ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ຮ່ວມກັບແຂວງສະຫວັນນະເຂດ ຈັດກິດຈະກຳກີລາແລ່ນ-ຍ່າງ ແລະ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງວັນໂອແລມປິກແຫ່ງຊາດລາວ ຄົບຮອບ 42 ປີ ວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດ ຄົບຮອບ 54 ປີ ແລະ ວັນໂອແລມປິກສາກົນ ຄົບຮອບ 126 ປີ ຂຶ້ນວັນທີ 24 ກໍລະກົດ 2020 ທີ່ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານ ຄອລ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານມີ ພະນັກງານ-ລັດຖະກອນ ຄູອາຈານ ນັກຮຽນ ແລະ ມວນຊົນນະຄອນໄກສອນ ພົມວິຫານ ເຂົ້າຮ່ວມ 1.600 ກວ່າຄົນ.
ໂອກາດນີ້ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: ໃນນາມຊາວແຂວງສະຫວັນນະເຂດ ມີຄວາມພາກພູມໃຈທີ່ໄດ້ຮັບກຽດເປັນເຈົ້າພາບ ໃນການຈັດກິດຈະກຳຄັ້ງນີ້ ທັງນີ້ ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ມີມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມ ມີປະຫວັດສາດຕໍ່ສູ້ກູ້ຊາດອັນພິລະອາດຫານ ແລະ ເປັນສະຖານທີ່ກຳເນີດຂອງການນຳສຳຄັນຫຼາຍທ່ານ ການຈັດກິດຈະກຳຄັ້ງນີ້ເປັນການສົ່ງເສີມໃຫ້ມວນຊົນນະຄອນ ໄກສອນ ພົມວິຫານ ໄດ້ມີການອອກກຳລັງກາຍເພື່ອສຸຂະພາບທີ່ດີ ມີຈິດໃຈຜ່ອງໃສ ແລະ ມີຄວາມສາມັກຄີຮັກແພງກັນ.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການນຳແຂວງສະຫວັນນະເຂດ ຄະນະຮັບຜິດຊອບກະກຽມງານການຈັດຕັ້ງກ່ຽວຂ້ອງຂອງແຂວງ ທີ່ມີສວ່ນຮ່ວມເປັນເຈົ້າພາບ ແລະ ມີສ່ວນຮ່ວມໃນຈັດກິດຈະກຳກີລາ ເຮັດໃຫ້ງານສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 126 ປີ ເກີດຂຶ້ນໄດ້ ແລະ ມີສຳເລັດຜົນຈົບງາມຕາມລະດັບຄາດໝາຍ ແລະ ຂອບໃຈຕໍ່ຜູ້ໃຫ້ການສະໜັບສະໜູນທຸກພາກສ່ວນ ໂດຍສະເພາະບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ໂຮງງານ FBT ເປັນຜະລິດຕະພັນເຄື່ອງດື່ມ ແລະ ເສື້ອກີລາ ລວມເປັນມູນຄ່າ 146 ລ້ານກີບ.