ສະຖາບັນປັດສະເຕີ ນຳໃຊ້ມາດຕະການສາກົນໃນການກວດວິເຄາະຫາເຊື້ອພະຍາດ COVID-19​

    ສະຖາບັນປັດສະເຕີ ເປັນໜຶ່ງໃນ 4 ສູນວິເຄາະທີ່ໄດ້ມາດຕະຖານສາກົນ ທີ່ກະຊວງສາທາລະນະສຸກໄດ້ມອບໝາຍໃຫ້ກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ (COVID-19) ເຊິ່ງປັດຈຸບັນໄດ້ກວດວິເຄາະຫາເຊື້ອດັ່ງກ່າວຈຳນວນ 20 ກວ່າກໍລະນີແຕ່ບໍ່ພົບເຊື້ອ. 

    ທ່ານ ດຣ ນາງ ສົົມພາວັນ ສົມລໍ ແລະ ທ່ານ ດຣ ນາງ Elodie CALVEZ ນັກຄົ້ນຄວ້າໜຸ່ມ ສະຖາບັນປັດສະເຕີລາວ ໄດ້ໃຫ້ສຳພາດໃນວັນທີ 20 ມີນາ 2020 ວ່າ: ສະຖາບັນປັດສະເຕີ ແມ່ນສະຖາບັນໜຶ່ງທີ່ໄດ້ມາດມາດຕະຖານສາກົນ ທີ່ມີຄວາມສາມາດໃນການວິເຄາະຫາເຊື້ອພະຍາດ COVID-19 ມີທີມງານທີ່ໄດ້ຮັບການເຝິກອົບຮົມຈາກສະຖາບັນປັດສະເຕີຂອງປະເທດ ຝຣັ່ງ ມີທັງໝົດ 6 ຄົນ ເຊິ່ງເຄື່ອງທີ່ນຳໃຊ້ກວດ ແມ່ນມີຄຸນນະພາບມາດຕະຖານສາກົນ ສາມາດວິເຄາະຫາເຊື້ອໄດ້ພາຍໃນ 4 ຊົ່ວໂມງ ພາຍໃນມື້ໜຶ່ງສາມາດກວດຫາເຊື້ອໄດ້ 4 ຄັ້ງ ເຊິ່ງຄັ້ງໜຶ່ງສາມາດກວດໄດ້ທັງໝົດ 96 ຕົວຢ່າງ. 

    ໃນໄລຍະຜ່ານມາ ແມ່ນໄດ້ກວດຫາເຊື້ອພະຍາດ COVID-19 ຈາກກໍລະນີສົງໄສໄດ້ທັງໝົດ 20 ກວ່າຕົວຢ່າງ ແຕ່ບໍ່ພົບເຊື້ອ ສຳລັບການກວດຫາເຊື້ອນັ້ນ ໃນໜຶ່ງກໍລະນີສົງໄສແມ່ນຈະມີການກວດຢັ້ງຢືນຜ່ານ 3 ສູນວິເຄາະ ຄື: ສະຖາບັນປັດສະເຕີ ສູນວິເຄາະ ແລະ ລະບາດວິທະຍາ ແລະ ໂຮງໝໍມະໂຫສົດ ເພື່ອຢັ້ງຢືນເຖິງຜົນການກວດໃຫ້ມີຄວາມຈັດເຊນຍິ່ງຂຶ້ນ ແລະ ໃນອາທິດໜ້ານີ້ ແມ່ນຈະເພີ່ມການກວດຢັ້ງຢືນຫາເຊື້ອພະຍາດນີ້ເປັນ 4 ສູນ ນັ້ນກໍເພື່ອເພີ່ມຄວາມຊັດເຈນໃນການກວດຫາເຊື້ອຍິ່ງຂຶ້ນ.​ 

    ທ່ານ ດຣ ນາງ ສົົມພາວັນ ສົມລໍ ໄດ້ກ່າວຕື່ມວ່າ: ສຳລັບລາວເຮົາແມ່ນມີຄວາມສາມາດໃນການກວດຫາເຊື້ອພະຍາດ COVID-19 ໂດຍຜ່ານການນຳໃຊ້ເຄື່ອງກວດທີ່ໄດ້ມາດຕະຖານສາກົນ ລວມທັງພະນັກງານວິຊາການແມ່ນໄດ້ຮັບການເຝິກອົບຮົມຈາກຊ່ຽວຊານຕ່າງປະເທດ ໂດຍສະເພາະ ສະຖາບັນປັດສະເຕີແມ່ນໄດ້ຮັບການຮ່ວມມືກັບສະຖາປັນປັດສະເຕີປະເທດຝຣັ່ງ ແລະ ສະຖາບັນປັດສະເຕີປະເທດອື່ນ ເຊິ່ງໄລຍະຜ່ານມາ ທາງສູນຂອງພວກເຮົາກໍໄດ້ມີປະສົບການໃນການກວດຫາເຊື້ອຂອງພະຍາດອີໂບລາ ພະຍາດຊາ ແລະ ເມີ ດັ່ງນັ້ນຈຶ່ງຂໍໃຫ້ປະຊາຊົນໃຫ້ຄວາມເຊື່ອໝັ້ນກັບການກວດວິເຄາະຫາເຊື້ອພະຍາດນີ້ ເຊິ່ງ ສປປ ລາວເຮົາແມ່ນມີຄວາມສາມາດໃນການກວດຫາເຊື້ອພະຍາດນີ້ໄດ້ຕາມຫຼັກການ ແລະ ຂັ້ນຕອນຂອງສາກົນ.

ພາບ-ຂ່າວ: ເພັດສະໝອນ

error: Content is protected !!