ຄັອບ ຄວ້າລາງວັນຜູ້ຈັດການທີມດີເດັ່ນ ປະຈຳປີ 2020

ເຈີ​ເກັນ ຄັອບ ຜູ້​ຈັດ­ການ​ທີມ ລິ​ເວີ​ພູ​ລ ຊາວ​ເຢຍ​ລະ​ມັນ ອາ­ຍຸ 53 ປີ ຄວ້າ​ລາ­ງວັນ​ຜູ້​ຈັດ­ການ​ທີມ​ດີ­ເດັ່ນ​ປະ­ຈຳ​ປີ 2020 ຂອງ​ສະ­ມາ­ຄົມ​ຜູ້​ຈັດ­ການ​ທີມ​ອາ­ຊີບ (LMA) ຈາກ​ຜົນ­ງານ​ຄຸມ​ທີມ​ຊະ­ນະ 32 ນັດ ສະ­ເໝີ 3 ນັດ ເສຍ 3 ນັດ ມີ 99 ຄະ­ແນນ ພາ​ລິ​ເວີ​ພູ​ລ ຄວ້າ​ແຊັມ​ພຣີ​ເມຍ​ລີກ ອັງ­ກິດ ລະ­ດູ​ການ 2019-2020 ເປັນ​ແຊັມ​ລີກ​ສູງ​ສຸດ​ຄັ້ງ​ທຳ​ອິດ ໃນ​ຮອບ 30 ປີ ລວມ 19 ສະ­ໄໝ ຄັອບ ໄດ້​ລາ­ງວັນ​ນີ້​ເປັນ​ຄັ້ງ​ທຳ​ອິດ.

ເຈີ​ເກັນ ຄັອບ ພາ​ທີມ​ຄວ້າ​ແຊັມ​ໄວ​ສຸດ​ໃນ​ປະ­ຫວັດ­ສາດ ພຣີ​ເມຍ​ລີກ ອັງ­ກິດ ຕັ້ງ­ແຕ່​ນັດ​ທີ 31 ຂອງ​ລະ­ດູ​ການ ຈາກ​ການ​ແຂ່ງ­ຂັນ 38 ນັດ ແລະ ສາ­ມາດ​ພາ​ທີມ​ເກັບ​ຄະ­ແນນ​ໄດ້ 99 ຄະ­ແນນ ເປັນ​ຄະ­ແນນ​ສູງ​ສຸດ​ເປັນ​ປະ­ຫວັດ­ສາດ​ຂອງ​ທີມ ຄວ້າ​ລາ­ງວັນ​ຄູ​ເຝິກ​ດີ­ເດັ່ນ​ປະ­ຈຳ​ເດືອນ​ກັນ­ຍາ ພະ­ຈິກ ທັນ­ວາ ແລະ ມັງ­ກອນ.

ເຈີ​ເກັນ ຄັອບ ເຂົ້າ​ມາ​ຄຸມ​ທີມ ລິ​ເວີ​ພູ​ລ ວັນ​ທີ 8 ຕຸ­ລາ 2015 ເຖິງ​ປັດ­ຈຸ­ບັນ ຄຸມ​ທີມ 265 ນັດ ຊະ­ນະ 160 ນັດ ສະ­ເໝີ 60 ນັດ ເສຍ 45 ນັດ ສະ­ເລ່ຍ​ສາ­ມາດ​ເກັບ​ໄຊ­ຊະ­ນະ 60,38% ຕໍ່​ນັດ ກ່ອນ​ໜ້າ​ນີ້​ພາ​ທີມ​ຄວ້າ​ແຊັມ 3 ລາຍ­ການ ລະ­ດູ​ການ 2018-2019 ຄື: ຢູ​ຟ້າ ແຊັມ​ປຽນ​ລີກ ຢູ​ຟ້າ ຊຸບ​ເປີ​ຄັບ ແລະ ສະ­ໂມ­ສອນ​ຊີງ​ແຊັມ​ໂລກ.

error: Content is protected !!