ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດໃນວັນທີ 29 ກໍລະກົດ 2020 ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍຄົບຮອບ 70 ປີ (13/8/1950-13/8/2020) ວ່າ: ບົນເສັ້ນທາງການປະຕິບັດໜ້າທີ່ວຽກງານສື່ມວນຊົນຕະຫຼອດໄລຍະ 70 ປີຜ່ານມາ ເປັນເສັ້ນທາງທີ່ຍາວໄກ ແລະ ລະອິດອ້ຽວ ຫຼາຍບາດກ້າວທີ່ແຕກຕ່າງກັນ ໂດຍສະເພາະ ໄລຍະທີ່ປະເທດຊາດຍັງບໍ່ທັນປົດປ່ອຍ ເຊິ່ງໄລຍະນັ້ນ ສື່ມວນຊົນກໍໄດ້ກິ້ງເກືອກລີເລືອ ໃນການເປັກກະບອກສຽງອັນສຳຄັນໃຫ້ແກ່ການ

ປະຕິວັດ ເພື່ອຕີຖອຍຈັກກະພັດແບບເກົ່າ ແລະ ແບບໃໝ່ ໄປຄຽງຄູ່ກັບນັກຮົບປະຕິວັດຕາມບັ້ນຮົບຕ່າງໆ ໃນຂອບເຂດທົ່ວປະເທດ ເຊິ່ງຜົນງານຂອງສື່ມວນຊົນ ເປັນຜົນງານອັນໃຫຍ່ຫຼວງ ເປັນປາຍປາກກາທີ່ແຫຼມຄົມ ເປັນອາວຸດທີ່ໜັກແໜ້ນ ທີ່ຕໍ່ສູ້ກັບພວກທີ່ບໍ່ຫວັງດີ ແລະ ຕໍ່ຕ້ານລະບອບໃໝ່ຂອງພັກ ຕະຫຼອດໄລຍະຜ່ານມາ ສື່ມວນຊົນລາວຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນພະນັກງານອາວຸໂສບຳນານຕ່າງໆ ໄດ້ສ້າງຜົນງານທີ່ປະເສີດ ແລະ ໃຫຍ່ຫຼວງ ເປັນແວ່ນແຍງອັນໃສ່ແຈ້ງໃຫ້ພວກລູກຫຼານ ພະນັກງານຜູ້ສືບທອດໃນຂົງເຂດຕ່າງໆ ຕ້ອງເອົາແບບຢ່າງຂອງເພີ່ນເຫຼົ່ານັ້ນ ມາເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ໃຫ້ສົມກັບວ່ານັກຂ່າວ ສື່ມວນຊົນ ເປັນກະບອກສຽງຂອງພັກ-ລັດ ເປັນເວທີຂອງປະຊາຊົນຢ່າງແທ້ຈິງ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊົນ.

ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນໃນຍຸກປັດຈຸບັນ ໄດ້ມີການພັດທະນາຫຼາຍດ້ານ ເປັນຕົ້ນແມ່ນເຕັກໂນໂລຊີ ດັ່ງນັ້ນ ໃນນາມສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍອີງຕາມພາລະບົດບາດຂອງສະຖາບັນ ຈະສືບຕໍ່ເອົາໃຈໃສ່ໃນການສ້າງ ແລະ ພັດທະນາບຸກຄະລາກອນດ້ານສື່ມວນຊົນ ໃຫ້ມີຄວາມຮູ້ຄວາມສາມາດດ້ວຍຫຼາຍຮູບແບບເຊັ່ນ ການເຝິກອົບຮົມໄລຍະສັ້ນ ໄລຍະຍາວໃນຫົວຂໍ້ຕ່າງໆກ່ຽວກັບວຽກງານສື່ມວນຊົນ ເພື່ອໃຫ້ສາມາດຈຳແນກຂໍ້ມູນທີ່ສາມາດເຊື່ອຖືໄດ້ ແລະ ບໍ່ເຊື່ອຖືໄດ້ ສິ່ງຄວນໃຊ້ ແລະ ບໍ່ຄວນໃຊ້ໃນການຂຽນບົດຂ່າວຕ່າງໆ ຍົກສູງຄວາມຮູ້ທາງດ້ານເຕັກໂນໂລຊີ ໃຫ້ທັນກັບການພັດທະນາໃນແຕ່ລະໄລຍະ ພ້ອມດຽວກັນນັ້ນ ກໍຕ້ອງຮຽນຮູ້ຄຸນສົມບັດ ຈັນຍາບັນ ຈັນຍາທຳຂອງຕົນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຕ້ອງເຂົ້າໃຈບັນດາກົດໝາຍຕ່າງໆ ຕ້ອງຮຽນຮູ້ ແລະ ກຳໄດ້ແນວທາງນະໂຍບາຍຂອງພັກ-ລັດ ລະບຽບກົດໝາຍຂອງລັດ ຂອງແຕ່ລະຂະແໜງການໃນແຕ່ລະໄລຍະ ຈຳແນກໄດ້ຂ່າວແທ້ ຂ່າວປອມ ຮູ້ຈັກພາລະບົດບາດຂອງຕົນເອງໃນການນຳສະເໜີຂໍ້ມູນຂ່າວສານ ໃຫ້ກັບສັງຄົມໃນທາງທີ່ຖືກຕ້ອງ.

ໂອກາດດັ່ງກ່າວ ຮຽກຮ້ອງມາຍັງສັງຄົມ ກໍຄືຜູ້ບໍລິໂພກສື່ທຸກປະເພດ ໃນການບໍລິໂພກສື່ຕ້ອງມີການກັ່ນຕອງຂໍ້ມູນຢ່າງລະອຽດ ຈຳແນກຂ່າວແທ້ ຫຼື ຂ່າວປອມ ໂດຍສະເພາະຜູ້ບໍລິໂພກສື່ຜ່ານສັງຄົມອອນລາຍ ຕ້ອງມີການກັ່ນຕອງຢ່າງຄັກແນ່ ເພາະວ່າບັນດາຂໍ້ມູນຂ່າວສານທີ່ຢູ່ໃນສື່ອອນລາຍ ອາດຈະບໍ່ມີຄວາມຈິງທຸກເລື່ອງ ຕ້ອງມີການລະມັດລະວັງໃນການຊົມໃຊ້ ຍິ່ງປະເທດຊາດໄດ້ຮັບການພັດທະນາຫຼາຍເທົ່າໃດ ຄວາມທັນສະໄໝຍິ່ງສູງຂຶ້ນເທົ່ານັ້ນ ໂດຍສະເພາະແມ່ນວຽກງານເຕັກໂນໂລຊີ ເຊິ່ງທຸກຂະແໜງການລ້ວນແລ້ວແຕ່ເຂົ້າເຖິງ ແລະ ນຳໃຊ້ເຕັກໂນໂລຊີເປັນຕົ້ນແມ່ນນັກຮຽນຮູ້ ປັນຍາຊົນ ຊາວໜຸ່ມ ໄວໜຸ່ມຕ່າງໆ ແຕ່ການຊົມໃຊ້ນັ້ນຕ້ອງຊົມໃຊ້ໄປໃນທາງທີ່ຖືກຕ້ອງ ເໝາະສົມກັບຄວາມຕ້ອງການຂອງຕົນເຊັ່ນ ນຳໃຊ້ເຂົ້າໃນການສຶກສາຮ່ຳຮຽນ ພັດທະນາຕົນເອງໄປໃນທາງທີ່ຖືກຕ້ອງ.
