ປູກເຂົ້າຫັນເປັນທັນສະໄໝ ເພື່ອຫຼຸດຜ່ອນແຮງງານຊາວນາ

    ສູນສົ່ງເສີມກະສິກໍາທົ່ງຮາບ-ທ່າງ່ອນ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ເມືອງລາວຟູດ ຈໍາກັດ ເປີດຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນວັນທີ 25 ກໍລະກົດ 2020 ຢູ່ບ້ານທ່າສົ້ມມໍ ເມືອງໄຊທານີ ມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ພະນັກງານວິຊາການ ແລະ ຊາວກະສິກອນເຂົ້າຮ່ວມ.

    ທ່ານ ຈັນໂທ ຈັນງາຄໍາ ຮອງຫົວໜ້າສູນສົ່ງເສີມກະສິກຳທົ່ງຮາບ-ທ່າງ່ອນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການຊຸກຍູ້ສົ່ງເສີມການປູກເຂົ້າຕາມທິດກັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອທົດແທນແຮງງານຊາວກະສິກອນ ເຂົ້າໃນການຜະລິດເຂົ້າໃນໄລຍະຜ່ານມາ ໃຫ້ຮູ້ວ່າ: ສູນສົ່ງເສີມກະສິກໍາ ທົ່ງຮາບ-ທ່າງ່ອນໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເລີ່ມກໍ່ສ້າງມາແຕ່ປີ 1972 ໄດ້ຮັບການຊ່ວຍເຫຼືອມາແລ້ວ 2 ຄັ້ງ ແລະ ຄັ້ງຫຼ້າສຸດຕົ້ນປີ 2019 ສໍາເລັດເດືອນມີນາ 2020 ເຊິ່ງໄດ້ປະກອບມີຈັກສູບນໍ້າ 3 ຊຸດ ຢູ່ສະຖານີແກ້ງໄຄ້ ສະຖານີລາດຄວາຍ (4 ຊຸດ ປະຕູນໍ້າທັງໝົດ 79 ຊຸດ ເຮືອນເຝົ້າຍາມ 2 ຫຼັງ ແລະ ລົດເກດ 1 ຄັນ ໃນກາງເດືອນເມສາ 2020 ໄດ້ເປີດນໍາໃຊ້ນໍ້າຊົນລະປະທານເພື່ອຮັບໃຊ້ເຂົ້າໃນການຜະລິດລະດູນາປີ 2020 ຂອບເຂດສູນສົ່ງເສີມກະສິກໍາທົ່ງຮາບ-ທ່າງ່ອນ ກວມເອົາ 5 ບ້ານຄື: ບ້ານພູຄໍາ ແກ້ງໄຄ້ ທ່າສົ້ມມໍ ລາດຄວາຍ ແລະ ບ້ານອຸດົມຜົນ ມີເນື້ອນາທີ່ທັງໝົດ 658 ເຮັກຕາ ມີຄູກັນນໍ້າຖ້ວມຍາວ 9 ກິໂລແມັດ ອ້ອມຂອບເຂດທົ່ງຮາບ ມີລະບົບຄອງເໝືອງ ແລະ ຄອງລະບາຍຄົບຊຸດ ເຂດທົ່ງຮາບເປັນນາໄຮ່ໃຫຍ່ ເໝາະສົມແກ່ການນໍາໃຊ້ກົນຈັກເຂົ້າໃນການຜະລິດຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອທົດແທນແຮງງານຊາວກະສິກກອນ ໃນ 3 ປີຜ່ານມາ ສູນໄດ້ປະສົບກັບບັນຫາໄພແຫ້ງແລ້ງ ຍ້ອນສະພາບຈັກສູບນໍ້າສະຖານີແກ້ງໄຄ້ເປ່ເພ ບໍ່ສາມາດທໍາການຜະລິດໄດ້ ຕົກມາຮອດລະດູນາປີ 2020 ຈຶ່ງໄດ້ປຸກລະດົມຊາວນາໃນເຂດທົ່ງຮາບເຮັດການຜະລິດໃນເນື້ອທີ່ແຜນການ 500 ເຮັກຕາ ປັດຈຸບັນ ການປັກດໍາສໍາເລັດ 95% ສ່ວນຫຼາຍແມ່ນນາຫວ່ານ ແນວພັນເຂົ້າແມ່ນນໍາໃຊ້ເຂົ້າທ່າດອກຄໍາ 8+11 ເຂົ້າຈ້າວຫອມມະລິ ເຂົ້າ 450 ປີ ເຂົ້າຈ້າວ cr 203 ຫອມຫາງດໍາ ແລະ ກຂ6.

    ສະພາບເນື້ອທີ່ນາຂອງສູນ 33 ເຮັກຕາ ໃນນີ້ຜະລິດເປັນແນວພັນເຂົ້າລຸ້ນ 3 ເນື້ອທີ່ 14 ເຮັກຕາ ທ່າດອກຄໍາ 8 ນອກນັ້ນການຜະລິດເປັນສິນຄ້າ ຄາດຄະເນຜົນຜະລິດ 3 ໂຕນຕໍ່ເຮັກຕາ ສະເພາະເຂດທົ່ງຮາບການນໍາໃຊ້ກົນຈັກເຂົ້າໃນການຜະລິດລະດູນາປີ 2020 ມີ: ກຽມດິນໄຖ-ຄາດ ນໍາໃຊ້ກົນຈັກ 100% ເທົ່າກັບ 500 ເຮັກຕາ ປັກດໍາດ້ວຍກົນຈັກ 4% ເທົ່າກັບ 20 ເຮັກຕາ ນາຫວ່ານ 91% ເທົ່າກັບ 455 ເຮັກຕາ ປັກດໍາດ້ວຍແຮງງານຄົນ 5% ເທົ່າກັບ 25 ເຮັກຕາ ກ່ຽວດ້ວຍກົນຈັກ 85% ເທົ່າກັບ 425 ເຮັກຕາ ເພື່ອເຮັດໃຫ້ວຽກງານການຜະລິດກະສິກໍາຫັນເປັນທັນສະໄໝ ອົງການປົກຄອງເມືອງ ແລະ ບ້ານໄດ້ປຸກລະດົມຊາວກະສິກອນເຂົ້າຮ່ວມການຈັດຕັ້ງປະຕິບັດໃນເນື້ອທີ່ການຜະລິດຂອງຕົນໃຫ້ເປັນຂະບວນການຟົດຟື້ນ.

    ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ຊົມການສາທິດດໍານາດ້ວຍເຄື່ອງກົນຈັກທັນສະໄໝ ແລະ ສາທິດການນໍາໃຊ້ໂດຣນໃສ່ຝຸ່ນ ແລະ ພົ່ນຢາປາບສັດຕູພືດໃຫ້ນາເຂົ້າອີກດ້ວຍ.

error: Content is protected !!