ວັນທີ 29 ກໍລະກົດ 2020 ທີ່ພະແນກກະສິກຳແລະ ປ່າໄມ້ ນວ ຈັດພິທີປາຖະກກຖາຊົມເຊີຍວັນສ້່ງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ.ເດັກນ້ອຍ ໃຫ້ກຽດປາຖະກາຖາໂດຍທ່ານນາງ ພົວລອນ ວົງດາລາແສນ ປະທານສະຫະພັນແມ່ຍິງ ນວ ມີຄະນະພະແນກກະສິກຳ ນວ ແລະ ສະມາຊິກແມ່ຍິງ ພ້ອມດ້ວຍພະນັກງານອ້ອມຂ້າງເຂົ້າຮ່ວມ.

ຈຸດປະສົງເພື່ອຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງວັນດັ່ງກ່າວເປັນວັນທີ່ມີຄວາມໝາຍສຳຄັນຂອງແມ່ຍິງລາວໃນທົ່ວປະເທດ ເພື່ອແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງໃຫ້ຮູ້ວັນສຳຄັນດັ່ງກ່າວຢ່າງເລິກເຊີ່ງ.


ຂ່າວ: ອຸເປຂາ