ສື່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມ ຜູ້ອ່ານ ຜູ້ຟັງຫຼາຍສົມຄວນ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13/8/19550-13/8/2020) ເຊິ່ງ​ເປັນ​ວັນ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ທ່ານ ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ຍ້ອນ​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່ ແລະ ການ​ຊີ້​ນຳ-ນຳ­ພາ​ຂອງ​ຄະ­ນະ​ພັກ ອົງ­ການ​ປົກ­ຄອງ ນວ ແລະ ການ​ນຳ​ກະ­ຊວງ ຖວ​ທ ຈຶ່ງ​ເຮັດ​ໃຫ້​ວຽກ​ງານ​ຖະ­ແຫຼງ​ຂ່າວ ສື່​ມວນ​ຊົນ​ຢູ່ ນວ ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ໂດຍ​ລວມ​ແລ້ວ ວຽກ​ງານ​ສື່​ມາ​ຮອດ​ປັດ­ຈຸ­ບັນ ມີ​ຄວາມ​ຕັ້ງ­ໜ້າ​ຫຼາຍ​ດ້ານ ມີ​ສະ­ຖາ­ນີ​ວິ­ທະ­ຍຸ 2 ຄື້ນ​ຄື: ຄື້ນ 98 ແລະ ຄື້ນ 105,5 ແລະ ໂທລະ­ພາບ ນວ ຊ່ອງ 9 (vt 9) ທີ່​ໄດ້​ເປີດ​ທ້າຍ​ປີ 2019 ພິ­ເສດ ຍັງ​ມີ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ (ລາຍ​ວັນ) ທີ່​ເປັນ​ກະ­ບອກ​ສຽງ​ຂອງ ນວ ສື່​ດັ່ງ­ກ່າວ​ເປັນ​ທີ່​ຍອມ­ຮັບ ແລະ ນິ­ຍົມ​ຂອງ​ຜູ້​ບໍ­ລິ­ໂພກ ບໍ່​ວ່າ​ຈະ​ເປັນ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ນັກ­ທຸ­ລະ­ກິດ ຊາວ​ຄ້າ­ຂາຍ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໂດຍ​ສະ­ເພາະ​ຊາວ ນວ ນອກ­ຈາກ​ຈະ​ມີ​ໜັງ​ພຶມ ວິ­ທະ­ຍຸ ແລະ ໂທລະ­ພາບ​ແລ້ວ ຍັງ​ມີ​ໂຮງ­ພິມ ນວ ທີ່​ຮັບ​ໃຊ້​ພິມ​ຈຳ­ໜ່າຍ​ສື່ ແລະ ວຽກ​ງານ​ຕ່າງໆ​ຂອງ​ພັກ-ລັດ ຂອງ​ສັງ­ຄົມ ເຊິ່ງ​ບັນ­ດາ​ສື່​ຕ່າງໆ​ທີ່​ເປັນ​ກະ­ບອກ​ສຽງ​ຂອງ ນວ ໄດ້​ຜະ­ລິດ​ລາຍ­ການ​ຂ່າວ​ອອກ​ຮັບ​ໃຊ້​ສັງ­ຄົມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ໃນ​ແຕ່​ລະ​ວັນ ທີມ​ງານ​ນັກ​ຂ່າວ​ໄດ້​ມີ​ຄວາມ​ຕັ້ງ­ໜ້າ ແລະ ເອົາ­ໃຈ­ໃສ່​ຕິດ­ຕາມ ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ​ການ­ເຄື່ອນ­ໄຫວ​ຂອງ​ການ​ນຳ​ສູນ​ກາງ ການ​ນຳ ນວ ເຫດ­ການ​ຕ່າງໆ​ເກີດ​ຂຶ້ນ​ຢູ່​ປະ­ເທດ ແລະ ອື່ນໆ ໄດ້​ເອົາ­ໃຈ­ໃສ່​ຈົດ­ຈໍ່​ນຳ​ມາ​ອອກ​ຂ່າວ​ເພື່ອ​ໃຫ້​ຜູ້​ຊົມ ຜູ້​ຟັງ ແລະ ຜູ້​ອ່ານ​ຢູ່​ທາງ​ບ້ານ​ໄດ້​ຕິດ­ຕາມ​ຮັບ​ຊາບ  ພິ­ເສດ ໄລ­ຍະ​ເກີດ​ພະ­ຍາດ​ໂຄ​ວິດ-19  ສື່ ໄດ້​ເປັນ​ໝາກ​ຫົວ­ໃຈ​ຫຼັກ​ອັນ​ໜຶ່ງ ເຄື່ອນ​ໄຫວ​ຢ່າງ​ຕັ້ງ­ໜ້າ ຫຼາຍ​ເຂດ​ວຽກ​ງານ​ໄດ້​ພັກ ແຕ່​ນັກ​ຂ່າວ​ບໍ່​ໄດ້​ພັກ ຖັດ​ຈາກ​ແພດ​ໝໍ​ກໍ​ແມ່ນ​ນັກ​ຂ່າວ​ທີ່​ໄດ້​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຂອງ​ແພດ​ໝໍ ແລະ ໜ່ວຍ​ງານ​ຕ່າງໆ​ທີ່​ໄດ້​ລົງ​ຊຸກ­ຍູ້​ຕິດ­ຕາມ ເຮັດ​ໜ້າ­ທີ່​ໂຄ­ສະ­ນາ​ໃຫ້​ປະ­ຊາ­ຊົນ ກໍ​ຄື​ສັງ­ຄົມ​ໄດ້​ປ້ອງ​ກັນ​ພະ­ຍາດ​ທີ່​ແພດ​ໝໍ​ໄດ້​ກຳ­ນົດ​ອອກ​ມາ ສື່​ກໍ​ໄດ້​ເປັນ​ສື່​ກາງ​ທີ່​ປະ­ກາດ​ອອກ​ທາງ​ວິ­ທະ­ຍຸ ໂທລະ­ພາບ ໜັງ­ສື­ພິມ ແລະ ໂທລະ​ໂຄ່ງ ເພື່ອ​ໃຫ້​ປະ­ຊາ­ຊົນ​ໄດ້​ເຂົ້າ­ໃຈ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ ແລະ ຕິດ­ຕາມ​ເອົາ​ຂ່າວ​ຂອງ​ຄົນ​ເຈັບ​ຍ້ອນ​ພະ­ຍາດ​ໂຄ​ວິດ ແລະ ລົງ​ຕິດ­ຕາມ​ເກັບ​ກຳ​ຂ່າວ​ແຮງ​ງານ​ທີ່​ມີ​ຄວາມ​ສ່ຽງ​ທີ່​ເດີນ­ທາງ​ກັບ​ມາ​ແຕ່​ຕ່າງ­ປະ­ເທດ ດັ່ງ­ນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ​ສື່​ມີ​ບົດ­ບາດ​ສຳ­ຄັນ​ສົມ­ຄວນ ແລະ ໄດ້​ຮັບ​ຄວາມ​ນິ­ຍົມ​ຊົມ​ຊອບ​ຂອງ​ຜູ້​ຊົມ ຜູ້​ອ່ານ ຜູ້​ຟັງ​ຫຼາຍ​ສົມ­ຄວນ ໃນ​ຜ່ານ​ມາ​ກໍ​ຄື​ໃນ​ປັດ­ຈຸ­ບັນ.

ຄຽງ​ຄູ່​ກັບ​ຜົນ­ງານ​ດັ່ງ­ກ່າວ ສື່​ພວກ​ເຮົາ​ກໍ​ໄດ້​ພົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ສົມ­ຄວນ ແນ່­ນອນ​ທີ່​ປາ­ສະ­ຈາກ​ບໍ່​ໄດ້ ເປັນ­ຕົ້ນ​ການ​ຫັນ­ປ່ຽນ​ພຶດ­ຕິ​ກຳ​ຂອງ​ຜູ້​ຊົມ­ໃຊ້​ຂ່າວ ຜູ້​ບໍ­ລິ­ໂພກ​ຂ່າວ ປັດ­ຈຸ­ບັນ ໂລກ​ມີ​ຄວາມ​ທັນ​ສະ­ໄໝ ຍຸກ​ດີ​ຈີ​ຕອນ​ເຂົ້າ​ມາ­ສູ່​ສັງ­ຄົມ​ຫຼາຍ ສັງ­ຄົມ​ສ່ວນ​ຫຼາຍ​ບໍ່​ມີ​ເວ­ລາ​ທີ່​ມາ​ນັ່ງ​ອ່ານ­ໜັງ­ສື​ພິມ ແລະ ນັ່ງ​ເບິ່ງ​ໂທລະ­ພາບ ຫຼາຍ​ຄົນ​ໄດ້​ຫັນ​ໄປ​ສູ່​ລະ­ບົບ​ທັນ​ສະ­ໄໝ ນຳ​ໃຊ້​ອິນ​ເຕີ​ເນັດ ການ​ຟັງ​ເພງ ແລະ ການ​ຕິດ­ຕາມ​ຂ່າວ​ຕ່າງໆ​ຜ່ານ​ທາງ​ມື​ຖື​ທີ່​ສະ­ດວກ​ສະ­ບາຍ ດັ່ງ­ນັ້ນ ສື່​ຕ້ອງ​ໄດ້​ຫັນ​ມາ​ເປັນ​ລະ­ບົບ​ອອນ​ລາຍ​ເກືອບ​ໝົດ​ແລ້ວ ຖ້າ​ບໍ່​ເຮັດ ຈະ​ບໍ່​ມີ​ຜູ້​ມາ​ບໍ­ລິ­ໂພກ​ຂ່າວ ທີ່​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໜຶ່ງ​ທີ່​ສື່​ຕ້ອງ​ໄດ້​ປັບ​ຕົນ​ເອງ ແລະ ການ​ປັບ​ກໍ​ແມ່ນ​ວັດ­ຖຸ​ອຸ­ປະ­ກອນ​ຕ້ອງ​ໄດ້​ຫັນ ປັດ­ຈຸ­ບັນ​ເຄື່ອງ­ມື​ອຸ­ປະ­ກອນ​ເຕັກ­ນິກ​ຍັງ​ບໍ່​ທັນ​ສະ­ໄໝ​ເທົ່າ​ທີ່​ຄວນ  ຍັງ​ເປັນ​ລະ­ບົບ​ເກົ່າ​ທີ່​ຈະ​ເຊື່ອມ​ຕໍ່​ໃສ່​ລະ­ບົບ​ໃໝ່​ຍັງ​ຍາກ​ຢູ່  ນີ້​ກໍ​ເປັນ​ຂໍ້​ຈຳ­ກັດ​ອັນ​ໜຶ່ງ ບັນ­ຫາ​ເຕັກ­ນິກ​ວິ­ຊາ​ການ​ຍັງ​ມີ​ຈຳ­ກັດ ສື່​ບາງ​ຄົນ​ກໍ​ໄດ້​ຊອກ​ຮູ້​ຮ່ຳ­ຮຽນ​ດ້ວຍ​ທຶນ​ຂອງ​ການ­ຈັດ­ຕັ້ງ ແລະ ທຶນ​ຕົນ​ເອງ​ມາ​ພັດ­ທະ­ນາ​ວຽກ​ງານ​ຕົນ​ເອງ ແຕ່​ຖ້າ​ຈະ​ທຽບ­ໃສ່​ຕ່າງ­ປະ­ເທດ ກໍ​ຍັງ​ມີ​ຈຳ­ກັດ​ເຊັ່ນ​ດຽວ​ກັນ ງົບ­ປະ­ມານ​ລັດ​ທີ່​ຈະ​ເອົາ​ມາ​ສະ­ໜອງ​ໃຫ້​ໃນ​ການ​ປັບ­ປຸງ​ວຽກ​ງານ​ສື່​ຍັງ​ມີ​ຈຳ­ກັດ ການ​ສ້າງ​ບຸກ​ຄະ­ລາ​ກອນ​ຜ່ານ​ມາ ມີ​ບຸກ​ຄະ­ລາ​ກອນ​ທີ່​ເກັ່ງ ແລະ ມີ​ຜົນ­ງານ​ດີ­ເດັ່ນ ຜົນ­ງານ​ການ​ຂຽນ​ຂ່າວ ການ​ປະ­ກາດ​ຂ່າວ ເປັນ​ໂຄ​ຄົກ ວິ­ທະ­ຍາ­ກອນ ນັກ​ຂຽນ ເມື່ອ​ຮອດ​ອາ­ຍຸ​ກະ­ສຽນ​ເຂົ້າ​ບຳ­ນານ​ກໍ​ຮັບ​ບຳ­ນານ​ໄປ ແຕ່​ພະ­ນັກ­ງານ​ຜູ້​ຈະ​ມາ​ສືບ​ທອດ​ໜຸ່ມ​ນ້ອຍ​ນັ້ນ​ພັດ​ຍັງ​ມີ​ຈຳ­ກັດ ນອກ­ຈາກ​ພອນ​ສະ­ຫວັນ​ແລ້ວ ກໍ​ຍັງ​ມີ​ໂກ​ຕາ​ລັດ­ຖະ­ກອນ​ຍັງ​ມີ​ອັນ​ຫຍຸ້ງ­ຍາກ​ສົມ­ຄວນ ເຮັດ​ໃຫ້​ຂາດ​ຊ່ວງ​ການ​ສ້າງ​ພະ­ນັກ­ງານ​ສືບ​ທອດ​ປ່ຽນ​ແທນ 3 ຮຸ່ນ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຕ້ອງ​ໄດ້​ຄົ້ນ­ຄວ້າ​ປັບ­ປຸງ​ການ​ພັດ­ທະ­ນາ​ວາງ​ແຜນ​ສື່​ໄດ້​ອີງ­ໃສ່​ຍຸດ​ທະ​ສາດ​ຮອດ​ປີ 2025 ທີ່​ກະ­ຊວງ ຖວ​ທ ໄດ້​ກຳ­ນົດ​ອອກ​ນັ້ນ ຕໍ່​ກັບ​ວຽກ​ງານ​ຖະ­ແຫຼງ​ຂ່າວ ຢູ່​ໃນ 58 ແຜນ​ງານ 230 ໂຄງ­ການ ໜຶ່ງ​ໃນ​ນັ້ນ ຕ້ອງ​ໄດ້​ຫັນ​ເຂົ້າ​ສູ່​ການ​ປັບ­ປຸງ​ແບບ​ແຜນ­ການ­ເຄື່ອນ­ໄຫວ​ເຮັດ​ວຽກ​ຂອງ​ວຽກ​ງານ​ສື່ ຕ້ອງ​ໄດ້​ຮ່ວມ​ມື​ກັບ​ພາກ​ທຸ­ລະ​ກິດ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດ­ທະ­ນາ ເພື່ອ​ເປີດ​ກວ້າງ​ວຽກ​ງານ​ສື່​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່ ເຂັ້ມ­ແຂງ​ທາງ​ດ້ານ​ທຶນ­ຮອນ ເຕັກ­ນິກ​ວິ­ຊາ​ການ ສາ­ມາດ​ຖອດ​ຖອນ​ບົດ­ຮຽນ​ຈາກ​ຕ່າງ­ປະ­ເທດ​ໄດ້.

ທ້າຍ​ນີ້ ໂອ­ກາດ​ວັນ​ສຳ­ຄັນ​ດັ່ງ­ກ່າວ ຂ້າ­ພະ­ເຈົ້າ​ໃນ​ນາມ​ຕາງ­ໜ້າ​ຄະ­ນະ​ພັກ ຄະ­ນະ​ພະ​ແນກ ຖວ​ທ ນວ ຂໍ​ອວຍ​ໄຊ​ໃຫ້​ພອນ​ມາ​ຍັງ​ບັນ­ດາ​ການ​ນຳ​ຜູ້​ທີ່​ຊີ້​ນຳ​ສື່ ແລະ ຜູ້​ເຮັດ​ວຽກ​ງານ​ສື່ ຕະ­ຫຼອດ​ເຖິງ​ນັກ​ຂ່າວ ຈົ່ງ​ມີ​ແຕ່​ຄວາມ­ສຸກ​ມີ​ຄວາມ​ສຳ­ເລັດ​ໃນ​ໜ້າ­ທີ່​ວຽກ​ງານ​ທຸກ​ປະ­ການ.

error: Content is protected !!