2 ສາເຫດ ທີ່ເຮັດໃຫ້ຜູ້ອາຍຸສູງ ນອນບໍ່ຫຼັບ ພ້ອມວິທີແກ້ໄຂ

ຍິ່ງ​ອາ­ຍຸ​ຫຼາຍ​ຂຶ້ນ ຮ່າງ­ກາຍ​ຂອງ​ເຮົາ​ຍິ່ງ​ເສື່ອມ​ສະ­ພາບ​ຕາມ​ໄວ ການ​ເຮັດ​ວຽກ​ຂອງ​ສະ­ໝອງ​ຈຶ່ງ​ບໍ່​ເປັນ​ປົກ­ກະ­ຕິ​ດັ່ງ​ເຊັ່ນ​ຄົນ​ໜຸ່ມ​ສາວ ຊຶ່ງ​ສັນ­ຍານ​ທີ່​ເປັນ​ເຄື່ອງ​ຢືນ­ຢັນ​ວ່າ​ຫຼັກ​ເລກ​ໄດ້​ເຂົ້າ​ສູ່​ຜູ້​ອາ­ຍຸ​ສູງ ນັ້ນ​ກໍ​ຄື “ການ​ນອນ​ບໍ່​ຫຼັບ” ແລະ ມີ​ການ​ຕື່ນ​ໃນ​ໄລ­ຍະ​ກາງ​ເດິກ​ຕະ­ຫຼອດ ອັນ​ເປັນ​ອາ­ການ​ທຳ​ອິດ​ບົ່ງ​ບອກ​ຂອງ​ໂລກ​ຕ່າງໆ​ທາງ​ສະ­ໝອງ.

ສາ­ເຫດ​ຂອງ​ການ​ນອນ​ບໍ່​ຫຼັບ​ໃນ​ຜູ້​ອາ­ຍຸ​ສູງ​ນອກ ຈາກ​ເກີດ​ຈາກ​ອາ­ຍຸ​ທີ່​ປ່ຽນ­ແປງ​ຫຼາຍ​ຂຶ້ນ ເມື່ອ​ອາ­ຍຸ​ເພີ່ມ​ຂຶ້ນ ສະ­ໝອງ​ຂອງ​ຄົນ​ເຮົາ​ຈະ​ເສື່ອມ​ໄປ​ຕາມ​ໄວ​ນັ້ນ ພົບ​ໄດ້​ໃນ​ຜູ້​ອາ­ຍຸ​ສູງ​ທຸກ​ເພດ ແລະ ເກືອບ​ທຸກ​ຄົນ ເຖິງ​ວ່າ​ຜູ້​ອາ­ຍຸ​ສູງ​ຈະ​ມີ​ສຸ­ຂະ­ພາບ​ດີ​ກໍ​ຕາມ ສາ­ເຫດ​ທີ່​ສຳ­ຄັນ​ຮອງ​ລົງ​ມາ​ຄື​ມີ​ໂລກ​ເຊື່ອງ​ຢູ່​ພາຍ​ໃນ​ຮ່າງ­ກາຍ ແບ່ງ​ອອກ​ໄດ້​ຄື:

1. ຜູ້​ອາ­ຍຸ​ສູງ​ທີ່​ມີ​ໂລກ​ໃດ​ກໍ​ຕາມ ທີ່​ເຮັດ​ໃຫ້​ຕື່ນ​ຂຶ້ນ​ມາ​ປັດ​ສະ​ວະ​ຕອນ​ກາງ­ຄືນ​ຕະ­ຫຼອດ ເຮັດ​ໃຫ້​ມີ​ຜົນ​ກະ­ທົບ​ໃນ​ການ​ນອນ ຕ້ອງ​ຕື່ນ​ຂຶ້ນ​ມາ​ເຂົ້າ​ຫ້ອງ​ນ້ຳ ເຊັ່ນ: ຜູ້​ອາ­ຍຸ​ສູງ​ທີ່​ເປັນ​ໂລກ​ເບົາ­ຫວານ ໂລກ​ຕ່ອມ​ໝາກ​ໄຂ່­ຫຼັງ ຫຼື ໝາກ​ໄຂ່­ຫຼັງ​ຊຳ​ເຮື້ອ ໂລກ​ເຫຼົ່າ​ນີ້​ເຮັດ​ໃຫ້​ປັດ​ສະ​ວະ​ຕະ­ຫຼອດ.

2. ເກີດ​ມາ​ຈາກ​ຢາ​ລະ­ບົບ​ປະ­ສາດ ຫຼື ສະ­ໝອງ ເຊັ່ນ: ການ​ໃຊ້​ຢາ­ນອນ­ຫຼັບ​ເປັນ​ໄລ­ຍະ​ເວ­ລາ​ດົນ ການ​ໃຊ້​ຢາ​ໃນ​ການ​ຮັກ­ສາ​ໂລກ​ພາຣ໌ກິນ​ສັນ ຫຼື ການ​ໃຊ້​ຢາ​ຮັກ­ສາ​ໂລກ​ບາງ​ຊະ­ນິດ ເຊັ່ນ: ຢາ​ນ້ຳ​ແກ້​ໄອ​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ເຫຼົ້າ​ເຈືອ​ປົນ​ຢູ່ ເມື່ອ​ຜູ້​ອາ­ຍຸ​ສູງ​ໃຊ້​ຢາ​ເຫຼົ່າ​ນີ້ ຈະ​ສົ່ງ​ຜົນ​ຕໍ່​ການ​ນອນ​ບໍ່​ຫຼັບ ຊຶ່ງ​ຫາກ​ຜູ້​ອາ­ຍຸ​ສູງ​ຢຸດ​ກິນ​ຢາ​ເຫຼົ່າ​ນີ້ ອາ­ການ​ນອນ​ບໍ່​ຫຼັບ ກໍ​ຈະ​ຫາຍ​ເຊົາ​ໄປ​ເອງ.

ວິ­ທີ​ປ້ອງ​ກັນ ແລະ ປິ່ນ­ປົວ​ໃຫ້​ນອນ​ຫຼັບ​ໄດ້​ຫຼາຍ​ຂຶ້ນ

ຄວນ​ຫຼີກ​ລ່ຽງ​ການ​ນອນ​ຫຼັບ​ໃນ​ເວ­ລາ​ກາງ­ເວັນ​ເປັນ​ໄລ­ຍະ​ເວ­ລາ​ດົນໆ ງົດ​ການ​ດື່ມ​ເຫຼົ້າ ຫຼື ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ການ​ດື່ມ­ນ້ຳ​ໃນ​ໄລ­ຍະ 4-5 ຊົ່ວ­ໂມງ ກ່ອນ​ເຂົ້າ​ນອນ.

ເລືອກ​ຮັບ​ປະ­ທານ​ອາ­ຫານ​ແລງ​ໃຫ້​ເປັນ​ເວ­ລາ ແລະ ຄວນ​ກິນ​ອາ­ຫານ​ທີ່​ມີ​ໂປຣ​ຕີນ​ສູງ ພ້ອມ​ທັງ​ເພີ່ມ​ກິດ­ຈະ­ກຳ ຫຼື ອອກ­ກຳ­ລັງ​ກາຍ​ໃນ​ໄລ­ຍະ​ກາງ­ເວັນ​ໃຫ້​ຫຼາຍ​ຂຶ້ນ ແລະ ເມື່ອ​ເຖິງ​ເວ­ລາ​ນອນ ແຕ່​ຜູ້​ອາ­ຍຸ​ສູງ​ບໍ່​ຢາກ​ນອນ ຄວນ​ຫາ​ກິດ­ຈະ­ກຳ​ໃຫ້​ຜູ້​ອາ­ຍຸ​ສູງ​ເຮັດ.

ຫ້ອງ​ນອນ​ບໍ່​ຄວນ​ສະ­ຫວ່າງ​ເກີນ​ໄປ ເພາະ​ແສງ​ສະ­ຫວ່າງ​ຈະ​ລົບ​ກວນ​ການ​ນອນ​ຫຼັບ ແລະ ເຝິກ​ເຮັດ​ສະ­ມາ­ທິ​ກ່ອນ​ນອນ ເພື່ອ​ໃຫ້​ຈິດ­ໃຈ​ສະ­ຫງົບ​ຈະ​ເຮັດ​ໃຫ້​ນອນ​ຫຼັບ​ໄດ້​ເລິກ ແລະ ເຕັມ​ອິ່ມ.

ທັງ​ນີ້​ທັງ​ນັ້ນ ໝັ່ນ​ເຮັດ​ໃຫ້​ເປັນ​ຕາ­ຕະ­ລາງ ແລະ ແບບ­ແຜນ​ເທົ່າ​ນີ້​ທ່ານ​ກໍ​ຈະ​ຕື່ນ​ຂຶ້ນ​ມາ​ພ້ອມ​ກັບ​ຄວາມ​ສົດ­ຊື່ນ​ຜ່ອງ​ໃສ ເພາະ​ສະ­ໝອງ​ໄດ້​ຮັບ​ການ​ພັກ­ຜ່ອນ ແຖມ​ສຸ­ຂະ­ພາບ​ຍັງ​ແຂງ­ແຮງ ຫ່າງ​ໄກ​ໂລກ ບໍ່​ຕ່າງ​ກັບ​ໄວ​ໜຸ່ມ​ເມື່ອ​ຕອນ​ອະ­ດີດ…

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!