ຄະນະນຳກະຊວງສຶກສາທິການ ແລະ ກີລາ ແລະ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ຮ່ວມປະຊຸມທາງໄກກັບຄະນະມົນຕີ ກິລາຊີເກມ ຄັ້ງທີ 31 ປີ 2021 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ເພື່ອປຶກສາຫາລືດ້ານວຽກງານເຕັກນິກຈັດການແຂ່ງຂັນ ການບັນຈຸປະເພດກີລາ ການຫ້າມໃຊ້ສານກະຕຸ້ນຂອງນັກກີລາ ແລະ ບັນຫາອື່ນໆປິ່ນອ້ອມ.

ກອງປະຊຸມຈັດຂຶ້ນວັນທີ 21-22 ກໍລະກົດ 2020 ເປັນປະທານຂອງທ່ານ ຫງວຽນ ຫງອກ ທຽນ ລັດຖະມົນຕີກະຊວງວັດທະນະທຳ ທ່ອງທ່ຽວ ແລະ ກີລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດຫວຽດນາມ ມີຄະນະມົນຕີຊີເກມຈາກ 11 ປະເທດໃນອາຊຽນ ສຳລັບລາວເຮົາເຂົ້າຮ່ວມມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ຮອງປະທານ ແລະ ເລຂາທິການຄະນະກຳມະການກີລາໂອແລມປິກແຫ່ງຊາດລາວ ພ້ອມຄະນະ ແລະ ຫົວໜ້າກຳມະການທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງນີ້ປະເທດສະມາຊິກອາຊຽນ 11 ປະເທດ ໄດ້ປຶກສາຫາລືຫຼາຍໜ້າວຽກ ຄື: ວຽກເຕັກນິກການແຂ່ງຂັນ ປະເພດກີລາທີ່ຈະບັນຈຸແຂ່ງຂັນ ການຫ້າມໃຊ້ສານກະຕຸ້ນນັກກີລາ ແມ່ຍິງກັບການກີລາ ແລະ ບັນຫາປິ່ນອ້ອມທົ່ວໄປ ທັງນີ້ ໃນເບື້ອງຕົ້ນທາງເຈົ້າພາບຫວຽດນາມ ໄດ້ສະເໜີວ່າສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ຕົນເປັນເຈົ້າພາບ ປີ 2021 ໄດ້ກຳນົດສະຖານທີ່ແຂ່ງຂັນຫຼັກໃນນະຄອນຫຼວງຮ່າໂນ້ຍ ແລະ ອີກ 10 ຕົວເມືອງໃກ້ຄຽງຄື: ບັກນິງ ຮານາມວິງຟຸກ ບັກກຽງ ຮາຍດົງ ຮວາບິງ ນາມດິງ ນິງບິ່ງ ຮາຍຟອງ ແລະ ກວາງນິງ ທີ່ມີໄລຍະທາງຫ່າງກັນ ປະມານ 30-150 ກິໂລແມັດ.
ສ່ວນວັນເວລາໃນການຈັດ ການແຂ່ງຂັນກຳນົດເອົາວັນທີ 21 ພະຈິກ-2 ທັນວາ 2021 ແລະ ປະເພດກີລາທີ່ຈະແຂ່ງຂັນມີ 36 ປະເພດ ລວມມີ 450 ລາຍການ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດປະມານ 10.000 ຄົນ ໃນນີ້ ຈະບໍ່ມີບ້ານນັກກີລາ ເຊິ່ງຈະນຳໃຊ້ບັນດາໂຮງແຮມໃນເຂດໃກ້ຄຽງເປັນບ່ອນພັກເຊົານັກກີລາ ກໍຄື ຜູ້ເຂົ້າງານທັງໝົດ ສຳລັບ 36 ປະເພດກີລາທີ່ໄດ້ຮອງຮັບໃນເບື້ອງຕົ້ນປະກອບມີ: ແລ່ນ-ລານ ລອຍນ້ຳ ຍິງທະນູ ດອກປີກໄກ່ ບານບ້ວງ ບິນລຽດ-ສະນຸກເກີ ມວຍສາກົນ ເຮືອຄາຍັກ ໝາກເສິກ-ຊຽງຊີ (ໝາກເສິກແບບຈີນ) ລົດຖີບ ເຕັ້ນລີລາດ ຟັນດາບ ເຕະບານ-ຟຸດຊໍ ກັອບ ຢິດນາດສະຕິກ ບານສົ່ງໃນຮົ່ມ-ຫາດຊາຍ ຢູໂດ ຄາຣາເຕໂດ ມວຍ ປັນຈັກສີລັດ ເປຕັງ ໂຍນນ້ຳໜັກ ກະຕໍ້ ຍິງປືນ ປິ່ງປ່ອງ ເທຄວັນໂດ ເທັນນິດ ຍົກນ້ຳໜັກ ມວຍປ້ຳ ວູຊູ ລອຍນ້ຳ ເພາະກາຍ ມວຍກູຣັດ ຄິກບ໊ອກຊິງ ແລະ ໂວວີນາມ.