິນ​ເຕີ​ເທນ​ເມັນ ຈຳ­ກັດ ມີ​ທ່ານ ສາ­ລີ ນັນ­ທະ​ວົງ ຫົວ­ໜ້າ​ຂະ­ແໜງ​ວັດ­ທະ­ນະ­ທຳ ພະ​ແນກ​ຖະ​ແຫຼ່ງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຜູ້­ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ວົງ​ຈັນ ບົວ​ແພງ ກ່າວ​ວ່າ: ຈຸດ​ລິ​ເລີ່ມ​ຂອງ​ໂຄງ­ການ​ຮ່ວມ​ປັນ​ຮັກ Better together ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ຕົກ­ລົງ​ເຫັນ​ດີ ແລະ ຮ່ວມ​ມື​ກັນ​ຈາກ​ຫຼາຍ​ພາກ­ສ່ວນ ເພື່ອ​ຊອກ​ຫາ​ວິ­ທີ​ຊ່ວຍ­ເຫຼືອ​ໃຫ້​ນັກ­ຮຽນ​ໄດ້​ມີ​ໂອ­ກາດ​ຮຽນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ​ນ້ອງໆ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ເຊິ່ງ​ຮູບ​ແບບ​ການ​ລະ­ດົມ​ທຶນ ແມ່ນ​ເປັນ​ການ​ຈັດ​ງານ​ແຟ​ຊັນ​ໂຊ ຫຼື fashion Show ໂດຍ​ຈະ​ມີ​ບັນ­ດາ​ນັກ​ອອກ​ແບບ ແລະ ເຈົ້າ​ຂອງ​ຍີ່­ຫໍ້​ເຄື່ອງ​ປະ­ດັບ​ຊັ້ນ​ແນວ​ໜ້າ​ເຂົ້າ​ຮ່ວມ​ໂຄງ­ການ​ຫຼາຍ​ກວ່າ 20 ຍີ່­ຫໍ້.

ທ່ານ​ນາງ ພອນ​ວິ­ໄລ ແສນ​ປະ­ເສີດ ກ່າວ​ວ່າ: ໂຄງ­ການ​ດັ່ງ­ກ່າວ​ນີ້ ຖື​ເປັນ​ໂຄງ­ການ​ທີ່​ດີ ເພາະ­ວ່າ ເມື່ອ​ໄດ້​ເຫັນ​ສະ­ພາບ​ໂຮງ­ຮຽນ​ແລ້ວ ໂດຍ​ສະ­ເພາະ​ໃນ​ຍາມ​ຝົນ ນ້ອງໆ​ບໍ່​ມີ​ບ່ອນ​ລີ້​ຝົນ ເຊິ່ງ​ອ້ອມ​ຝາ​ໂດຍ​ໄມ້­ເຮ້ຍ ຈຶ່ງ​ໄດ້​ຮ່ວມ​ມື​ກັນ​ກັບ​ຫຼາຍ​ພາກ­ສ່ວນ ເພື່ອ​ສ້າງ​ໂຮງ­ຮຽນ ເຮັດ​ໂຕະ ຕັ່ງ ຫຼາຍໆ​ຢ່າງ ເຮັດ​ໃຫ້​ໂຮງ­ຮຽນ​ຫຼັງ​ນີ້​ໃຫ້​ເກີດ​ຂຶ້ນ ເພື່ອ​ໃຫ້​ນ້ອງໆ​ໄດ້​ມີ​ບ່ອນ​ສຶກ​ສາ​ຮ່ຳ­ຮຽນ​ຖາ­ວອນ.

ສຳ­ລັບ​ງານ​ຮ່ວມ​ປັນ​ຮັກ Better together fashion Show Charity ຈະ​ໄດ້​ຈັດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 29-30 ສິງ­ຫາ 2020 ທີ່​ໂຮງ­ແຮມ ລາວ​ເທວ ວຽງ​ຈັນ ສຳ­ລັບ​ຜູ້​ທີ່​ສົນ­ໃຈ​ເຂົ້າ​ຮ່ວມ​ງານ ສາ­ມາດ​ຈັບ­ຈອງ​ຊື້​ປີ້ ສຳ­ລັບ​ລູກ​ຄ້າ VIP 5 ແສນ​ກີບ ແລະ ສຳ­ລັບ​ລູກ​ຄ້າ​ທົ່ວ​ໄປ 3 ແສນ​ກີບ ເຊິ່ງ​ທຸກ​ບັດ​ແມ່ນ​ມີ​ຈຳ­ນວນ​ຈຳ­ກັດ ແລະ ເງິນ​ທີ່​ໄດ້​ຈາກ​ການ­ຈຳ­ໜ່າຍ​ປີ້ ແມ່ນ​ຈະ​ນຳ­ໄປ​ສ້າງ​ໂຮງ­ຮຽນ​ປະ­ສົມ​ສົມ­ບູນ​ບ້ານ​ຫ້ວຍ​ຕັ້ງ​ນາຍ.

error: Content is protected !!