ສຫລ ເອົາໃຈໃສ່ສົ່ງເສີມສີໄມ້ລາຍມືຊາວຊ່າງຫັດຖະກຳ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ (ສຫລ) ຈັດ​ຂຶ້ນ​ວັນ​ທີ 29 ກໍ­ລະ­ກົດ 2020 ຢູ່​ໂຮງ­ແຮມ​ແລນ​ມາກ ຣີ​ເວີ​ໄຊ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ຫານ​ຊະ­ນະ ສີ​ສານ ປະ­ທານ​ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ ມີ​ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ທ່ານ​ນາງ ນາ­ລີ ສີ​ສຸ​ລິດ ທີ່​ປຶກ­ສາ​ກິ​ຕິ​ມະ​ສັກ ສຫລ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ສະ­ມາ­ຄົມ​ຕ່າງໆ ຊ່າງ​ຫັດ­ຖະ­ກຳ​ລາວ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ຫານ​ຊະ­ນະ ສີ​ສານ ໄດ້​ຜ່ານ​ບົດ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ ສຫລ ປີ 2017-2019 ແລະ ທິດ​ທາງ​ແຜນ­ການ​ຕໍ່­ໜ້າ (ສຫລ ເປັນ​ອົງ​ການ­ຈັດ­ຕັ້ງ​ທີ່​ບໍ່​ຫວັງ​ຜົນ​ກຳ­ໄລ ແລະ ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ສ້າງ­ຕັ້ງ​ຂຶ້ນ​ປີ 1998 ມີ​ພາ​ລະ­ບົບ​ບາດ​ເຕົ້າ­ໂຮມ​ເອົາ​ຊາວ​ຊ່າງ​ຫັດ­ຖະ­ກຳ​ລາວ ເພື່ອ​ພ້ອມ​ກັນ​ອະ­ນຸ​ຮັກ-ຮັກ­ສາ​ພູມ​ປັນ­ຍາ​ທາງ​ດ້ານ​ຫັດ­ຖະ­ກຳ ເຊິ່ງ​ເປັນ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃຫ້​ຄົງ​ຢູ່​ກັບ​ສັງ­ຄົມ​ລາວ ສຫລ ປະ­ກອບ​ດ້ວຍ​ສະ­ມາ­ຊິກ​ທີ່​ເປັນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຫັດ­ຖະ­ກຳ 125 ຫົວ­ໜ່ວຍ ມີ​ສາ­ຂາ​ທີ່​ຂຶ້ນ​ກັບ​ຢູ່​ບັນ­ດາ​ແຂວງ​ຕ່າງໆ​ເຊັ່ນ: ແຂວງ​ຫົວ­ພັນ ຊຽງ​ຂວາງ ຫຼວງ​ພະ​ບາງ ວຽງ​ຈັນ ສະ­ຫວັນ​ນະ​ເຂດ ແລະ ແຂວງ​ຈຳ­ປາ​ສັກ ຂະ­ແໜງ ຫັດ­ຖະ­ກຳ​ປະ­ກອບ​ມີ 7 ຂະ­ແໜງ­ການ​ເຊັ່ນ: ຂະ­ແໜງ​ຕ່ຳ​ຜ້າ​ພື້ນ­ເມືອງ (ໄໝ ຝ້າຍ) ຂະ­ແໜງ​ຈັກ­ສານ​ໄມ້­ປ່ອງ-ຫວາຍ ຂະ­ແໜງ​ປັ້ນ­ດິນ­ເຜົາ ຂະ­ແໜງ​ຕີ​ເງິນ-ວັດ­ຖຸ​ມີ­ຄ່າ ຂະ­ແໜງ​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ປັ້ນ​ຫຼໍ່​ໂລ­ຫະ ຄວັດ​ໄມ້ ຂະ­ແໜງ​ວັດ­ຖຸ​ເສດ​ເຫຼືອ (ເຈັ້ຍ​ເສດ ໄມ້​ເສດ) ແລະ ຂະ­ແໜງ​ປູກ​ມອນ​ລ້ຽງ​ມ້ອນ ແລະ ປູກ​ພືດ​ໃຫ້​ສີ​ທຳ​ມະ​ຊາດ.

ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ເລີກ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ ສຫລ ຄັ້ງ​ທີ VIII ໄດ້​ຕົກ­ລົງ​ເຫັນ​ດີ​ໃຫ້​ມີ​ປະ­ທານ ຮອງ​ປະ­ທານ 3 ທ່ານ ຄະ­ນະ​ບໍ­ລິ­ຫານ​ງານ 7 ທ່ານ ແລະ ຄະ­ນະ​ກວດ­ກາ 3 ທ່ານ ນອກ​ນີ້ ຍັງ​ມີ​ຄະ­ນະ​ທີ່​ປຶກ­ສາ 12 ທ່ານ ຕະ­ຫຼອດ​ໄລ­ຍະ 3 ປີ­ຜ່ານ­ມາ ສຫລ ໄດ້​ສ້າງ​ຜົນ­ງານ ແລະ ໄດ້​ຮັບ​ລາ­ງວັນ​ຊະ­ນະ​ເລີດ​ການ​ແຂ່ງ­ຂັນ​ຜ້າ­ໄໝ​ອາ​ຊຽນ (ລາ­ງວັນ​ທີ 1) ຮ້ານ​ສີ​ໄຄ​ຫັດ­ຖະ­ກຳ ແລະ ລາ­ງວັນ​ທີ 3 ບໍ­ລິ­ສັດ ປູກ​ມອນ​ລ້ຽງ​ມ້ອນ ແລະ ສາວ­ໄໝ​ແຂວງ​ຊຽງ​ຂວາງ ນີ້​ກໍ​ແມ່ນ​ໜຶ່ງ​ຜົນ­ງານ​ທີ່​ສະ­ມາ­ຊິກ​ໄດ້​ສ້າງ​ຂຶ້ນ ອັນ​ເປັນ​ໃບ​ໜ້າ​ຂອງ​ປະ­ເທດ​ຊາດ​ດ້ານ​ສີ­ໄມ້­ລາຍ­ມື​ຂອງ​ຊາວ​ຊ່າງ​ຫັດ­ຖະ­ກຳ​ລາວ ພ້ອມ​ນີ້ ສຫລ ຮ່ວມ​ກັບ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ໄດ້​ເປັນ​ເຈົ້າ­ພາບ​ຈັດ​ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະ­ກຳ​ລາວ​ຂຶ້ນ​ທຸກ​ປີ ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ພາຍ​ໃນ​ງານ​ຈະ​ມີ​ຫຼາຍ​ກິດ­ຈະ­ກຳ​ເຊັ່ນ: ງານ​ສະ­ແດງ ແລະ ຂາຍ​ສິນ­ຄ້າ​ຫັດ­ຖະ­ກຳ ແຂ່ງ­ຂັນ​ຜະ­ລິດ​ຕະ​ພັນ​ດີ­ເດັ່ນ ສາ­ທິດ​ວິ­ທີ​ການ​ຜະ­ລິດ​ຫັດ­ຖະ­ກຳ​ຂອງ​ບັນ­ດາ​ຊາວ​ຊ່າງ​ຫັດ­ຖະ­ກຳ​ລາວ ການ​ສຳ​ມະ​ນາ​ຫົວ­ຂໍ້​ຕ່າງໆ ການ​ເດີນ​ແບບ​ໃນ​ຊຸດ​ອາ­ພອນ ແລະ ເຄື່ອງ​ປະ­ດັບ​ລາວ.

ໂດຍ​ລວມ​ແລ້ວ ສຫລ ໄດ້​ມີ​ຜົນ­ງານ ແລະ ຄວາມ​ເສຍ­ສະ­ຫຼະ​ດ້ານ​ເຫື່ອ­ແຮງ ສະ­ຕິ​ປັນ­ຍາ ແລະ ອື່ນໆ​ເຂົ້າ​ໃນ​ວຽກ​ງານ​ການ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ວຽກ​ງານ​ຫັດ­ຖະ­ກຳ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ໃນ​ໄລ­ຍະ​ຜ່ານ​ມາ ລັດ­ຖະ­ບານ​ລາວ​ຈຶ່ງ​ໄດ້​ມີ​ການ​ຍ້ອງ­ຍໍ​ໃຫ້​ກົມ​ກອງ ແລະ ບຸກ­ຄົນ ໃນ​ນີ້ ສຫລ ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ 1 ຊັ້ນ 2 ແລະ ຊັ້ນ 3 ລວມ​ທັງ​ໝົດ 10 ຫຼຽນ.

ສຳ­ລັບ​ທິດ​ທາງ​ແຜນ­ການ​ປີ 2020-2023 ຈະ​ປັບ­ປຸງ​ກົດ​ລະ­ບຽບ​ພາຍ​ໃນ​ບາງ​ມາດ­ຕາ​ທີ່​ເຫັນ​ວ່າ​ບໍ່​ສອດ­ຄ່ອງ​ກັບ​ສະ­ພາບ​ຕົວ​ຈິງ ສ້າງ­ຕັ້ງ​ສູນ​ວາງ­ສະ­ແດງ ແລະ ຂາຍ​ສິນ­ຄ້າ​ຫັດ­ຖະ­ກຳ​ລາວ​ໃນ​ຄອນ​ຫຼວງ ເພື່ອ​ເປັນ​ການ​ຊ່ວຍ­ເຫຼືອ​ສະ­ມາ­ຊິກ ກໍ​ຄື​ຊາວ​ຊ່າງ​ຫັດ­ຖະ­ກຳ​ທີ່​ບໍ່​ມີ​ຕະ­ຫຼາດ​ຈຳ­ໜ່າຍ​ສິນ­ຄ້າ ແລະ ອີກ​ດ້ານ​ໜຶ່ງ ເພື່ອ​ເປັນ​ບ່ອນ​ໂຄ­ສະ­ນາ​ເຜີຍ­ແຜ່​ສີ­ໄມ້­ລາຍ­ມື​ຂອງ​ຊາວ​ຊ່າງ​ຫັດ­ຖະ­ກຳ​ລາວ​ໃຫ້​ບັນ­ດາ​ແຂກ ແລະ ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ຢ້ຽມ​ຊົມ ຊອກ​ຫາ​ແຫຼ່ງ​ທຶນ​ເພື່ອ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ຄວາມ​ຮູ້​ດ້ານ​ການ​ອອກ​ແບບ ການ​ຕະ­ຫຼາດ​ໃຫ້​ສະ­ມາ­ຊິກ​ຊາວ​ຊ່າງ​ຫັດ­ຖະ­ກຳ​ທຸກ​ແຂວງ ຊຸກ­ຍູ້​ຜູ້​ຜະ­ລິດ​ສິນ­ຄ້າ​ຫັດ­ຖະ­ກຳ​ໃຫ້​ມີ​ຄຸ­ນະ­ພາບ​ດີ​ຂຶ້ນ​ໃນ​ແຕ່​ລະ​ໄລ­ຍະ ພ້ອມ​ທັງ​ສາ­ມາດ​ຂະ­ຫຍາຍ​ການ​ສົ່ງ​ອອກ​ສິນ­ຄ້າ​ຫັດ­ຖະ­ກຳ​ແບບ​ກວ້າງ­ຂວາງ ແລະ ອື່ນໆ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊຸດ​ໃໝ່ 9 ທ່ານ ໂດຍ​ໄດ້​ເລືອກ​ເອົາ​ທ່ານ ນາງ ສຸ​ວິ​ຕາ ປະ­ເສີດ ເປັນ​ປະ­ທານ​ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ​ຄົນ​ໃໝ່.

error: Content is protected !!