ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ (13/8/1955-13/8/2020) ທ່ານ ບຸນເຈົ້າ ພິຈິດ ອຳນວຍການສະຖານີໂທລະພາບແຫ່ງຊາດລາວ ໃຫ້ສຳພາດວັນທີ 28 ກໍລະກົດ 2020 ວ່າ: ສື່ມວນຊົນລາວມີບົດບາດສຳຄັນໃນແຕ່ລະໄລຍະ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ-ລັດ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຄືໃນໄລຍະທີ່ປະເທດຊາດຕົກເປັນຫົວເມືອງຕ່າງຊາດ ສື່ມວນຊົນໄດ້ເຮັດໜ້າທີ່ໂຄສະນາປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການປະຕິວັດຜ່ານຊ່ອງທາງໜັງສືພິມ ວິທະຍຸ ແລະ ຮູບເງົາ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ນັບແຕ່ວັນທີ 2 ທັນວາ 1975 ເປັນຕົ້ນມາ ສື່ມວນຊົນກໍເຮັດໜ້າຂອງຕົນຢ່າງຫ້າວຫັນ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ມາຮອດທ້າຍປີ 1983 ສື່ໂທລະພາບແຫ່ງຊາດກໍໄດ້ກຳເນີດເກີດຂຶ້ນຕື່ມອີກ ເພື່ອພ້ອມກັນຊ່ວຍໂຄສະນາປະຊາສຳພັນແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ນິຕິກຳຕ່າງໆລົງສູ່ຮາກຖານປະຊາຊົນໃຫ້ເຂົ້າໃຈເຊື່ອມຊຶມຢ່າງກວ້າງຂວາງ ພ້ອມດຽວກັນນັ້ນ ຍັງເປັນເວທີແລກປ່ຽນຄຳຄິດຄຳເຫັນ ແລະ ຄວາມມຸ່ງມາດປາຖະນາຂອງປະຊາຊົນ ໃຫ້ຂັ້ນເທິງ ກໍຄືພັກລັດໄດ້ຮັບຮູ້ຕື່ມອີກ.

ໂດຍລວມແລ້ວ ສື່ມວນຊົນນັບມື້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຫັນຈາກອະນາລອກໄປສູ່ດີຈີຕອນທີ່ມີຄວາມທັນສະໄໝ ທຸກເປົ້າໝາຍໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ບໍລິໂພກຜະລິດຕະພັນສື່ທັນເວລາ ແຕ່ຄຽງຄູ່ກັບຜົນງານທີ່ຍາດໄດ້ນັ້ນ ສື່ແບບເກົ່າໄດ້ພົບສິ່ງທ້າທາຍ ຍ້ອນປັດຈຸບັນ ສື່ແບບໃໝ່ (ອອນລາຍ) ເຂົ້າມາມີບົດບາດຫຼາຍຂຶ້ນ ແຕ່ເຖິງວ່າຈະພົບບັນຫາ ພວກເຮົາກໍຖືໂອກາດນີ້ພັດທະນາຕົນເອງ ເປັນຕົ້ນ ປັບປຸງດ້ານວຽກງານວິຊາສະເພາະ ເຕັກໂນໂລຊີ ພາສາຕ່າງປະເທດ ຜູ້ໜຶ່ງເຮັດຫຼາຍໜ້າວຽກ ເຮັດຂ່າວທັນເວລາ ວ່ອງໄວຮັບປະກັນຄວາມຖືກຕ້ອງ ແລະ ຖືໂອກາດນີ້ ຮຽກຮ້ອງມາຍັງຜູ້ບໍລິໂພກສື່ ໂດຍສະເພາະສື່ອອນລາຍ ກ່ອນຈະກົດໄລກົດແຊ ຕ້ອງຄິດຕ້ອງອ່ານ ແລະ ເບິ່ງໃຫ້ລະອຽດຖີ່ຖ້ວນສາກ່ອນ ບໍ່ດັ່ງນັ້ນ ຈະມີຜົນກະທົບມາໃສ່ຕົນເອງຖ້າຜິດພາດຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ ດີແທ້ໃຫ້ບໍລິໂພກສື່ຫຼັກ ກໍຄືສື່ທາງການ.

