ປະຢັດພະລັງງານເພື່ອເສດຖະກິດຂອງຕົນເອງ ທັງເປັນການຫຼຸດພາວະໂລກຮ້ອນ

ການ​ປະ­ຕິ­ບັດ​ພັນ­ທະ​ຂອງ ສປປ ລາວ ວ່າ​ດ້ວຍ​ເອ­ກະ­ສານ​ດັດ­ແກ້​ກິ​ກາ­ລີ​ໄດ້​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ເຜີຍ­ແຜ່​ເປັນ​ທີ່​ກວ້າງ­ຂວາງ ສົມ​ຄູ່​ກັບ​ການ​ຍົກ​ລະ­ດັບ​ເຕັກ­ນິກ​ວິ­ຊາ​ການ​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ໃນ​ວຽກ​ງານ​ການ​ຫຼຸດ­ຜ່ອນ ແລະ ນຳ​ໃຊ້​ສານ​ເຄ​ມີ​ທີ່​ທຳ­ລາຍ​ຊັ້ນ​ໂອ​ໂຊນ ເຊິ່ງ​ພາກ​ລັດ​ປະ­ກອບ​ດ້ວຍ​ເຈົ້າ​ໜ້າ­ທີ່​ພາ­ສີ​ປະ­ຈຳ​ດ່ານ​ຕ່າງໆ ສະ​ຖາ​ບັນ​ສຶກ​ສາ​ວິ­ຊາ​ຊີບ​ການ​ຊ່າງ​ໄຟ­ຟ້າ ກົມ​ກອງ​ຮອບ​ຂ້າງ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ກະ­ຊວງ​ປ້ອງ​ກັນ​ຊາດ ສ່ວນ​ພາກ​ເອ­ກະ​ຊົນ​ປະ­ກອບ​ດ້ວຍ​ສະ­ມາ­ຄົມ​ເຄື່ອງ​ເຢັນ ຜູ້​ປະ­ກອບ​ການ​ນາຍ​ຊ່າງ​ເຮັດ​ຄວາມ​ເຢັນ ເຊິ່ງ​ໄລ­ຍະ​ຜ່ານ​ມາ​ມີ​ທັງ​ການ​ຈັດ​ກອງ​ປະ­ຊຸມ​ສຳ​ມະ​ນາ​ໃນ​ຫົວ­ຂໍ້​ຕ່າງໆ ແລະ ເຝິກ­ອົບ­ຮົມ​ຕົວ​ຈິງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ສະ­ເພາະ​ກອງ​ປະ­ຊຸມ​ສຳ​ມະ​ນາ​ສ້າງ​ຄວາມ​ສາ­ມາດ ປະ­ຢັດ​ພະ­ລັງ­ງານ ແລະ ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ພາຍ​ໃຕ້​ເອ­ກະ­ສານ​ດັດ­ແກ້​ກິ​ກາ­ລີ.

ກົມ​ຄວບ​ຄຸມ ແລະ ຕິດ­ຕາມ​ກວດ­ກາ​ມົນ​ລະ​ພິດ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ສົ່ງ­ເສີມ​ພະ­ລັງ­ງານ​ທົດ​ແທນ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຈັດ​ກອງ​ປະ­ຊຸມ​ສຳ​ມະ​ນາ​ສ້າງ​ຄວາມ​ສາ­ມາດ​ປະ­ຢັດ​ພະ­ລັງ­ງານ ແລະ ມາດ­ຕະ­ຖານ​ຄວາມ​ປອດ​ໄພ ພາຍ​ໃຕ້​ເອ­ກະ­ສານ​ດັດ­ແກ້​ກິ​ກາ­ລີ​ຕາມ​ຂອບ​ໜ້າ​ວຽກ​ການ​ນຳ​ໃຊ້​ພະ­ລັງ­ງານ​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ຫຼຸດ­ຜ່ອນ​ສະ­ພາບ​ໂລກ​ຮ້ອນ ຮັບ­ປະ­ກັນ​ປະ​ສິດ­ທິ​ຜົນ​ປົກ​ປ້ອງ​ຊັ້ນ​ໂອ​ໂຊນ ຂຶ້ນ​ໃນ​ວັນ​ທີ 13-14 ກໍ­ລະ­ກົດ 2020 ທີ່​ແຂວງ​ວຽງ​ຈັນ.

ທ່ານ ເທວະ​ຣັກ ພອນ​ແກ້ວ ຮອງ​ຫົວ­ໜ້າ​ກົມ​ຄວບ​ຄຸມ ແລະ ຕິດ­ຕາມ​ກວດ­ກາ​ມົນ​ລະ​ພິດ ກ່າວ​ວ່າ: ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ເປັນ​ກອງ​ປະ­ຊຸມ​ກ່ຽວ​ກັບ​ການ​ນຳ​ໃຊ້​ພະ­ລັງ­ງານ​ທົດ​ແທນ ການ​ນຳ​ໃຊ້​ພະ­ລັງ­ງານ​ແບບ​ມີ​ປະ­ສິດ­ທິ­ພາບ ປະ​ສິດ­ທິ​ຜົນ ນຳ​ໃຊ້​ມາດ​ຕະ­ການ​ຄວາມ​ປອດ​ໄພ ເຊິ່ງ​ບັນ­ຫາ​ນີ້​ເປັນ​ບັນ­ຫາ​ທີ່​ມີ​ຄວາມ​ສຳ­ຄັນ​ໃນ​ການ​ປະ­ຢັດ​ພະ­ລັງ­ງານ ແລະ ຫຼຸດ­ຜ່ອນ​ພາ­ວະ​ໂລກ​ຮ້ອນ ເຊິ່ງ​ກອງ​ປະ­ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ໄດ້​ວິ­ທະ­ຍາ­ກອນ​ໄດ້​ສຸມ​ໃສ່​ເຜີຍ­ແຜ່​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ການ​ນຳ​ໃຊ້​ພະ­ລັງ­ງານ ການ​ນຳ​ເຂົ້າ​ເຄື່ອງ​ໄຟ­ຟ້າ ໂດຍ​ສະ­ເພາະ ເຄື່ອງ­ຮັບ​ຄວາມ​ເຢັນ​ພາຍ​ໃຕ້​ການ​ຄວບ​ຄຸມ ແລະ ຢຸດ­ຕິ​ການ​ນຳ​ໃຊ້​ສານ​ເຄ​ມີ​ທີ່​ທຳ­ລາຍ​ຊັ້ນ​ໂອ​ໂຊນ ສອດ­ຄ່ອງ​ກັບ​ເອກ​ກະ​ສານ​ສະ­ບັບ​ດັດ­ແກ້​ກິ​ກາ­ລີ.

ທ່ານ ເສີມ​ຄຳ ທຸມ​ມະ​ວົງ­ສາ ຮອງ​ຫົວ­ໜ້າ​ສະ​ຖາ​ບັນ​ສົ່ງ­ເສີມ​ພະ­ລັງ­ງານ​ທົດ​ແທນ ໄດ້​ກ່າວ​ວ່າ: ນະ­ໂຍ­ບາຍ​ວ່າ​ດ້ວຍ​ການ​ປະ­ຢັດ ແລະ ອະ­ນຸ​ຮັກ​ພະ­ລັງ­ງານ​ນີ້ ໄດ້​ເນັ້ນ​ໃສ່ 4 ຂະ­ແໜງ­ການ ຄື: ພາກ​ອຸດ­ສາ­ຫະ­ກຳ ຕຶກ​ອາ­ຄານ ສຳ­ນັກ­ງານ ພາກ​ທີ່­ຢູ່​ອາ­ໄສ ແລະ ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ຈຸດ­ປະ­ສົງ​ຂອງ​ນະ­ໂຍ­ບາຍ​ການ​ອະ­ນຸ​ຮັກ ແລະ ປະ­ຢັດ​ພະ­ລັງ­ງານ ແມ່ນ​ເນັ້ນ​ໃສ່​ເພື່ອ​ຫຼຸດ­ຜ່ອນ​ການ​ປະ­ຢັດ​ພະ­ລັງ­ງານ​ໃຫ້​ໄດ້ 10% ຮອດ​ປີ 2030 ຕາມ​ຈັງ­ຫວະ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ.

ທ່ານ ເຂັມ​ພອນ ຈັນ­ທະ​ວອນ ປະ­ທານ​ສະ­ມາ­ຄົມ​ນາຍ​ຊ່າງ​ເຄື່ອງ​ເຮັດ​ຄວາມ​ເຢັນ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ເຄື່ອງ​ເຢັນ ໄດ້​ກ່າວ​ວ່າ: ປະ­ເທດ​ລາວ​ຂອງ​ພວກ​ເຮົາ ສ່ວນ​ໃຫຍ່​ແມ່ນ​ໄດ້​ນຳ​ໃຊ້​ເຄື່ອງ​ໄຟ­ຟ້າ​ທີ່​ກິນ​ໄຟ​ນັ້ນ ກໍ​ຍ້ອນ​ສັງ­ຄົມ​ຍັງ​ບໍ່​ທັນ​ຮັບ​ຮູ້​ວ່າ​ເຄື່ອງ​ໄຟ­ຟ້າ​ໃນ​ຮູບ​ແບບ​ໃດ ທີ່​ສາ­ມາດ​ນຳ​ໃຊ້​ແລ້ວ​ປະ­ຢັດ​ພະ­ລັງ­ງານ​ໄຟ­ຟ້າ ຈຶ່ງ​ເຮັດ​ໃຫ້­ການ​ນຳ​ໃຊ້​ພະ­ລັງ­ງານ​ໄຟ­ຟ້າ​ສູງ ສົ່ງ​ຜົນ​ໃຫ້​ຜູ້​ຊົມ­ໃຊ້​ຕ້ອງ​ໄດ້​ຈ່າຍ​ຄ່າ​ໄຟ­ຟ້າ​ແພງ ສະ­ນັ້ນ ຈຶ່ງ​ຂໍ​ແນະ­ນຳ​ໃຊ້​ຜູ້​ຊົມ­ໃຊ້​ທີ່​ຕ້ອງ­ການ​ຊື້​ແອ​ຕ້ອງ​ຊື້​ແອ​ທີ່​ມີ​ຄຸນ​ນະ​ພາບ​ປະ­ຢັດ​ພະ­ລັງ­ງານ ເຊິ່ງ​ໃນ​ມໍ່​ນີ້ ສປປ ລາວ ກໍ​ຈະ​ມີ​ກາ​ໝາຍ​ເບີ 5 ມາ​ຕິດ​ໃສ່­ເຄື່ອງ​ໄຟ­ຟ້າ ເພື່ອ​ຊ່ວຍ​ໃຫ້​ຜູ້​ຊົມ­ໃຊ້​ຮູ້​ໄດ້​ວ່າ​ເປັນ​ເຄື່ອງ​ໄຟ­ຟ້າ​ທີ່​ປະ­ຢັດ​ໄຟ ສຳ­ລັບ​ການ​ເລືອກ​ໃຊ້​ບໍ­ລິ­ການ​ນາຍ​ຊ່າງ​ແອ ກໍ​ຕ້ອງ​ເລືອກ​ໃຊ້​ບໍ­ລິ­ການ​ນາຍ​ຊ່າງ​ແອ​ທີ່​ມີ​ໃບ​ອະ­ນຸ­ຍາດ ເພື່ອ​ຮັບ­ປະ­ກັນ​ມາດ­ຕະ­ຖານ​ໃນ​ການ​ຕິດ​ຕັ້ງ ເພື່ອ​ໃຫ້​ສາ­ມາດ​ປະ­ຢັດ​ພະ­ລັງ­ງານ ແລະ ໃນ­ຕໍ່­ໜ້າ​ນັ້ນ ນ່າຍ​ຊ່າງ​ແອ​ທຸກ​ຄົນ ຕ້ອງ​ມີ​ໃບ​ຮັບ­ຮອງ​ນາຍ​ຊ່າງ ຈຶ່ງ​ສາ­ມາດ​ມາ​ເປີດ​ໃຫ້​ບໍ­ລິ­ການ​ຕິດ​ຕັ້ງ​ແອ​ໄດ້​ນັ້ນ ກໍ​ເພື່ອ​ແນ­ໃສ່​ຮັບ­ປະ­ກັນ​ໄດ້​ດ້ານ​ຄຸນ​ນະ​ພາບ​ໃນ​ການ​ຕິດ​ຕັ້ງ​ຊ່ວຍ​ປະ­ຢັດ​ພະ­ລັງ­ງານ ທັງ​ເປັນ​ການ​ຫຼຸດ­ຜ່ອນ​ລາຍ​ຈ່າຍ​ຄ່າ​ໄຟ­ຟ້າ​ໄດ້​ນຳ​ອີກ.

error: Content is protected !!