ການນຳສູນກາງຊາວໜຸ່ມ ລົງຊຸກຍູ້ວຽກງານຊາວໜຸ່ມເມືອງໄຊທານີ

ວັນ​ທີ 24 ກໍ­ລະ­ກົດ 2020 ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ພ້ອມ​ຄະ­ນະ​ໄດ້​ລົງ​ຊຸກ­ຍູ້​ວຽກ​ງານ​ຂະ​ບວນ​ການ​ຊາວ​ໝຸ່ມ​ຢູ່​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ເພື່ອ​ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໝຸ່ມ ນວ ທີ່​ຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້ ແລະ ວັນ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ ຂອງ​ພັກ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ເຈົ້າ­ເມືອງ​ໄຊ​ທາ­ນີ ທ່ານ ນາງ ສຸ­ມາ­ລີ ທຳ​ມະ​ວົງ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໝຸ່ມ ນວ ທ່ານ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໝຸ່ມ​ເມືອງ​ໄຊ​ທາ­ນີ ແລະ ພະ­ແນກ­ການ​ອ້ອມ​ຂ້າງ ນວ ເຂົ້າ​ຮ່ວມ.

ການ​ລົງ​ຊຸກ­ຍູ້​ວຽກ​ງານ​ຄັ້ງ​ນີ້ ໄດ້​ພົບ​ປະ​ໂອ້​ລົມ​ກັບ​ອຳ­ນາດ​ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ຮັບ​ຟັງ​ລາຍ​ງານ​ສະ­ພາບ​ລວມ​ຈຸດ​ພິ­ເສດ ແລະ ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ເມືອງ ຈາກ​ນັ້ນ ໄດ້​ສືບ­ຕໍ່​ລົງ​ເຮັດ​ວຽກ​ຢູ່​ບ້ານ​ໂນນ​ແຕ້ ຖືກ​ຕ້ອນ­ຮັບ​ໂດຍ​ອຳ­ນາດ​ການ​ປົກ­ຄອງ ປະ­ຊາ­ຊົນ ແລະ ສະ­ມາ­ຊິກ​ຊາວ​ໜຸ່ມ​ບ້ານ​ໂນນ​ແຕ້ ໃນ​ນັ້ນ​ໄດ້​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ລວມ​ຂອງ​ບ້ານ ແລະ ການ­ເຄື່ອນ­ໄຫວ​ວຽກ​ງານ​ຊາວ​ໝຸ່ມ​ຈາກ​ນາຍ­ບ້ານ​ວ່າ: ບ້ານ​ໂນນ​ແຕ້ ມີ 257 ຄອບ­ຄົວ 275 ຫຼັງ­ຄາ​ເຮືອນ ມີ​ປະ­ຊາ­ກອນ​ທັງ​ໝົດ 1.379 ຄົນ ຍິງ 662 ຄົນ ມີ​ຊາວ​ໜຸ່ມ-ໄວ​ໜຸ່ມ 155 ຄົນ ຍິງ 52 ຄົນ ໃນ​ນັ້ນ​ເປັນ​ສະ­ມາ­ຊິກ​ຊາວ​ໝຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ 19 ຄົນ ອາ­ຊີບ​ຫຼັກ​ຂອງ​ປະ­ຊາ­ຊົນ​ແມ່ນ​ປູກ­ຝັງ-ລ້ຽງ­ສັດ ຊາວ­ນາ ຊາວ​ສວນ ແລະ ກຳ­ມະ­ກອນ ກວມ 80%  ມີ​ເນື້ອ­ທີ່​ທັງ​ໝົດ 265,5 ເຮັກ­ຕາ ມີ​ເນື້ອ­ທີ່​ນາ­ປີ 71,3 ເຮັກ­ຕາ ເນື້ອ­ທີ່​ປູກ​ພືດ​ຜັກ​ຕ່າງໆ 21 ເຮັກ­ຕາ ມີ​ກຸ່ມ​ປູກ​ຜັກ​ອິນ​ຊີ 1 ກຸ່ມ 52 ຄອບ­ຄົວ ມີ​ເນື້ອ­ທີ່ 13 ເຮັກ­ຕາ ສະ­ເລ່ຍ​ຜົນ​ຜະ­ລິດ 268 ໂຕນ​ຕໍ່​ປີ ມີ​ຄອບ­ຄົວ​ປູກ​ຜັກ​ສະ­ອາດ 53 ຄອບ­ຄົວ ເນື້ອ­ທີ່ 9 ເຮັກ­ຕາ ສະ­ເລ່ຍ​ຜົນ​ຜະ­ລິດ 420 ໂຕນ​ຕໍ່​ປີ.

ຈາກ​ນັ້ນ ທ່ານ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປປລ ໄດ້​ໂອ້​ລົມ ພ້ອມ​ຮັບ​ຮັບ​ຟັງ ແລະ ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ປະ​ຊົນ​ຊົນ​ບ້ານ​ດັ່ງ­ກ່າວ ແລະ ມອບ​ເງິນ​ຈຳ­ນວນ​ໜຶ່ງ​ເພື່ອ​ຊຸກ­ຍູ້​ຂະ​ບວນ​ການ​ຊາວ​ໜຸ່ມ​ເມືອງ​ໄຊ​ທາ­ນີ ແລະ ຊາວ​ໜຸ່ມ​ບ້ານ​ໂນນ​ແຕ້ ຈາກ​ນັ້ນ​ໄດ້​ລົງ​ໄປ​ເບິ່ງ​ຕົວ​ຈິງ ຄອບ­ຄົວ​ການ​ປູກ​ຜັກ​ປອດ​ສານ­ພິດ ບ້ານ​ໂນນ​ແຕ້ ແລະ ໄດ້​ຮ່ວມ​ກິດ­ຈະ­ກຳ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ ແລະ ກີ­ລາ​ດຶງ­ເຊືອກ ເພື່ອ​ສ້າງ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ກັບ​ຊາວ​ໝຸ່ມ​ບ້ານ​ໂນນ​ແຕ້.

error: Content is protected !!