ກຳນົດເອົາເຂດບ້ານຄຳສະຫວາດຫາຊຽງດາ ເປັນເຂດການຄ້າທີ່ທັນສະໄໝໃນປີ 2024

    ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ໂດຍສະເພາະແມ່ນອົງຄະນະພັກ ນວ ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ຫຼັງຈາກນັ້ນ ກໍໄດ້ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ດັ່ງກ່າວ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງຄະນະພັກ ອຳນາດການປົກຄອງ ໄດ້ວາງຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມຢ່າງມີຈຸດສຸມ ໂດຍຖືເອົາວຽກງານສາມສ້າງເປັນບັນຫາສຳຄັນ ຕິດພັນກັບນະໂຍບາຍ 6 ສ ແລະ ແກ້ໄຂປາກົດການຫຍໍ້າທໍ້ຕ່າງໆ.

    ທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເຊດຖາ ໃຫ້ສຳພາດໃນວັນທີ 24 ກໍລະກົດ 2020 ທີ່ສຳນັກງານປົກຄອງເມືອງຂອງຕົນວ່າ: ໜ້າທີ່ຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມແຕ່ນີ້ຮອດປີ 2024 ແມ່ນໄດ້ເອົາໃຈໃສ່ຍູ້ແຮງການຜະລິດທຸລະກິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ ບົນພື້ນຖານເສດຖະກິດຕະຫຼາດທີ່ມີການນຳພາຂອງພັກ ການຄຸ້ມຄອງຂອງລັດ ຫັນປ່ຽນໂຄງປະກອບເສດຖະກິດຕາມທິດທີ່ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ມີຄວາມກົມກຽວລະຫວ່າງອຸດສາຫະກຳ ກະສິກຳ ການບໍລິການ ຊຸກຍູ້ໃຫ້ທຸກພາກສ່ວນເສດຖະກິດ ການຂະຫຍາຍຕົວມີຄວາມສະເໝີພາບຕໍ່ໜ້າກົດໝາຍ ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ສະເລ່ຍ 9,2% ຕໍ່ປີ ຮອດປີ 2024 ລວມຍອດຜະລິດຕະພັນພາຍໃນຕ້ອງບັນລຸ 6.631 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນບໍ່ໃຫ້ຫຼຸດ 6.246 ໂດລາ

ຮັບປະກັນໂຄງປະກອບລວມຍອດຜະລິດຕະພັນພາຍໃນ (GDP) ກະສິກຳກວມ 5,13% ອຸດສາຫະກຳກໍ່ສ້າງກວມ 40,93% ແລະ ການບໍລິການກວມ 54,94% ແຕ່ລະປີເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ແລະ ບໍ່ໃຫ້ຫຼຸດ 3% ຕໍ່ປີ ປະຕິບັດພັນທະເຂົາງົບປະມານໃຫ້ບັນລຸ 374 ຕື້ກີບ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ເປັນຕົ້ນແມ່ນການປູກເຂົ້າ ພືດປອດສານພິດ ການລ້ຽງສັດເປັນຟາມ ສົ່ງເສີມກຸ່ມການຜະລິດທີ່ນຳໃຊ້ເຄື່ອງຈັກທັນສະໄໝເຂົ້າໃນການຜະລິດເພື່ອຫຼຸດຜ່ອນແຮງງານໃຫ້ໄດ້ 10% ຂຶ້ນແຜນງົບປະມານກໍ່ສ້າງ ສ້ອມແປງຖະໜົນຫົນທາງດ້ວຍຮູບການດຳເນີນຂອງລັດ ການມີສ່ວນຮ່ວມຂອງປະຊາຊົນ ທຸກພາກສ່ວນເສດຖະກິດໃຫ້ໄດ້ 68 ເສັ້ນ ຍາວ 55,45 ກິໂລແມັດ ມູນຄ່າ 203,44 ຕື້ກີບ ກຳນົດຮູບຊົງຂອງອາຄານເຂດອ້ອມຮອບພະທາດຫຼວງໃຫ້ເປັນລັກສະນະຫົວມັງກອນ ເພື່ອຂະຫຍາຍເປັນເຂດການຄ້າອັນຍະມະນີ ເຄື່ອງຂອງທີ່ມີກາໝາຍ ກຳນົດສອງຟາກທາງແຕ່ບ້ານຫົວຂົວໄປຫາເຂດໄຮ່ຄຳ ເປັນເຂດຂາຍເຄື່ອງເອເລັກໂຕຣນິກ ອຸປະກອນໄຟຟ້າ ເຄື່ອງກໍ່ສ້າງ ກຳນົດສອງຟາກທາງແຕ່ບ້ານຄຳສະຫວາດໄປຫາບ້ານຊຽງດາ ເປັນເຂດການຄ້າທີ່ທັນສະໄໝ ກຳນົດອ້ອມຮອບບຶງທາດຫຼວງ ເປັນບ່ອນອອກກຳລັງກາຍ ແລະ ຜັກຜ່ອນ ສົ່ງເສີມທຸລະກິດຂະໜາດນ້ອຍ ກາງ ໃຫ້ມີການຂະຫຍາຍຕົວລະດັບ 20% ຕໍ່ປີ  ສົ່ງເສີມການຜະລິດເປັນສິນຄ້າຂອງຄອບຄົວຕົວແບບ  ການຜະລິດສິນຄ້າໂອດ໊ອບໃຫ້ໄດ້ 5 ຫົວໜ່ວຍຂຶ້ນໄປ.

    ນອກຈາກນີ້ ກໍໄດ້ກຳນົດເອົາແຜນງານ ໂຄງການບູລິມະສິດ 5 ແຜນງານ ມີ 110 ໂຄງການ ມູນຄ່າ 114,31 ຕື້ກີບ ໃນນີ້ແຜນງານທີ 1 ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮອບດ້ານມີ 5 ໂຄງການ ແຜນງານທີ 2 ສົ່ງເສີມການຜະລິດເປັນສິນຄ້າມີ 5 ໂຄງການ ແຜນງານທີ 3 ພັດທະນາຊຸມຊົນ ແລະ ພື້ນຖານໂຄງລ່າງມີ 77 ໂຄງການ ແຜນງານທີ 4 ພັດທະນາຊັບພະຍາກອນມະນຸດມີ 14 ໂຄງກນ ແລະ ແຜນງານທີ 5 ຍົກສູງຄວາມຮູ້ທາງດ້ານການເມືອງ ການນຳພາຂອງພັກ ແລະ ການບໍລິຫານລັດມີ 9 ໂຄງການ.

error: Content is protected !!