ADA ສະໜັບສະໜູນທຶນ ໃຫ້ ສກຈຮ ປະຕູຄຳ ຈັດຊື້ຄອມພິວເຕີ

ອົງ­ການ ADA ອະ­ນຸ­ມັດ​ທຶນ​ຊ່ວຍ­ເຫຼືອ​ລ້າ ມູນ​ຄ່າ 4.680 ເອີ​ໂຣ ຫຼື ປະ­ມານ 49 ລ້ານ​ກີບ ໃຫ້​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ ປະ­ຕູ​ຄຳ (ສກຈຮ ປະ­ຕູ​ຄຳ) ຈັດ​ຊື້​ຄອມ​ພິວ​ເຕີ ແລະ ອຸ­ປະ­ກອນ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ເພື່ອ​ປະ­ກອບ­ສ່ວນ​ອຳ­ນວຍ​ຄວາມ​ຄວາມ​ສະ­ດວກ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ​ຂອງ ສກຈຮ ປະ­ຕູ​ຄຳ ກໍ​ຄື​ການ​ພົວ­ພັນ ແລະ ປຶກ­ສາ​ຫາ­ລື ລະ­ຫວ່າງ ສກຈຮ ປະ­ຕູ​ຄຳ ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຜ່ານ​ກອງ​ປະ­ຊຸມ​ທາງ­ໄກ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19.

ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ ປະ­ຕູ​ຄຳ ເປັນ​ສະ­ມາ­ຊິກ​ຂອງ​ສະ­ມາ­ຄົມ​ການ​ເງິນ​ຈຸ​ລະ​ພາກ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເງິນ​ຈຸ​ລະ​ພາກ ທະ­ນາ­ຄານ​ແຫ່ງ ສປປ ລາວ ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ໃນ ສປປ ລາວ ທີ່​ໄດ້​ຂຽນ​ບົດ​ສະ­ເໜີ​ຂໍ​ການ​ຊ່ວຍ­ເຫຼືອ​ດ້ານ​ອຸ­ປະ­ກອນ ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈາກ​ອົງ­ການ ADA ເຊິ່ງ​ຜ່ານ​ການ​ຄັດ​ເລືອກ ມີ 3 ສະ​ຖາ​ບັນ​ການ​ເງິນ​ທີ່​ໄດ້​ຮັບ​ຄັດ​ເລືອກ​ໃຫ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ລ້າ​ດັ່ງ­ກ່າວ ຄື: ສກຈຮ ປະ­ຕູ​ຄຳ ສະ­ຫະ­ກອນ​ສິນ​ເຊື່ອ ແລະ ເງິນ​ຝາກ​ປະ­ຢັດ ນາ​ກາຍ ແລະ ສກຈຮ ຈຳ­ປາ​ສັກ.

error: Content is protected !!