ເຊີນເຂົ້າຮ່ວມການແຂ່ງຂັນລົດຖີບ ຊີງຂັນປະທານ ສນຊ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ຮ່ວມ​ກັບ​ສະ­ຫະ­ພັນ​ລົດ­ຖີບ​ແຫ່ງ​ຊາດ​ລາວ ແລະ ກຳ­ມະ­ການ​ແນວ​ລາວ​ສ້າງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈະ​ຈັດ​ແຂ່ງ­ຂັນ​ກີ­ລາ​ລົດ­ຖີບ ຊີງ​ຂັນ​ປະ­ທານ ສນຊ ແລະ ຂະ​ບວນ​ການ​ຂີ່​ລົດ­ຖີບ​ສາ­ມັກ­ຄີ ເພື່ອ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ວັນ​ສ້າງ­ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 70 ປີ (13/8/1950-13/8/2020) ທັງ​ເປັນ​ການ​ຕ້ອນ­ຮັບ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ​ຂອງ​ຊາດ ແລະ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ປີ 2020.

ທ່ານ ຈັນ­ທະ​ວົງ ແສນ​ອາ­ມາດ​ມົນ­ຕີ ຮອງ​ປະ­ທານ ສນຊ ຖະ­ແຫຼງ​ຂ່າວ​ວັນ​ທີ 28 ກໍ­ລະ­ກົດ 2020 ວ່າ: ແຂ່ງ­ຂັນ​ກີ­ລາ​ລົດ­ຖີບ​ຄັ້ງ​ນີ້ ຈະ​ຈັດ​ຂຶ້ນ​ວັນ​ທີ 8 ສິງ­ຫາ 2020 ເລີ່ມ​ແຕ່​ເວ­ລາ 6:30 ໂມງ ເປັນ­ຕົ້ນ​ໄປ ໂດຍ​ແບ່ງ​ເປັນ 2 ປະ­ເພດ​ຄື: ຂະ​ບວນ​ຂີ່​ລົດ­ຖີບ​ສາ­ມັກ­ຄີ ແລະ ແຂ່ງ­ຂັນ​ລົດ­ຖີບ ຊີງ​ຂັນ​ປະ­ທານ ສນຊ ໃນ​ນີ້​ຂະ​ບວນ​ຂີ່​ລົດ­ຖີບ​ສາ­ມັກ­ຄີ​ຈະ​ເລີ່ມ​ແຕ່​ເດີ່ນ​ທາດ­ຫຼວງ-ອະ­ນຸ­ສາ­ວະ­ລີ​ເຈົ້າ­ຟ້າ​ງຸ່ມ ແລະ ກັບ​ຄືນ​ສູ່​ຈຸດ​ເລີ່ມ​ຕົ້ນ ສ່ວນ​ການ​ແຂ່ງ­ຂັນ​ລົດ­ຖີບ​ຊີງ​ຂັນ​ປະ­ທານ ສນຊ ຈະ​ແບ່ງ​ເປັນ 3 ຮຸ່ນ ຄື: ຮຸ່ນ​ທົ່ວ​ໄປ ຮຸ່ນ​ອາ­ຍຸ 30-39 ປີ ແລະ ຮຸ່ນ​ອາ­ຍຸ 40 ປີ​ຂຶ້ນ​ໄປ ໄລ­ຍະ​ທາງ 70 ກິ­ໂລ­ແມັດ ເລີ່ມ​ແຕ່​ເດີ່ນ​ທາດ­ຫຼວງ ແລະ ສິ້ນ​ສຸດ​ຢູ່​ເດີ່ນ​ທາດ­ຫຼວງ.

ເພື່ອ​ເຮັດ​ໃຫ້​ງານ​ຄັ້ງ​ນີ້​ເປັນ​ຂະ​ບວນ​ຟົດ­ຟື້ນ ແລະ ມີ​ສີ­ສັນ ຫຼັງ​ຈາກ​ການ​ແຂ່ງ­ຂັນ​ຈະ​ມີ​ສິ­ລະ​ປະ ແລະ ບົດ​ເພງ​ຈຳ­ນວນ​ໜຶ່ງ ຈຶ່ງ​ຂໍ​ເຊີນ­ຊວນ​ບັນ­ດາ​ທ່ານ​ການ​ນຳ​ພັກ-ລັດ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ພະ­ນັກ­ງານ-ລັດ­ຖະ­ກອນ ກຳ­ມະ­ກອນ ທະ­ຫານ ຕຳ­ຫຼວດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ປະ­ຈຳ​ລາວ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ ນວ ເຂົ້າ​ຮ່ວມ.

error: Content is protected !!