ຮັບຮອງໄຊເຊດຖາ ເປັນເມືອງສະຫະພັນແມ່ຍິງ 3 ດີ

ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ແລະ ຮັບ­ຮອງ​ເມືອງ​ໄຊ​ເຊດ​ຖາ​ເປັນ​ເມືອງ​ສະ­ຫະ­ພັນ​ແມ່­ຍິງ 3 ດີ ປະ­ຈຳ​ປີ 2015-2020 ຈັດ​ຂຶ້ນ​ວັນ​ທີ 27 ກໍ­ລະ­ກົດ 2020 ທີ່​ສຳ­ນັກ­ງານ​ປົກ­ຄອງ​ເມືອງ​ໄຊ​ເຊດ​ຖາ  ມີ​ທ່ານ ໂພ​ຄຳ ໄຊ​ຍະ​ສອນ ເຈົ້າ­ເມືອງ​ໄຊ​ເຊດ​ຖາ ທ່ານ ນາງ ບົວ​ລອນ ວົງ​ດາ­ລາ​ແສນ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ ປ້າ​ອາ­ວຸ­ໂສ ແລະ ສະ­ຫະ­ພັນ​ແມ່­ຍິງ​ບ້ານ​ເຂົ້າ​ຮ່ວມ.

ທ່ານ ນາງ ມະ­ນີ​ສົດ ຈິດ​ຕະ​ວົງ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ໄຊ​ເຊດ​ຖາ ໄດ້​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ ຂອງ​ເມືອງ​ຕົນ 5 ປີ­ຜ່ານ­ມາ (2015-2020) ວ່າ: ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ໄຊ​ເຊດ​ຖາ​ໄດ້​ນຳ­ພາ​ສະ­ມາ­ຊິກ​ແມ່­ຍິງ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ​ຂອງ​ສະ­ຫະ­ພັນ​ແມ່­ຍິງ​ລາວ​ຄື: ພົນ­ລະ­ເມືອງ​ດີ ພັດ­ທະ­ນາ​ດີ ແລະ ສ້າງ​ຄອບ­ຄົວ​ດີ ຕິດ​ພັນ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 3 ສ້າງ ຂະ​ບວນ​ການ​ຮັກ​ຊາດ ຮັກ​ພັດ­ທະ­ນາ ສ້າງ​ໜ່ວຍ​ພັກ​ປອດ​ໃສ​ເຂັ້ມ­ແຂງ ສ້າງ​ຄອບ­ຄົວ ແລະ ພັດ­ທະ­ນາ​ບ້ານ​ແບບ­ຢ່າງ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ບ້ານ​ວັດ­ທະ­ນະ­ທຳ ບ້ານ​ປອດ​ຄະ­ດີ ຕ້ານ ແລະ ສະ­ກັດ​ກັ້ນ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ  ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ສະ­ຫະ­ພັນ​ແມ່­ຍິງ​ໄດ້​ນຳ­ພາ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ຢູ່​ແຕ່​ລະ​ຮາກ​ຖານ​ບ້ານ ໂຮງ­ຮຽນ ຫ້ອງ­ການ​ອ້ອມ​ຂ້າງ​ເມືອງ ເກັບ​ກຳ​ຂໍ້​ມູນ ແລະ ວາງ​ແຜນ​ເພື່ອ​ເປີດ​ຂະ​ບວນ​ການ​ແຂ່ງ­ຂັນ 3 ດີ ໃຫ້​ບັນ­ດາ​ກຸ່ມ​ເປົ້າ​ໝາຍ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ເຮັດ​ໃຫ້​ສະ­ມາ­ຊິກ​ແມ່­ຍິງ ແລະ ໜ່ວຍ​ແມ່­ຍິງ​ແຕ່​ລະ​ຮາກ​ຖານ​ໄດ້​ຮັບ​ນາມ­ມະ­ຍົດ​ເປັນ​ແມ່­ຍິງ 3 ດີ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ກ້າວ​ໄປ​ສູ່​ເມືອງ 3 ດີ.

ສຳ­ລັບ​ທິດ​ທາງ​ແຜນ­ການ​ຕໍ່­ໜ້າ ເພີ່ມ​ທະ­ວີ​ສຶກ​ສາ​ອົບ­ຮົມ​ການ­ເມືອງ ນຳ­ພາ​ແນວ​ຄິດ ໂດຍ​ຖື​ເອົາ​ການ­ຈັດ­ຕັ້ງ​ເຜີຍ­ແຜ່​ເນື້ອ​ໃນ​ຂໍ້​ແຂ່ງ­ຂັນ 3 ດີ ຕິດ​ພັນ​ກັບ​ລະ­ບຽບ​ກົດ­ໝາຍ ເອ­ກະ­ສານ​ສຳ­ຄັນ​ຕ່າງໆ​ທີ່​ກ່ຽວ​ກັບ​ວຽກ​ງານ​ປິ່ນ​ອ້ອມ​ໃຫ້​ຖັນ​ແຖວ​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ແມ່­ຍິງ​ລາວ​ບັນ­ດາ­ເຜົ່າ ຕະ­ຫຼອດ​ຮອດ​ເພດ​ຊາຍ​ທີ່​ມີ​ອາ­ຍຸ 15 ປີ​ຂຶ້ນ​ໄປ ພາຍ​ໃນ​ເມືອງ​ໄຊ​ເຊດ​ຖາ​ໃຫ້​ເປັນ​ປົກ­ກະ­ຕິ​ແຕ່​ລະ​ໄລ­ຍະ ປັບ­ປຸງ​ການ­ຈັດ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ຂັ້ນ​ຮາກ​ຖານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ­ແຂງ ຂະ­ຫຍາຍ​ອົງ​ການ­ຈັດ­ຕັ້ງ​ແມ່­ຍິງ​ໄປ​ສູ່​ໂຮງ­ຮຽນ ໂຮງ​ຈັກ​ໂຮງ­ງານ​ທີ່​ມີ​ເພດ​ຍິງ​ອາ­ຍຸ 15 ປີ​ຂຶ້ນ​ໄປ ໃຫ້​ເປັນ​ມະ­ຫາ­ຊົນ​ກ້າວ­ໜ້າ​ໃນ​ຂົງ­ເຂດ​ວຽກ​ງານ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ພ້ອມ​ກັນ​ສືບ­ຕໍ່​ປຸກ­ລະ­ດົມ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ແຕ່​ລະ​ຂັ້ນ ເອົາ­ໃຈ­ໃສ່​ນຳ­ພາ​ຕິດ­ຕາມ ກວດ­ກາ ຕີ​ລາ­ຄາ​ຄັດ​ເລືອກ​ຜົນ­ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແຕ່​ລະ​ໄລ­ຍະ​ໃຫ້​ເປັນ​ປົກ­ກະ­ຕິ.

error: Content is protected !!