ປັດຈຸບັນ ຈໍານວນຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫຼືໄຂ້ເລືອດອອກມີທ່າອ່ຽງເພີ່ມຂຶ້ນ ຈໍານວນເສຍຊີວິດກໍເພີ່ມຂຶ້ນເຊັ່ນດຽວກັນ ສະແດງອອກພຽງວັນດຽວ ວັນທີ 26 ກໍລະກົດ 2020 ທົ່ວປະເທດມີຜູູ້ຕິດເຊື້ອທັງໝົດ 29 ກໍລະນີ ແລະ ເສຍຊີວິດ 1 ຄົນ.

ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ວັນທີ 27 ກໍລະກົດ 2020 ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ 2020-26 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 3.799 ຄົນ (ມີລາຍງານກໍລະນີໃນ 18 ແຂວງ ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ມີ 821 ຄົນ ແຂວງວຽງຈັນ 421 ກໍລະນີ ບໍລິຄຳໄຊ 475 ກໍລະນີ ແລະ ແຂວງອັດຕະປື 364 ກໍລະນີ) ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 9 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ ແຂວງບໍລິຄຳໄຊ 2 ຄົນ ແຂວງຄຳມ່ວນ ໄຊຍະບູລີ ແລະ ແຂວງຊຽງຂວາງ ແຂວງລະ 1 ຄົນ ສຳລັບຄົນເຈັບຜູ້ເສຍຊີວິດຄົນທີ 9 ແມ່ນເພດຍິງ ອາຍຸ 48 ປີຢູ່ບ້ານຄຳຈະເລີນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຂົ້າມານອນປິ່ນປົວຢູ່ໂຮງໝໍເສດຖາທິຣາດ.

ຕໍ່ສະພາບການດັ່ງກ່າວ ພວກເຮົາຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ ບໍ່ມີໜອນນໍ້າຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ພ້ອມນັ້ນ ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເຊັ່ນ: ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນ: ນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ປະຕິບັດ: ໃຫ້ເປັນນິໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ ຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດ ຈະສາມາດຫຼຸດຜ່ອນປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ.
# ຂ່າວ & ພາບ: ເພັດສະໝອນ