ເອັດທີທີ ຕັ້ງເປົ້າໝາຍຕິດ 1 ໃນ 4 ບານເຕະລາວລີກ 2

ພິ­ທີ​ເປີດ​ໂຕ​ສະ­ໂມ­ສອນ​ເອັດ​ທີ​ທີ ເອັຟ​ຊີ ຈັດ​ຂຶ້ນ​ວັນ​ທີ 25 ກໍ­ລະ­ກົດ 2020 ຢູ່​ເດີ່ນ​ກີ­ລາ​ເຕະ­ບານ​ຫຍ້າ​ທຽມ​ຊ້າງ 3 ບ້ານ​ຊ້າງ​ຄູ້ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ວິ​ສອນ ພັນ­ທະ​ວົງ ປະ­ທານ​ສະ­ໂມ­ສອນ​ເອັດ​ທີ​ທີ ເອັຟ​ຊີ ທ່ານ ສົມ​ປອງ ທອງ​ມະ­ນີ ຮອງ​ປະ­ທານ​ສະ­ໂມ­ສອນ ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊ ຫົວ­ໜ້າ​ຄູ​ເຝິກ​ສະ­ໂມ­ສອນ​ດັ່ງ­ກ່າວ ພ້ອມ​ດ້ວຍ​ບັນ­ດາ​ຜູ້­ຕາງ­ໜ້າ​ໃຫ້­ການ​ສະ­ໜັບ­ສະ­ໜູນ ຄະ­ນະ​ຄູ​ເຝິກນັກ­ກີ­ລາ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ວິ​ສອນ ພັນ­ທະ​ວົງ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ເປັນ​ຢ່າງ​ສູງ​ມາ​ຍັງ​ຄູ​ເຝິກ ແລະ ນັກ­ກີ­ລາ​ທີ່​ຕັດ­ສິນ​ໃຈ​ປະ­ກອບ­ສ່ວນ​ເຫື່ອ­ແຮງ​ທຸ້ມ­ເທ​ເພື່ອ​ສະ­ໂມ­ສອນ ເອັດ​ທີ​ທີ ເອັຟ​ຊີ ຕະ­ຫຼອດ​ໄລ­ຍະ​ທີ່​ຜ່ານ​ມາ ເຖິງ​ວ່າ​ທີມ​ພວກ​ເຮົາ​ຈະ​ບໍ່​ມີ​ງົບ­ປະ­ມານ ​ເພື່ອ​ຕອບ​ສະ­ໜອງ​ເປັນ​ຄ່າ​ແຮງ​ງານ​ລາຍ​ເດືອນ​ກໍ​ຕາມ ແຕ່​ກໍ​ເຊື່ອ​ໝັ້ນ​ວ່າ​ທຸກ​ຄົນ​ຈະ​ສືບ­ຕໍ່​ສ້າງ​ຄວາມ​ຫວັງ​ທີ່​ສະ­ໂມ­ສອນ​ຕັ້ງ​ເປົ້າ​ໝາຍ​ໄວ້​ຕິດ 1 ໃນ 4 ເພື່ອ​ສ້າງ​ໂອ­ກາດ​ໃຫ້​ທີມ​ຂອງ​ພວກ​ເຮົາ ​ສາ­ມາດ​ເລື່ອນ​ຊັ້ນ​ຂຶ້ນ​ໄປ​ຫຼິ້ນ​ໃນ​ລີກ​ສູງ​ສຸດ​ຂອງ​ປະ­ເທດ ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ການ​ແຂ່ງ­ຂັນ​ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ໄດ້​ເປີດ​ການ​ແຂ່ງ­ຂັນ​ວັນ​ທີ 25 ກໍ­ລະ­ກົດ 2020 ປະ­ກອບ​ມີ 14 ສະ­ໂມ­ສອນ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ແບ່ງ​ອອກ​ເປັນ 2 ກຸ່ມ ແຕ່​ລະ​ກຸ່ມ​ແຂ່ງ­ຂັນ​ພົບ​ກັນ​ໝົດ ຄັດ​ເອົາ​ທີ 1 ແລະ ທີ 2 ຜ່ານ​ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ ຫຼັງ​ຈາກ​ນັ້ນ ມາ​ຂວາຍ​ກັນ​ເພື່ອ​ປະ​ກົບ​ຄູ່​ແຂ່ງ­ຂັນ​ໃນ​ລະ­ບົບໄປ-ກັບ ເພື່ອ​ຫາ​ຄູ່​ຊີງ​ຊະ­ນະ​ເລີດ ສຳ­ລັບ​ກຸ່ມ A ປະ­ກອບ​ມີ ວຽງ​ຈັນ​ຢູ​ໄນ​ເຕັດ ເຄ​ພີ​ເອັສ ເອັຟ​ຊີ ກອງ­ທັບ ເອັຟ​ຊີ ກາ​ຣູ​ດາ 369 ເອັຟ​ຊີ ເຮັດ​ບີ​ທີ 941 ເອັຟ​ຊີ ແຄນ​ລາວ ຢູ​ໄນ​ເຕັດ ແລະ ນະ­ຄອນ­ຫຼວງ ເອັຟ​ຊີ ສ່ວນ​ກຸ່ມ B ເມືອງ​ຫາດ ຢູ​ໄນ​ເຕັດ ວິ­ທະ­ຍາ­ໄລ ລາວ-ທ໋ອບ ເອັຟ​ຊີ ວິ­ທະ­ຍາ­ໄລ ເຄວ​ສ ຢູ​ໄນ​ເຕັດ ບີ​ແກນ ຢູ​ໄນ​ເຕັດ ເອັດ​ທີ​ທີ ເອັຟ​ຊີ ທຣີ​ນີ​ຕີ ເອັຟ​ຊີ ແລະ ເອັດ​ຊີ​ອີ ຢູ​ໄນ​ເຕັດ.

error: Content is protected !!