ກອງປະຊຸມຖອດຖອນບົດຮຽນກ່ຽວກັບຜົນການກວດກາ ສືບສວນ-ສອບສວນ ສາເຫດຄູກັນນ້ຳ ໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ຈັດຂຶ້ນວັນທີ 27 ກໍລະກົດ 2020 ຢູ່ຫ້ອງວ່າການປົກຄອງແຂວງອັດຕະປື ເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າແຂວງ ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ລາຍງານຜົນການກວດກາຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງກັບການອະນຸມັດກໍ່ສ້າງ ແລະ ເຕືອນໄພລ່ວງໜ້າ ກ່ອນຄູກັນນ້ຳເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໂດຍໄດ້ຍົກໃຫ້ເຫັນຈຸດບົກຜ່ອງໃນການປະສານງານລະຫວ່າງພາກສ່ວນຕ່າງໆ ນັບທັງບໍລິສັດຜູ້ຮັບເໝົາ ອຳນາດການປົກຄອງທ້ອງຖິ່ນ ແລະ ສູນກາງ ເຊິ່ງຕ້ອງໄດ້ມີການປັບປຸງຄືນໃໝ່ ແລະ ຕິດຕັ້ງລະບົບແຈ້ງເຕືອນໄພທີ່ທັນສະໄໝອີກ ຈາກນັ້ນທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ ໄດ້ລາຍງານຜົນການສືບສວນ-ສອບສວນສາເຫດທີ່ພາໃຫ້ຄູກັນນ້ຳເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໄດ້ຍົກໃຫ້ເຫັນຂະບວນການ ຂັ້ນຕອນ ການທົດລອງຂອງການກວດກາ ສືບສວນ-ສອບສວນສາເຫດຂອງການແຕກພັງ ໂດຍໄດ້ເຊີນເອົາຊ່ຽວຊານຈາກອົງການຈັດຕັ້ງສາກົນ ບັນດາປະເທດອ້ອມຂ້າງ ແລະ ຜູ້ສັງເກດການຈາກປະເທດຕ່າງໆ ເພື່ອມາຊ່ວຍໃນການກວດກາ ສືບສວນ-ສອບສວນ ຈົນສາມາດຮູ້ສາເຫດທີ່ແທ້ຈິງ ແລະ ປະກາດໃຫ້ປະຊາຊົນລາວ ກໍຄືຊາວໂລກຮັບຮູ້ໃນກາງປີ 2019 ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ວຽກງານຄຸ້ມຄອງເຂື່ອນໄຟຟ້າ ແລະ ການແກ້ໄຂເຫດສຸກເສີນການເຕືອນໄພລ່ວງໜ້າມີປະສິດທິຜົນ ເພື່ອບໍ່ໃຫ້ມີເຫດການດັ່ງກ່າວເກີດຂຶ້ນອີກໃນອະນາຄົດ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ ຄະນະພັກ ອົງການປົກຄອງ ກະຊວງ ແລະ ທ້ອງຖິ່ນ ຕ້ອງຖືເອົາວຽກງານນີ້ເປັນກົກ ເພື່ອສຶກສາອົບຮົມພະນັກງານ ສະມາຊິກພັກ ແລະ ລັດຖະກອນເປັນປະຈຳ ກະຊວງທີ່ກ່ຽວຂ້ອງຕ້ອງເພີ່ມທະວີການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກໃຫ້ເຂັ້ມແຂງກວ່າເກົ່າ ເປັນຕົ້ນ ການປັບປຸງ ແລະ ສ້າງນິຕິກຳຕ່າງໆໃຫ້ຄົບຊຸດ ຮັດກຸມຕື່ມ ໂດຍສະເພາະນິຕິກຳດ້ານການຄຸ້ມຄອງພະລັງງານ ແລະ ສິ່ງແວດລ້ອມ ພ້ອມທັງນຳພາຊີ້ນຳປະຕິບັດໃຫ້ຖືກຕ້ອງ ເຂັ້ມງວດ ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງເພີ່ມທະວີການຕິດຕາມ ກວດກາຄືນບັນດາໂຄງການໄຟຟ້າທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວໃນທົ່ວປະເທດ ວ່າ ການກໍ່ສ້າງໄດ້ມາດຕະຖານ ຕາມການອອກແບບທີ່ກົມວິຊາການຮັບຮອງ ແລະ ຕາມສັນຍາສຳປະທານ ຫຼືບໍ່ ເພື່ອຮັບປະກັນຄວາມປອດໄພຂອງໂຄງການ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ຖ້າພົບເຫັນບັນຫາທີ່ບໍ່ຖືກຕ້ອງສອດຄ່ອງ ຕ້ອງສົມທົບກັບບໍລິສັດທີ່ກ່ຽວຂ້ອງ ແກ້ໄຂໃຫ້ທັນເວລາ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງເພີ່ມທະວີການຕິດຕາມກວດກາຄືນ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ທີ່ກະຊວງຮັບຮອງແລ້ວ ລວມທັງບັນດາໂຄງການທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວໃນທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ມີການລົງກວດກາເກັບກຳຂໍ້ມູນຢູ່ພາກສະໜາມຕົວຈິງ ເພື່ອຮັບປະກັນຄວາມຖືກຕ້ອງຕາມຕົວຈິງ ຕ້ອງມີແຜນຕອບໂຕ້ກໍລະນີສຸກເສີນໃນທຸກໂຄງການ ແລະ ຮັບປະກັນໃຫ້ມີລະບົບເຕືອນໄພທີ່ທັນສະໄໝ ມີປະສິດຕິຜົນ ເພື່ອຮັບປະກັນໃຫ້ປະຊາຊົນຢູ່ເຂດລຸ່ມໂຄງການມີຄວາມປອດໄພ.
ເມື່ອມີເຫດການສຸກເສີນ ກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການອະນຸມັດ ຮັບຮອງການກໍ່ສ້າງໂຄງການພັດທະນາໄຟຟ້າໃນຕໍ່ໜ້າ ຕ້ອງໃຫ້ເປັນໄປຕາມຂັ້ນຕອນຂອງລະບຽບກົດໝາຍຢ່າງເຂັ້ມງວດ ແລະ ເຕັກນິກ ໂດຍໃຊ້ເວລາທີ່ເໝາະສົມ ຫຼີກລ່ຽງການເຮັດແບບຟ້າວຟັ່ງ ຫຼືເອື່ອຍອີງໃສ່ແຕ່ການສະໜອງຂໍ້ມູນຈາກເຈົ້າຂອງໂຄງການ ແລະ ບໍລິສັດແຕ່ຝ່າຍດຽວ ເພີ່ມທະວີວຽກງານຄຸ້ມຄອງບັນດາໂຄງການໄຟຟ້າ ປຸກລະດົມທົ່ວສັງຄົມເຂົ້າຮ່ວມໃນການຄຸ້ມຄອງ ແລະ ປົກປັກຮັກສາດ້ວຍຄວາມເປັນເຈົ້າການ ບ່ອນໃດທີ່ມີການອະນຸຍາດໃຫ້ພັດທະນາ ກໍຕ້ອງມີການຄຸ້ມຄອງ ຕິດຕາມ-ກວດກາເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ ຕ້ອງມີລະບຽບການ ແລະ ມາດຕະການລະອຽດຈະແຈ້ງ ເພື່ອຄຸ້ມຄອງໃຫ້ແທດເຖິງ ແລະ ເຂັ້ມງວດ ຄະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ປະສານສົມທົບກັບແຂວງອັດຕະປື ກໍຄືເມືອງສະໜາມໄຊ ກວດກາຄືນການຈັດສັນທີ່ຢູ່ອາໄສ ແລະ ບ່ອນທຳການຜະລິດຂອງຜູ້ທີ່ຖຶກຜົນກະທົບໃຫ້ໄວຂຶ້ນຕື່ມ ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນ ແລະ ໄດ້ດຳລົງຊີວິດ ທຳມາຫາກິນເປັນປົກກະຕິໂດຍໄວ ຄະນະພັກ ອົງການປົກຄອງແຂວງອັດຕະປື ແລະ ເມືອງສະໜາມໄຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ຖືກຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໃນນີ້ ໃຫ້ເອົາໃຈໃສ່ຕິດຕາມ ກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆໃນການຄຸ້ມຄອງທຶນຮອນ ຊັບສິນ ງົບປະມານຊົດເຊີຍ ຊ່ວຍເຫຼືອຜູ້ຖືກຜົນກະທົບ ບໍ່ໃຫ້ເກີດມີຊ່ອງຫວ່າງສວຍໂອກາດ.
ນອກນີ້ທ່ານ ບຸນທອງ ຈິດມະນີ ຍັງໄດ້ມອບລົດຈັກ 4 ຄັນ ຄອມພິວເຕີ ແລະ ເຄື່ອງພິມ 2 ຊຸດ ມູນຄ່າ 72 ລ້ານກີບ ໃຫ້ຄະນະກວດກາພັກ ແລະ ອົງການກວດກາແຂວງອັດຕະປື ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານຕື່ມອີກ.