ບໍລິສັດ AP Medical ຈຳກັດຜູ້ດຽວ ເປັນບໍລິສັດທີ່ຜະລິດຜ້າອັດປາກ-ອັດດັງແຫ່ງທຳອິດໃນປະເທດລາວ ທີ່ໄດ້ມາດຕະຖານສາກົນ ຕັ້ງຢູ່ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງວັດສະດຸສະໜອງໃຫ້ການຜະລິດ ໄດ້ຜ່ານການກວດກາມາດຕະຖານຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ປັດຈຸບັນ ບໍລິສັດໄດ້ດຳເນີນການຜະລິດເພື່ອຈຳໜ່າຍພາຍໃນປະເທດ.

ວັນທີ 29 ກໍລະກົດ 2020 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າກ່ຽວຂ້ອງ ໄດ້ລົງຢ້ຽມຢາມ ເພື່ອຊຸກຍູ້ການຜະລິດຜ້າອັດປາກ-ອັດດັງຂອງບໍລິສັດ AP Medical ຈຳກັດຜູ້ດຽວ ຖືກຕ້ອນຮັບໂດຍທ່ານ ສຸລິວິພົງ ພົມມະຈັກ ຜູ້ອຳນວຍການບໍລິສັດ AP Medical ຈຳກັດຜູ້ດຽວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກງານ.

ທ່ານ ສຸລິວິພົງ ພົມມະຈັກ ໄດ້ກ່າວວ່າ: ບໍລິສັດ AP Medical ສ້າງຕັ້ງຂຶ້ນເດືອນກຸມພາ 2020 ດ້ວຍທຶນຈົດທະບຽນ 9 ຕື້ກີບ ເພື່ອຜະລິດຜ້າອັດປາກ-ອັດດັງທີ່ໄດ້ມາດຕະຖານສາກົນ ຮັບໃຊ້ສັງຄົມໃນລາຄາທີ່ເໝາະສົມ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເຊິ່ງເຄື່ອງຈັກຜະລິດເຮັດໜ້າທີ່ແບບອັດຕະໂນມັດ ນຳເຂົ້າຈາກ ສປ ຈີນ ມີກຳລັງການຜະລິດ 100.000-150.000 ອັນຕໍ່ວັນ ໃນນີ້ໄດ້ຜະລິດຮູບແບບ 3 ຊັ້ນ ໃຊ້ທົ່ວໄປ ແລະ ແບບ 4 ຊັ້ນໃຊ້ສຳລັບແພດໝໍ ແລະ ປ້ອງກັນຝຸ່ນ PM 2,5 ສ່ວນວັດຖຸດິບນຳເຂົ້າຈາກ ສປ ຈີນ ແລະ ໄດ້ດຳເນີນການຜະລິດມາແຕ່ຕົ້ນເດືອນກໍລະກົດເປັນຕົ້ນມາ ປັດຈຸບັນ ໄດ້ຈັດສົ່ງຈຳໜ່າຍແລ້ວຈຳນວນໜຶ່ງຕາມຮ້ານຂາຍຢາ ຮ້ານຄ້າຊຸບເປີມາເກັດ ແລະ ຮ້ານຂາຍເຄື່ອງຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ຍັງຈັດສົ່ງຈຳໜ່າຍຢູ່ຕ່າງແຂວງໃນທົ່ວປະເທດ ໃນລາຄາ 65.000 ກີບຕໍ່ກັບ ແລະ ກັບໜຶ່ງມີ 50 ອັນ ຂະໜາດຖົງຈຳໜ່າຍ 25.000 ກີບຕໍ່ຖົງ ແລະ ໜຶ່ງຖົງມີ 10 ອັນ ນອກນີ້ຍັງໄດ້ນຳເຂົ້າເຈວລ້າງມືມີຂະໜາດ 500 ມິລີລິດ ລາຄາ 48.000 ກີບ 60 ມິລີລິດ ລາຄາ 12.000 ກີບ ແລະ ສະເປເຫຼົ້າ 90 ຂະໜາດ 100 ມິລີລິດ ລາຄາ 18.000 ກີບ ໂດຍລວມແລ້ວ ຜະລິດຕະພັນຂອງບໍລິສັດໄດ້ຮັບການຢັ້ງຢືນ ອຢ ຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໂດຍບໍລິສັດໄດ້ເນັ້ນໃສ່ການຜະລິດທີ່ມີຄຸນນະພາບ ໄດ້ມາດຕະຖານສາກົນ ແລະ ໃນອະນາຄົດ ບໍລິສັດມີແຜນຈະຜະລິດຜ້າອັດ-ປາກອັດດັງ ສົ່ງຈຳໜ່າຍອອກຕ່າງປະເທດໃນອາຊີ ເປັນຕົ້ນ ປະເທດມາເລເຊຍ ສິງກະໂປ ແລະ ປະເທດອື່ນໆ ພ້ອມນັ້ນ ຍັງຈະສືບຕໍ່ຂະຫຍາຍການຜະລິດອຸປະກອນຮັບໃຊ້ການແພດຫຼາຍຊະນິດເຊັ່ນ: ຖົງມື ຖົງຕີນ ໝວກ ຊຸດປ້ອງກັນແພດໝໍ ແລະ ອື່ນໆເພື່ອຮັບໃຊ້ສັງຄົມຕື່ມອີກ.

ໂອກາດນີ້ ທ່ານລັດຖະມົນຕີ ໄດ້ມີຄຳເຫັນວ່າ: ພາຍຫຼັງທີ່ບໍລິສັດ AP Medical ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ໃຫ້ດຳເນີນການຜະລິດຜ້າອັດປາກ-ອັດດັງ ກົມອາຫານ ແລະ ຢາ ໄດ້ນຳເອົາຕົວຢ່າງການຜະລິດໄປກວດກາທາງດ້ານມາດຕະຖານ ເຫັນວ່າລະບົບການຫຸ້ມຫໍ່ ການອະເຊື້ອ ແລະ ຂັ້ນຕອນການຜະລິດແມ່ນຖືກຕ້ອງຕາມມາດຕະຖານ ອຢ ກະຊວງສາທາລະນະສຸກວາງອອກ ໂດຍສະເພາະຜ້າອັດປາກ-ອັດດັງຂະໜາດ 3 ຊັ້ນ ໃນນີ້ ຊັ້ນທາງໃນໄດ້ອັດແໜ້ນ 90% ສາມາດໃຊ້ໃນວຽກງານການແພດ ເພື່ອເປັນການຫຼຸດຜ່ອນການນຳເຂົ້າຜະລິດຕະພັນຈາກຕ່າງປະເທດ ໃຫ້ປະຊາຊົນລາວໄດ້ນຳໃຊ້ໃນລາຄາທີ່ເໝາະສົມ ແລະ ບໍ່ໃຫ້ຂາດຕະຫຼາດ ແຕ່ບໍລິສັດຕ້ອງເອົາໃຈໃສ່ຮັກສາຄຸນນະພາບການຜະລິດ ພ້ອມທັງມີການວາງແຜນຊື້ວັດຖຸດິບສະໜອງເຂົ້າການຜະລິດແຮໄວ້ຢ່າງພຽງພໍ ຖ້າບໍລິສັດມີເງື່ອນໄຂ ແລະ ມີຄວາມພ້ອມໃນຕໍ່ໜ້າ ໃຫ້ສືບຕໍ່ຂະຫຍາຍການຜະລິດໃຫ້ໄດ້ຈຳນວນຫຼາຍ.